
ຕອນເຊົ້າຂອງວັນທີ 26 ເມສາ 2024 ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍສະຫະພັນແມ່ຍິງກົມທຸລະກິດພະລັງງານ ໂດຍ ການເປັນປະທານຂອງ ສະຫາຍ ນາງ ຈັນມາລາ ເພັດລຳພັນ ຄະນະບໍລິຫານງານແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍສະຫະພັນແມ່ຍິງກົມທຸລະກິດພະລັງງານ. ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ສົມພິດ ແກ້ວວິຈິດ ຄະນະພັກກະຊວງ, ເລຂາ ໜ່ວຍພັກ, ຫົວໜ້າກົມທຸລະກິດພະລັງງານ; ມີບັນດາແຂກທີ່ຖືກເຊີນຈາກໜ່ວຍສະຫະພັນແມ່ຍິງຫ້ອງການ,ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ພ້ອມດ້ວຍ, ປະທານໜ່ວຍກຳມະບານ, ເລຂາ ຄຊປປລ ຮາກຖານ ກທພ ແລະ ສະມາຊິກພາຍໃນໜ່ວຍສະຫະພັນແມ່ຍິງ ກທພ ທັງໝົດເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ນາງ ຈັນມາລາ ເພັດລຳພັນ ຄະນະບໍລິຫານງານແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍສະຫະພັນແມ່ຍິງກົມທຸລະກິດພະລັງງານ ໄດ້ຂຶ້ນຜ່ານບົດລາຍງານການເມືອງ, ລາຍງານຜົນສໍາເລັດການເຄື່ອນໄຫວວຽກງານໃນ ໄລຍະທີ່ຜ່ານມາ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ. ພິທີຍັງໄດ້ມອບ-ຮັບໃບ ຍ້ອງຍໍຂັ້ນກົມກອງໃຫ້ແກ່ໜ່ວຍສະຫະພັນແມ່ຍິງ ກົມທຸລະກິດພະລັງງານ ຈໍານວນ 1 ໃບ ແລະ ໃບຍ້ອງຍໍບຸກຄົນ ຈໍານວນ 25 ໃບ,ໃບຊົມເຊີຍ ຈໍານວນ 7 ໃບ ໃຫ້ແກ່ສະມາຊິກຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນການເຄື່ອນໄຫວວຽກງານຂອງໜ່ວຍສະຫະພັນແມ່ຍິງໃນໄລຍະທີ່ຜ່ານມາ.
ກອງປະຊຸມໃຫຍ່ ໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍ ສະຫະພັນແມ່ຍິງ ກທພ ຊຸດໃໝ່ ຈຳນວນ 3 ສະຫາຍ, ຈາກຜູ້ລົງສະໝັກທັງໝົດ 5 ສະຫາຍ. ຜ່ານການປ່ອນບັດຄັດເລືອກຂອງຜູ້ແທນກອງປະຊຸມໃຫຍ່ ໄດ້ຕົກລົງເຫັນດີເລືອກເອົາ ສະຫາຍ ນາງ ສຸກສະໝອນ ແກ້ວໂພໄຊ ເປັນປະທານ, ສະຫາຍ ນາງ ທະນູລັກ ບຸນທະລີ ເປັນຮອງປະທານ, ທັງປະທານກວດກາ ແລະ ສະຫາຍ ນາງ ຈິນດາມະນີ ມ້າວຄຳຜິວ ເປັນຄະນະໜ່ວຍ ເພື່ອສືບຕໍ່ຊີ້ນໍາ-ນໍາພາການເຄື່ອນໄຫວວຽກງານຂອງ ໜ່ວຍສະຫະພັນແມ່ຍິງກົມທຸລະກິດພະລັງງານໃນຕໍ່ໜ້າ ໃຫ້ເປັນໄປຕາມທິດທາງແຜນການທີ່ໄດ້ວາງໄວ້.

ຕອນທ້າຍຂອງກອງປະຊຸມໃຫຍ່ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງສະຫາຍໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງໜ່ວຍສະຫະພັນແມ່ຍິງ ກທພ ໄລຍະທີ່ຜ່ານມາ, ພ້ອມທັງໄດ້ກ່າວເນັ້ນໜັກໃຫ້ສະມາຊິກທຸກສະຫາຍຈົ່ງສືບຕໍ່ຮັກສາມູນເຊື້ອ ແຫ່ງຄວາມສາມັກຄີ ເພື່ອເປັນກ້ອນກໍາລັງແຮງທີ່ແຂງແກ່ນຂອງຄະນະພັກ-ຄະນະນໍາ, ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງມື້ດ້ວຍບັນຍາກາດອັນຟົດຟື້ນ ແລະ ຈົບລົງດ້ວຍຜົນສໍາເລັດທີ່ຈົບງາມຕາມລະດັບຄາດໝາຍ.
