ສະຫະພັນແມ່ຍິງກະຊວງ ສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນຢ່າງຈົບງາມ ພ້ອມທັງຄັດເລືອກຄະນະບໍລິຫານງານ ຊຸດໃໝ່

          ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 17 ມັງກອນ 2025 ນີ້ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະປະຈຳພັກກະຊວງ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່. ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຂອງ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ນາງ ອາລີ ວົງໜໍ່ບູນທໍາ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລີຫານງານສູນກາງສະຫະພັນແມ່ຍີງລາວ, ມີຜູ້ເຂົ້າຮ່ວມທັງໝົດ 190 ສະຫາຍ, ຍິງ 174 ສະຫາຍ, ຊາຍ 16 ສະຫາຍ ໃນນັ້ນ ເປັນຜູ້ແທນສົມບູນ 165 ສະຫາຍ ແລະ ແຂກຖືກເຊີນ ຈໍານວນ 25 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ຮັບ ຮອງເອົາບັນດາເນື້ອໃນທີ່ສຳຄັນຄື: ຮັບຮອງເອົາ ບົດລາຍງານການເມືອງ ຂອງສະຫະພັນແມ່ຍິງ, ບົດສະຫຼຸບ ແຜນພັດທະນາແມ່ຍິງ 5 ປີ (2021-2025) ແລະ ທິດທາງແຜນການຕໍ່ໜ້າ (2026-2030) ຂອງສະຫະພັນແມ່ຍິງ ກະຊວງ ສະເໜີໂດຍ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະປະຈຳພັກກະຊວງ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ ສະໄໝທີ IV ຈຳນວນ 17 ສະຫາຍ ຈາກຜູ້ລົງສະໝັກທັງໝົດ 20 ສະຫາຍ. ຜ່ານການລົງຄະແນນສຽງຂອງຜູ້ແທນກອງປະຊຸມໃຫຍ່ ສາມາດຄັດເລືອກບັນດາ ສະຫາຍ ດັ່ງນີ້:
1) ສະຫາຍ ນ. ໂຄຕະມີ ຈັນທະມາລິນ
2) ສະຫາຍ ນ. ຈັນມາລາ ເພັດລໍາພັນ
3) ສະຫາຍ ນ. ອຸໄລພອນ ຈັນທະລາ
4) ສະຫາຍ ນ. ໂພຄິນ ອັບໄພ
5) ສະຫາຍ ນ. ມະລີວັນ ພົງໄຊ
6) ສະຫາຍ ນ. ທິບພະຈັນ ໄຊທະນາສີ
7) ສະຫາຍ ນ. ມະນີພອນ ແກ້ວບຸນຄໍາ
8) ສະຫາຍ ນ. ອໍາວຽງເພົ້າພົງໄຊ
9) ສະຫາຍ ນ. ຂັນແກ້ວ ແກ້ວນາມມະວົງ
10) ສະຫາຍ ນ. ສາລີ້ ແອງມະນີ
11) ສະຫາຍ ນ. ມາລີວັນ ພົມແສງສະຫວັນ
12) ສະຫາຍ ນ. ນົກນ້ອຍ ຈັນທະລາສີ
13) ສະຫາຍ ນ. ພຸດທະສອນ ປັນຍານຸວົງ
14) ສະຫາຍ ນ. ສັນຄະນິງ ດາຣາວົງ
15) ສະຫາຍ ນ. ຫວິງຄໍາ ວົງແສງເດືອນ
16) ສະຫາຍ ນ. ລັກສະນະ ສຸດທິພົງ
17) ສະຫາຍ ນ. ມະນີໄລ ສຸວັນນະລາດ

          ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປັນເອກະສັນ ເລືອກຕັ້ງເອົາ ປະທານ, ຮອງປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ; ປະທານ, ຮອງປະທານກວດກາ ສະຫະພັນແມ່ຍິງກະຊວງ ດັ່ງນີ້:
1. ສະຫາຍ ນ. ໂຄຕະມີ ຈັນທະມາລິນ ເປັນປະທານ ຄະນະບໍລິຫານງານ;
2. ສະຫາຍ ນ. ຈັນມາລາ ເພັດລໍາພັນ ເປັນຮອງປະທານ, ທັງເປັນປະທານກວດກາ;
3. ສະຫາຍ ນ. ຂັນແກ້ວ ແກ້ວນາມມະວົງ ເປັນຮອງປະທານຄະນະບໍລິຫານງານ;
4. ສະຫາຍ ນ. ໂພຄິນ ອັບໄພ ເປັນຮອງປະທານ ຄະນະບໍລິຫານງານ;
5. ສະຫາຍ ນ. ອໍາວຽງ ເພົ້າວົງໄຊ ເປັນຮອງປະທານກວດກາ.
          ພ້ອມນັ້ນ, ກອງປະຊຸມຄັ້ງປະຖົມມະລຶກ ຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຕາມລະດັບຄາດໝາຍ.
ກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ນາງ ອາລີ ວົງໜໍ່ບູນທໍາ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລີຫານງານສູນກາງສະຫະພັນແມ່ຍີງລາວ ແລະ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ຄໍາໂອ້ລົມຂອງ ສະຫາຍ ໄດ້ເປັນກໍາລັງໃຈອັນໃຫຍ່ຫຼວງ, ສະແດງເຖິງຄວາມເປັນຫ່ວງເປັນໄຍ, ຄວາມເຊື່ອໝັ້ນຂອງພັກ ຕໍ່ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ ໃນການນໍາພາ-ຊີ້ນຳ ສະຫະພັນແມ່ຍິງ ເຄື່ອນໄຫວວຽກງານຕາມພາລະບົດບາດ, ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ນອກຈາກນັ້ນ, ຄຳໂອ້ລົມຂອງສະຫາຍ ຍັງເປັນທິດຊີ້ນຳ, ເປັນບ່ອນອີງ ທັງເປັນການມອບໝາຍໜ້າທີ່ ໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ ໃນການນໍາພາ-ຊີ້ນໍາ ສະຫະພັນແມ່ຍິງ ຈັດຕັ້ງປະຕິບັດທິດທາງໜ້າທີ່ວຽກງານຈຸດສຸມໃນ 05 ປີຕໍ່ໜ້າ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ພາບ: ສົມສະນຸກ ທອງສະຫງວນ
ຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506