ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພົບປະການນຳ ແຂວງ ຫົວພັນ

        ໃນຕອນເຊົ້າ ວັນທີ 6 ມີຖຸນາ 2022 ທີ່ຫ້ອງວ່າການ ແຂວງ ຫົວພັນ ທ່ານ ປອ ດາວວົງພອນ ແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄືອນໄຫວເຮັດວຽກ ແລະ ພົບປະໂອລົມກັບການນຳຫຼັກແຫຼງ ແຂວງ ຫົວພັນ ໂດຍໃຫ້ການຕອນຮັບຂອງ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ ແຂວງ ຫົວພັນ ພ້ອມດ້ວຍພະນັກງານການນຳຂອງແຂວງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮອງເຈົ້່າແຂວງ ຫົວພັນກ່ອນໄດ້ກ່າວສະແດງຄວາມຂາໍ່ນັບຊົມເຊີຍ ແລະຍິນດີຕອນຮັບ ທ່ານ ລັດຖະມົນຕີ ກະຊງ ພະລັງານ ແລະ ບໍແຮ່ ພ້ອມດ້ວຍຄະນະທີມາເຄືອນໄຫວໃນແຂວງ ຫົວພັນ ພ້ອມທັງລາຍງານລາຍສະພາບການຈັດຕັ້ງປະຕີບັດ ແຜນເສດຖະກິດ ແລ ສັງຄົມ ທີຕິພັນກັບວຽກງານ ຂະແໜງ ພະລັງງານ ແລະ ບໍ່ແຮ່ ດັ່ງນີ້:
1. ວຽກງານພະລັງງານ
– ປີ 2021 ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ບັນດາ ໂຄງການກໍ່ສ້າງຕາຂ່າຍໄຟຟ້າເຂົ້າບັນດາບ້ານປະຊາຊົນ ໃຫ້ສືບຕໍ່ດຳເນີນເປັນປົກກະຕິ, ໃນປັດຈຸບັນທົ່ວແຂວງຫົວພັນ ປະກອບມີ 10 ເມືອງ : ມີ 728 ບ້ານ,ໃນນັ້ນ ກໍ່ສ້າງລະບົບຕາຂ່າຍໄຟຟ້າແຮງກາງ, ແຮງຕໍ່າ ແລະ ຕິດຕັ້ງໝໍ້ແປງໄຟຟ້າ ແລະ ປ່ອຍໄຟຟ້າ ເຂົ້າບ້ານໃຫ້ປະຊາຊົນ ໄດ້ຊົມໃຊ້ຢ່າງຖາວອນມີ 673 ບ້ານ, ກວມເອົາ 92,45%, ມີຈໍານວນຄົວເຮືອນທັງໝົດ 52.469, ໃນນັ້ນ ມີຈຳນວນຄົວເຮືອນທີ່ໄດ້ຊົມໃຊ້ໄຟຟ້າຢ່າງຖາວອນມີ 45.541 ຄົວເຮືອນ;
2. ການກໍ່ສ້າງແຫຼ່ງຜະລິດພະລັງງານໄຟຟ້າ.
ມາຮອດປັດຈຸບັນທົ່ວແຂວງຫົວພັນມີໂຄງການເຂື່ອນໄຟຟ້ານ້ຳຕົກ ຂະໜາດນ້ອຍ ມີ 4 ໂຄງການຄື:
1.) ໂຄງການເຂື່ອນໄຟຟ້ານໍ້າເປິນ1,ມີກໍາລັງຕິດຕັ້ງ 25,6 MW,ແມ່ນເລີ່ມຜະລິດກາງເດືອນ ຕຸລາ ປີ 2018.
2.) ໂຄງການເຂື່ອນໄຟຟ້ານໍ້າເປິນ2, ມີກໍາລັງຕິດຕັ້ງ 12 MW,ເລີ່ມເປີດນຳໃຊ້ ເດືອນ ເມສາ ປີ 2017.
3.) ໂຄງການເຂື່ອນໄຟຟ້ານ້ຳສີມ(ບ/ສ ນ້ຳສີມ ພາວເວີຈຳກັດ),ມີກຳລັງຕິດຕັ້ງ 8MW, ຄືບໜ້າ 97,25 %.
4.) ໂຄງການເຂື່ອນໄຟຟ້ານ້ຳຮາວ (ບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດ), ມີກຳລັງຕິດຕັ້ງ 15 MW ປະຈຸບັນມີຄວາມຄືບໜ້າ 65%.
3. ໂຄງການເຂື່ອນໄຟຟ້ານ້ຳຕົກຂະໜາດ 15,1 MW ຂຶ້ນໄປ ( ກໍາລັງກໍ່ສ້າງ )
1) ໂຄງການເຂື່ອນໄຟຟ້ານ້ຳຊຳ1A (ບໍລິສັດ ຈຸງເຊີນ ສສ ຫວຽດນາມ), ມີກຳລັງຕິດຕັ້ງ 50 MW, ປະຈຸບັນມີຄວາມຄືບໜ້າ 67,47%.
2) ໂຄງການເຂື່ອນໄຟຟ້ານ້ຳຊຳ3 (ບໍລິສັດ ພົງຊັບທະວີ), ມີກຳລັງຕິດຕັ້ງ 156 MW, ປະຈຸບັນມີຄວາມຄືບໜ້າ 48,39%.
3) ໂຄງການໄຟຟ້າຄວາມຮ້ອນຖ່ານຫີນ ບ້ານດອນ ເມືອງຊໍາເໜືອ ກໍລັງຕິດຕັ້ງ 600 MW ປະຈຸບັນບໍ່ມີການເຄື່ອນໄຫວ.
2. ວຽກງານທໍລະນີສາດ ແລະ ແຮ່ທາດ, ແລະ ວຽກງານຄຸ້ມຄອງບໍ່ແຮ່.
1. ວຽກງານທໍລະນີສາດ ແລະ ແຮ່ທາດ.
– ໄດ້ເອົາໃສ່ ໃນການຄຸ້ມຄອງ, ຊຸກຍູ້ຕິດຕາມ ບັນດາບໍລິສັດ ທີ່ກຳລັງ ຊອກຄົ້ນ – ສຳຫຼວດແຮ່ທາດ ຢູ່ພາຍໃນແຂວງຫົວພັນ ໃຫ້ມີການເຄື່ອນໄຫວເຂົ້າສູ່ລະບຽບຫຼັກການ ແລະ ກ້າວເຂົ້າສູ່ຂັ້ນຕອນສຶກສາຄວາມເປັນໄດ້ທາງດ້ານເສດຖະກິດ ເຕັກນິກເບື້ອງຕົ້ນ. ໃນໄລຍະຜ່ານມາ, ຂັ້ນແຂວງ ແລະ ລັດຖະບານ ໄດ້ອະນຸມັດ ໃຫ້ຫຼາຍບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຊອກຄົ້ນ – ສໍາຫຼວດແຮ່ທາດ ຢູ່ພາຍໃນແຂວງຫົວພັນ ລວມທັງໝົດມີ 24 ບໍລິສັດ, ມີ 28 ກິດຈະການ, ມີເນື້ອທີ່ທັງໝົດ 209.801 ເຮັກຕາ,
2. ວຽກງານຄຸ້ມຄອງບໍ່ແຮ່.
ຕິດຕາມ ກວດກາ,ຄຸ້ມຄອງວຽກງານ ການຂຸດຄົ້ນ – ປຸງແຕ່ງແຮ່ທາດມີດັ່ງນີ້.
 ຂັ້ນລັດຖະບານອະນຸມັດມີຄື:
1). ບໍລິສັດ ຫຸ້ນສ່ວນແຮ່ທາດ ລາວ – ຫວຽດ ຈໍຳກັດ. ( ແຮ່ຊື້ນ,ສັງກະສີ )
2). ບໍລິສັດ ຕຽນຫຽວກາວບັ້ງ ຈໍາກັດ. ( ແຮ່ເຫຼັກ )
3). ບໍລິສັດ ລາວເອັດຈ໌ພີຈີ ຊີເອັມຊີ ມາຍນິ້ງ ຈຳກັດ. ( ແຮ່ເຫຼັກ )
4). ບໍລິສັດ ລາວປູຢິງຮົງກົງບໍ່ແຮ່ ຈຳກັດ. ( ແຮ່ນີແກນ;ທອງ,ເຫຼັກ,ໂກວານ )
5.) ບໍລິສັດ ຫົວພັນບໍ່ແຮ່ ແລະ ໄຟຟ້າຈໍາກັດ ( ແຮ່ເຫຼັກ )
6.) ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈໍາກັດ ( ແຮ່ເຫຼັກ )
 ໂຄງການຂຸດຄົ້ນແຮ່ຫຼັກ ແບບທົດລອງ ເລກທີ 61/ນຍ ແລະ 106/ນຍ ( ຫີນມາໂບ ) ເນື້ອທີ່ທັງໝົດ 1,472 ເຮັກຕາ ມີຄື:
1) ບໍລິສັດ ບຸນທະວີຊັບ ພັດທະນາກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ
2) ບໍລິສັດ ພັດທະນາ ແຮ່ທາດ ບ້ານເດີຍ-ຫົວພັນ ຈໍາກັດຜູ້ດຽວ (ປະຈຸບັນສົ່ງອອກ 2,972 ໂຕນ )
3) ບໍລິສັດ ພັດທະນາ ແຮ່ທາດການຄ້າບ້ານບໍ່-ຫົວພັນ ຈໍາກັດຜູ້ດຽວ
4) ບໍລິສັດ ຊໍາໃຕ້ບໍ່ແຮ່ ຈໍາກັດຜູ້ດຽວ
5) ບໍລິສັດ ກຸ່ມດວງຈະເລີນ ກໍ່ສ້າງພັດທະນາ ຈໍາກັດຜູ້ດຽວ
6) ບໍລິສັດ ໄອເອັດຊີມາຍນີ້ງ ຈໍາກັດຜູ້ດຽວ ( ຫີນມາໂບ )
 ແຮ່ອະໂລຫະສຳລັບອຸດສາຫະກຳ ແລະ ສຳລັບກໍ່ສ້າງ ໃນແຂວງຫົວພັນ.
– ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທີ່ຂັ້ນແຂວງ ແລະ ຂັ້ນເມືອງ ອອກອະນຸຍາດ ມີທັງໝົດ 42 ບໍລິສັດ, ມີ 12 ຫົວໜ່ວຍ ( 52 ກິດຈະການ) , ມີເນື້ອທີ່ສຳປະທານທັງໝົດ 148,23 ເຮັກຕາ;
      ມາຮອດປະຈບັນ, ບັນດາໂຄງການ ທີ່ແຂວງອອກອະນຸຍາດສາມາດຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ ( ຫີນກໍ່ສ້າງ) ປະຕິບັດໄດ້ 34.609 ແມັດກ້ອນ, ຄິດເປັນມູນຄ່າ 2,5 ຕື້້ກີບ; ແຮ່ທາດອະໂລຫະສໍາລັບອຸດສາຫະກໍາ ມີການຂຸດຄົ້ນ-ປຸງແຕ່ງ ແລະ ສົ່ງຫີນມາໂບອອກມີ ພຽງແຕ່ 02 ບໍລິສັດຄື: ບໍລິສັດ ລາວໄອເອັດຈ໌ຊີ ມາຍນີ້ງ ຈໍາກັດສົ່ງອອກ 90,54 ແມັດກ້ອນ ແລະ ກຸ່ມບໍລິສັດ ລ້ອງແຈ້ງພັດທະນາ ຈໍາກັດ ສົ່ງອອກ 11,72 ແມັດກ້ອນ.
      ສຳລັບໂຄງການຂັ້ນລັດຖະບານອະນຸຍາດນັບແຕ່ໃນປີ 2021-2022 ສາມາດຂຸດຄົ້ນ-ປຸງແຕ່ງແລະຈຳໜ່າຍ ແຮ່ທາດປະເພດຕ່າງໆຄື: ແຮ່ກົ່ວໄດ້ 292 ໂຕນ, ແຮ່ຊືນໄດ້ 550 ໂຕນ, ແລະ ແຮ່ສັງກະສີໄດ້ 1.950 ໂຕນ; ແຮ່ເຫຼັກ ໄດ້ 94.441,57 ໂຕນ, ຜ່ານການຮັບຟັງ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ສະແດງຄວາມຊົມເຊີຍມາການນຳແຂວງ ທີເອົາໃຈໃສ່ວຽກງານ ຂະແໜງການ ພະລັງງານ ແລະ ບໍແຮ່ ທີ່ໄດ້ຈັດຕັ້ງປະຕີບັດໃນໄລຍະຜ່ານມາໄດ້ເປັນຢ່າງດີ ແລະ ລະອຽດ ພ້ອມນີ້ໄດ້ຊີ້ນໍາໃຫ້ສືບຕໍ່ປະສານສົມທົບ ນໍາຂະແໜງການທີ່່ກ່ຽວຂ້ອງ ກໍຄືອໍານາດການປົກຄອງທ້ອງຖິ່ນໃນການຊ່ວຍເຫຼືອການເປັນຢູ່ຂອງປະຊາຊົນໃຫ້ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້.
       ສ່ວນບັນຫາອື່ນໆທີ່ຕິດພັນກັບການພັດທະນາໂຄງການພະລັງງງານ ແລະ ບໍ່ແຮ່ພາຍໃນແຂວງ ຫົວພັນ ນັ້ນ, ທ່ານລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ໄດ້ຊີ້ນຳໃຫ້ບໍລິສັດສືບຕໍ່ປັບປຸງແກ້ໄຂ ໂດຍປະສານສົມທົບຢ່າງກົມກຽວກັບຂະແໜງການກ່ຽວ ຂ້ອງຂອງສູນກາງ ແລະທ້ອງຖິ່ນ ເພື່ອເຮັດໃຫ້ໂຄງການ ພະລັງງານ ແລະ ບໍ່ແຮ່ ສາມາດຈັດຕັ້ງປະຕິບັດດ້ວຍຄວາມໂລ່ງລ່ຽນ ແລະ ປະສົບຜົນ ສຳເລັດ. ນອກຈາກນີ້ຍັງໄດ້ໃຫ້ທິດຊີ້ນຳ ແລະເນັ້ນໜັກໃຫ້ ໂຄງການ ໃຫ້ເອົາໃຈໃສ່ໃນການປະຕິບັດມາດຕະຖານເຕັກນິກຂອງໂຄງການໃຫ້ມີຄວາມເປັນເອກະພາບ ເພື່ອຮັບປະກັນດ້ານຄຸນນະພາບຂອງໂຄງການ ແລະ ປະສິດທິຜົນຂອງໂຄງການໃນໄລຍາວ, ທັງເປັນການປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ພາຍຫຼັງ ພົບປະກັບການນຳ ແຂວງ ຫົວພັນ ແລ້ວ ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ກໍ່ໄດ້ລົງ ຢ້ຽມຢາມ-ຕິຕາມ ໂຄງການການແຮ່ເຫຼັກ ຂອງ ບໍລີສັດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຮ້ວາງຟຸກລ້າງເຊີນ ຈຳກັດ ທີເຂດບ້ານ ພູນເໜືອ, ບ້ານ ພູນກາງ ເມືອ ວຽງໄຊ ແລະ ເຂດບ້ານ ນາເອົ່າ ເມື່ອ ຊຳເໜືອ ແຂວງຫົວພັນ.
ພາບ ແລະ ຂ່າວ: ປະສົງໄຊ ໂຄດໂຍທາ