ສະຫາຍ ນາງ ມະນີພອນ ແກ້ວບຸນຄໍາ ໄດ້ຮັບການເລືອກຕັ້ງເປັນປະທານໜ່ວຍສະຫະພັນ ແມ່ຍິງ ຫ້ອງການກະຊວງ ສະໄໝທີ III

          ກອງປະຊຸມໃຫຍ່ ຄັັ້ງທີ III ຂອງໜ່ວຍສະຫະພັນແມ່ຍິງ ຫ້ອງການ ໄດ້ດໍາເນີນມາເປັນເວລາເຄິ່ງວັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ມະນີພອນ ແກ້ວບຸນຄໍາ ປະທານໜ່ວຍສະຫະພັນແມ່ຍິງ ຫ້ອງການກະຊວງ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່, ສະຫາຍ ຄໍາໂສ້ ກຸໂພຄໍາ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ ຫ້ອງການ, ຫົວໜ້າຫ້ອງການກະຊວງ, ມີຜູ້ຕາງໜ້າຈາກບັນດາໜ່ວຍຮາກຖານສະຫະພັນແມ່ຍິງອ້ອມຂ້າງກະຊວງ ພ້ອມດ້ວຍຜູ້ແທນສົມບູນກອງປະຊຸມໃຫຍ່ຈຳນວນ 46 ສະຫາຍເຂົ້າຮ່ວມ. ໃນນີ້, ເປັນຜູ້ແທນສົມບູນຈຳນວນ 22 ສະຫາຍ ແລະ ແຂກຖືກເຊີນ ຈຳນວນ 24 ສະຫາຍ.

ສະຫາຍ ນາງ ມະນີພອນ ແກ້ວບຸນຄໍາ ປະທານໜ່ວຍສະຫະພັນແມ່ຍິງ ຫ້ອງການກະຊວງ ໄດ້ຕາງໜ້າໃຫ້ເອື້ອຍນ້ອງແມ່ຍິງພາຍໃນຫ້ອງການກະຊວງ ລາຍງານຜົນງານການເຄື່ອນໄຫວຂອງໜ່ວຍສະຫະພັນແມ່ຍິງຫ້ອງການກະຊວງຕະຫຼອດໄລຍະ 5 ປີທີ່ຜ່ານມາ ໃນນີ້ ສະຫາຍ ໄດ້ຍົກໃຫ້ເຫັນຜົນງານທີ່ປະຕິບັດໄດ້, ຂໍ້ສະດວກ ແລະ ຂໍ້ຫຍຸງຍາກ ທີ່ຈະຕ້ອງໄດ້ສືບຕໍແກ້ໄຂ, ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ຮັບຜົນດີກວ່າເກົ່າ; ປັບປຸງ, ຍົກສູງບົດບາດການນຳພາຂອງແມ່ຍິງຫ້ອງການກະຊວງໃຫ້ສູງເດັ່ນຂຶ້ນ ແລະ ມີບັນຍາກາດຟົດຟື້ນກວ່າເກົ່າ.

ກອງປະຊຸມໃຫຍ່ຄັັ້ງນີ້ ໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາເນື້ອໃນສໍາຄັນ ຕ່າງໆທີ່ເປັນການຢັ້ງຢືນຕໍ່ຜົນສຳເລັດການຊີ້ນຳ-ນຳພາວຽກງານແມ່ຍິງ ຢູ່ພາຍໃນຫ້ອງການກະຊວງໃນໄລຍະ 5 ປີທີ່ຜ່ານມາ ແລະ ແຜນພັດທະນາແມ່ຍິງໃນ 5 ປີຕໍ່ໜ້າ ດັ່ງນີ້:
1. ຮັບຮອງເອົາບົດລາຍງານການເມືອງ ຂອງໜ່ວຍສະຫະພັນແມ່ຍິງຫ້ອງການ ໃນໄລຍະ 05 ປີຜ່ານມາ (2019-2023), ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສໍາເລັດໃນການນໍາພາຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານຂອງຄະນະໜ່ວຍສະຫະພັນແມ່ຍິງຫ້ອງການ. ພ້ອມທັງຮັບຮອງເອົາທິດທາງ-ແຜນການໃນຕໍ່ໜ້າ (2024-2028).
2. ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍສະຫະພັນແມ່ຍິງຫ້ອງການ, ຊຶ່ງໄດ້ຕີລາຄາດ້ານດີ, ດ້ານຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ຕໍ່ບົດບາດການນໍາພາ, ຄວາມຮັບຜິດຊອບ, ຄວາມເປັນເອກະພາບຂອງຄະນະໜ່ວຍສະຫະພັນແມ່ຍິງຫ້ອງການ ຊຸດເກົ່າ.

3. ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະ ໜ່ວຍສະຫະພັນແມ່ຍິງຫ້ອງການ ສະໄໝທີ III ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ສະຫາຍນາງ ເພື່ອຄັດເລືອກເອົາ 3 ສະຫາຍນາງ, ຊຶ່ງປະກອບດ້ວຍຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນ ເພື່ອສືບຕໍ່ນໍາພາຜັນຂະຫຍາຍມະຕິກອງ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ VIII ແລະ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ. ຜ່ານການໃຊ້ສິດປະຊາທິປະໄຕຂອງຜູ້ແທນສົມບູນ ສາມາດຄັດເລືອກໄດ້ ສະຫາຍ ນາງ ມະນີພອນ ແກ້ວບຸນຄຳ ເປັນປະທານໜ່ວຍ, ສະຫາຍ ນາງ ມີ່ລູ່ ຄຳປະເສີດ ເປັນຮອງປະທານໜ່ວຍ, ທັງເປັນປະທານກວດກາ ແລະ ສະຫາຍ ນາງ ພູວົງ ອິນທະວີກຸນ ເປັນກຳມະການ.
4. ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່, ສະຫາຍ ຄໍາໂສ້ ກຸໂພຄໍາ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ ຫ້ອງການ, ຫົວໜ້າຫ້ອງການກະຊວງ ເຊິ່ງຄໍາໂອ້ລົມຂອງສະຫາຍທັງສອງ ໄດ້ເປັນກໍາລັງໃຈ, ສະແດງເຖິງຄວາມເປັນຫ່ວງເປັນໃຍ, ທັງເປັນເຂັມຊີ້ທິດເຍືອງທາງອັນແຈ້ງສະຫວ່າງ ຕໍ່ໜ່ວຍສະຫະພັນແມ່ຍິງຫ້ອງການ ໃນການນໍາພາ-ຊີ້ນໍາ ສະມາຊິກສະຫະພັນແມ່ຍິງ ໃຫ້ເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້

5. ກອງປະຊຸມໃຫຍ່ ຮຽກຮ້ອງມາຍັງຄະນະໜ່ວຍສະຫະພັນແມ່ຍິງຫ້ອງການ ພ້ອມດ້ວຍສະມາຊິກ ແມ່ຍິງທຸກສະຫາຍ ຈົ່ງພ້ອມກັນຮັກສາຄວາມສາມັກຄີເປັນເອກະພາບ ພາຍໃຕ້ການນໍາພາຊີ້ນໍາຂອງສະຫາຍນາງ ມະນີພອນ ແກ້ວບຸນຄຳ ເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງພັກ ຕິດພັນກັບຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ, ມະຕິຂອງກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້. ແນໃສ່ເສີມຂະຫຍາຍບົດບາດການນໍາພາຂອງຄະນະໜ່ວຍສະຫະພັນແມ່ຍິງຫ້ອງການ ແລະ ຈັດຕັັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ເຮັດໃຫ້ສະມາຊິກແມ່ຍິງຫ້ອງການ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັັ້ງ ແລະ ແບບແຜນວິທີນໍາພາ.

ພາບ: ວັນໄຊ ສີສົມພູ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506