
ຕອນເຊົ້າວັນທີ 02 ສິງຫາ 2024 ທີ່ຫ້ອງຮັບແຂກ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ YAMADA Takio ທູດຮັບຜິດຊອບວຽກງານ AZEC ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຮອງລັດຖະມົນຕີ ປອ ຈັນສະແຫວງ ບຸນຍົງ ໃນໂອກາດທີ່ ໄດ້ມາເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບ ຕໍ່ ທ່ານ YAMADA Takio ພ້ອມຄະນະ ທີ່ໄດ້ມາເຄື່ອນໄຫວວຽກງານຢູ່ ສປປ ລາວ. ເຊິ່ງເປັນຂີດໝາຍແຫ່ງການພົວພັນຮ່ວມມືທີ່ດີ ແລະ ມີບັນຍາກາດຟົດຟື້ນລະຫວ່າງ ສປປລາວ ແລະ ປະເທດຍີ່ປຸ່ນ ໂດຍສະເພາະແມ່ນຜົນສຳເລັດການໃນການຮ່ວມມືໃນໄລຍະຜ່ານມາ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ ກ່ຽວກັບຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຂອງ ສປປລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ທ່ານ ລັດຖະມົນຕີ ສະແດງຄວາມຮຸ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ລັດຖະບານ ຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອ ຂະແໜງການພະລັງງານ ແລະ ບໍ່ແຮ່ ສປປ ລາວ ມາໂດຍຕະຫຼອດ ເຊິ່ງຜົນສຳເລັດຂອງຂະແໜງການ ພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມານັ້ນ ດ້ານໜຶ່ງກໍ່ຍ້ອນໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຈາກປະເທດເພື່ອນມິດສາກົນ ໃນນີ້ກໍ່ລວມທັງ ຍີ່ປຸ່ນ. ຕອນທ້າຍຂອງການພົບປະ, ປຶກສາຫາລືກັນ ທ່ານ ລັດຖະມົນຕີ ຍັງໄດ້ສະເໜີໃຫ້ ທ່ານ ທູດ ສືບຕໍ່ປຸກລະດົມ, ຂົ້ນຂວາຍ ແລະ ສະໜັບສະໜູນ ນັກລົງທຶນຈາກ ຍີ່ປຸ່ນ ເຂົ້າມາລົງທຶນພັດທະນາອຸດສາຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ ຢູ່ ສປປ ລາວ ແລະ ສະເໜີການຊ່ວຍເຫຼືອ ຄວາມຮູ້ຄວາມສາມາດດ້ານເຕັກນິກ ແລະ ວິຊາການ ເພື່ອຍົກລະດັບໃຫ້ວິຊາການ ສປປ ລາວ ໃຫ້ຫຼາຍຂື້ນກວ່າເກົ່າ ໂດຍສະເພາະແມ່ນພະລັງງານແສງແດດ ແລະ ພະລັງງານລົມ ເຊິ່ງເປັນພະລັງງານສະອາດ ທີ່ ສປປ ລາວ ມີທ່າແຮງພັດທະນາເກືອບທົ່ວປະເທດ.

ທ່ານ ທູດ ຕີລາຄາສູງ ຕໍ່ຜົນສຳເລັດການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການໜຶ່ງ ທີ່ມີບົດບາດຕໍ່ການຊຸກຍູ້ໃຫ້ເສດຖະກິດຂອງ ສປປ ລາວ ຈະເລີນເຕີບໂຕ ໄປພ້ອມກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ພັດທະນາທີ່ດີຂຶ້ນ. ທ່ານ ທູດ ສະແດງຄວາມຍິນດີຮັບເອົາຄຳສະເໜີຂອງ ທ່ານ ລັດຖະມົນຕີ ເພື່ອນຳໄປຄົ້ນຄວ້າ ແລະ ສະເໜີຕໍ່ ລັດຖະບານ ຍີ່ປຸ່ນ ໄດ້ພິຈາລະນາ, ຊຸກຍູ້, ສະໜັບສະໜູນ ແລະ ຊ່ວຍເຫຼືອ. ພ້ອມກັນນີ້, ທ່ານ ທູດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງ ສປປ ລາວ ໂດຍສະເພາະ ທ່ານ ລັດຖະມົນຕີ ແລະ ທຸກພາກສ່ວນຂອງກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໃຫ້ການຮ່ວມມື, ອຳນວຍຄວາມສະດວກຕໍ່ການປະຕິບັດໜ້າທີ່ການທູດຂອງ ຍີ່ປຸ່ນ ປະຈຳ ສປປລາວ ຜ່ານມາ ແລະ ເຊື່ອໝັ້ນວ່າ ການນຳກະຊວງພະລັງງານ ແລະ ບໍ່ແຮ່ ທຸກຂັ້ນ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ອຳນວຍຄວາມສະດວກຕໍ່ໄປ.