ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຢ້ຽມຢາມສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ

          ຕອນເຊົ້າວັນ 05 ທັນວາ 2024 ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະປະຈຳພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ແລະ ຕາງໜ້າໜ່ວຍແມ່ຍິງອ້ອມຂ້າງກະຊວງ ໄດ້ທັດສະນະສຶກສາ, ພົບປະ, ຢ້ຽມຢາມ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີ ສະຫາຍ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄຳປືກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ພ້ອມດ້ວຍຄະນະເຂົ້າຮ່ວມ.

          ສະຫາຍ ນາງ ແສງເດືອນ ວົງອິນ ກ່າວວ່າ: ການຢ້ຽມຢາມ ສູນໃຫ້ຄຳປືກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງນີ້, ນອກຈາກເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນການດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ຈະໄຂຂື້ນໃນມໍ່ໆນີ້ແລ້ວ, ຍັງເປັນການ ລະນືກຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຕື່ມອີກ. ພ້ອມກັນນີ້, ຄະນະບໍລິຫານງານສະຫິພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ນຳເອົາເງິນສົດ ຈຳນວນ 20ລ້ານກີບ ນຳມາມອບໃຫ້ສູນໃຫ້ຄຳປືກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະຂອງສູນ. ໃຫ້ກຽດກ່າວມອບຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະປະຈຳພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບຂອງ ສະຫາຍ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄຳປືກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໂດຍຊ່ອງໜ້າການເປັນສັກຂີ່ພິຍານຂອງ ຈາກ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ພະນັກງານຂອງທັງສອງຝ່າຍ.

          ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳສູນກາງສະຫະພັນແມ່ຍິງລາວເວົ້າລວມ, ເວົ້າສະເພາະ ສູນໃຫ້ຄຳປືກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສະແດງຄວາມຕ້ອນຮັບ ແລະ ຂອບໃຈຢ່າງຈິງໃຈ ຕໍ່ຄະນະພັກ, ຄະນະນຳກະຊວງ ກໍ່ຄືເອື້ອຍນ້ອງແມ່ຍິງພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຫຍ່ ແລະ ສະໜັບສະໜູນ ສູນໃຫ້ຄຳປືກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຕະຫຼອດມາ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506