ສປປລາວ ໄດ້ຮັບລາງຊະນະເລີດ

ສປປລາວ ໄດ້ຮັບລາງຊະນະເລີດ ໃນການແຂ່ງຂັນ ການນຳສະເໜີບົດ ກ່ຽວກັບຄວາມປອດໄພຂອງເຂື່ອນ ລະຫວ່າງ ຈີນ-ອາຊຽນ

     ລະຫວ່າງວັນທີ 25-26 ພະຈິກ 2021 ຜ່ານມານີ້, ພາຍໃຕ້ການຊີ້ນຳຂອງ ກົມຮ່ວມມືສາກົນ ວິທະຍາສດ ແລະ ເຕັກໂນໂລຊີ, ກະຊວງຊັບພະຍາກອນນ້ຳ, ສ ປ ຈີນ. (Department of International Cooperation, Science and Technology, Ministry of Water Resources(MWR), P. R. China), ສະຖາບັນຄົ້ນຄວ້າຊົນລະສາດໜານຈິງ (Ninjing Hydraulic Research Institute (NHRI), P.R. China ແລະ ສູນຮ່ວມມືແຫຼ່ງນ້ຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສູນຄວບຄຸມຄວາມປອດໄພຂອງເຂື່ອນ (Lancang-Mekong Water Resources Cooperation Centre, MWR, Dam Safety Management Centre) ໄດ້ຈັດຕັ້ງການແຂ່ງຂັນການນຳສະເໜີບົດທາງໃກໃນຫົວຂໍ້ “ການເຜີຍແຜ່ວິທະຍາສາດຄວາມປອດໄພຂອງເຂື່ອນໃນຈີນ ແລະ ອາຊຽນ ຄັ້ງທີ1” (1st China-ASEAN Dam Safety Science Popularization Contest). 

ໃຫ້ກຽດກ່າວຕ້ອນຮັບເຂົ້າສູ່ການແຂ່ງຂັນໂດຍ Prof./Dr Chen Shenghui, ປະທານ ສະຖາບັນຄົ້ນຄວ້າຊົນລະສາດໜານຈິງ (NHRI) ແລະ ໃຫ້ກຽດກ່າວໂອ້ລົມໂດຍ Dr. Zhong Yong ຮອງຫົວໜ້າກົມຮ່ວມມືສາກົນ ວິທະຍາສດ ແລະ ເຕັກໂນໂລຊີ, ກະຊວງຊັບພະຍາກອນນ້ຳ, ສ ປ ຈີນ (Deputy Director General Level), MWR Department of International Cooperation, Science and Technology ແລະ Dr. Nuki Agya Utama, Acting Director of ASEAN Center for Energy.

ການແຂ່ງຂັນຄັ້ງນີ້ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຈຳນວນ 28 ທ່ານ, ປະກອບມີຕົວແທນຈາກບັນດາປະເທດອາຊຽນ ແລະ ຕົວແທນຈາກບັນດາສະຖາບັນການຄົ້ນຄວ້າ ຈາກ ສ ປ ຈີນ, ມະຫາວິທະຍາໄລ ຈາກ ສ ປ ຈີນ, ບໍລິສັດ ຈາກ ສ ປ ຈີນ. ຄູ່ຮ່ວມຈັດຕັ້ງພິທີການແຂ່ງຂັນປະກອບມີດັ່ງນີ້:
1. ASEAN Center or Energy.
2. International Joint Research Center for Water Science and Engineering.
3. China-ASEAN Dam Safety Management Capacity Building Center.
4. Hangzhou Regional Center (Asia-Pacific) for Small Hydro Power
5. Office of the National Water Resources, Thailand.
6. Department of Energy Management, Ministry of Energy and Mines, Lao PDR.
7. Committee of Large Dams and Water Resources Development, Vietnam.
8. River Basin Office, Ministry of Public Works and Housing, Indonesia; Hohai University, P. R. China.
9. Power China International Group Limited.
10. Water Conservancy Management Committee, Chinese Hydraulic Engineering Society.
Small Hydro Power Committee, China Society for Hydropower Engineering.

      ການແຂ່ງຂັນໄດ້ດຳເນີນເປັນເວລາ 02 ວັນ (ວັນທີ 25-26 ພະຈິກ 2021) ເຊິ່ງມີຫຼາກຫຼາຍຫົວຂໍ້ທີ່ກ່ຽວຂ້ອງກັບການຄຸ້ມຄອງຄວາມປອດໄພຂອງເຂື່ອນ ໂດຍມີຈຸດປະສົງຫຼັກ ເພື່ອແລກປ່ຽນບົດຮຽນ ປະສົບການທີ່ດີໃນການຄຸ້ມຄອງຄວາມປອດໄພຂອງເຂື້ອນ, ການບໍລິຫານຈັດການນ້ຳ ແລະ ການນຳໃຊ້ນ້ຳໃຫ້ເກິດປະໂຫຍດສູງສຸດ.


ສຳລັບ ສປປລາວ, ຕາງໜ້າໂດຍ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ເຂົ້າຮ່ວມແລະ ສົ່ງຜູ້ເຂົ້າຮ່ວມການແຂ່ງຂັນໃນຫົວຂໍ້ “ການຄຸ້ມຄອງຄວາມປອດໄພຂອງເຂື່ອນໃນ ສປປ ລາວ” (Dam Safety Management in Lao PDR) ຜ່ານການແຂ່ງຂັນ ສາມາດຍາດໄດ້ລາງວັນທີ 1 ຮ່ວມກັບ 3 ທ່ານ ຈາກ ສປ ຈີນ, ສິງກະໂປ ແລະ ມຽນມ້າ. ລາຍລະອຽດມີດັ່ງນີ້:

    ຜູ້ທີ່ໄດ້ຮັບລາງວັນທີ່1:
1. ທ້າວ ຂັນວິໄຊ ທະວີໄຊ ວິຊາການ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່.
2. Wu Peipei, Nanjing Hydraulic Research Institute, China.
3. Tong Xuneng, National University of Singapore, Singapore.
4. Htoo Htoo Aung, Irrigation and Water Utilization Management Department, Myanmar

      ຜູ້ທີ່ໄດ້ຮັບລາງວັນທີ 2:
1. Somsanid Chidmany, Division of Environmental Management for Energy Sector, Ministry of Natural Resources and Environment, Lao PDR.
2. Cui Zhenhua, National Research Institute of Rural Electrification, China.
3. Unpong Supakchukul, National Economic and Development Authority, Thailand.
4. Prisco Boco III, National Economy and Development Agency, Philippines.
5. Bambang Winarta, University of Brawijaya, Indonesia.
6. Mohd Khairul Idlan Bin Muhammad, University of Technology, Malaysia.
7. Sethirom Huon Samrach, Ministry of Mines and Energy, Cambodia.
8. Nguyen Van Nhuan, Thuyloi University, Vietnam.

      ຜູ້ທີ່ໄດ້ຮັບລາງວັນທີ 3:
1. Khonserth Donevixay, Ministry of Natural Resources and Environment, Lao PDR.
2. Ju Wenqian, Nanjing Hydraulic Research Institute, China.
3. Ma Rui, Tsinghua University, China.
4. Wang Liang Bin, Hohai University, Malaysia.
5. Ding Leyu, Nanjing Hydraulic Research Institute, China.
6. Nguyen Ngoc Tuan, Hydropower and Renewable Energy Institute, Vietnam.
7. Hour Thanit, Ministry of Environment, Cambodia.
8. Li Qinyuan, Nanjing Hydraulic Research Institute, China.
9. Jessica Elisabeth Sitorus, Ministry of Public Works and Housing, Indonesia
10. Ye Ming, Nanjing Hydraulic Research Institute, China.
11. Luo Youde, Shweli I Hydropower Plant in Myanmar, China.

     ການແຂ່ງຂັນໃນຄັ້ງນີ້ຖືວ່າເປັນຄັ້ງທຳອິດ ແລະ ສ ປປ ລາວ ກໍ່ສາມາດຍາດໄດ້ລາງວັນທີ 1 ຊື່ງສະແດງໃຫ້ເຫັນວ່າ ສ ປປ ລາວ ກໍ່ມີຄວາມຕັ້ງໜ້າໃນວຽກງານດັ່ງກ່າວ, ນອກຈາກນັ້ນ ການສະເໜີບົດຂອງບັນດາປະເທດຕ່າງໆກໍ່ເຫັນໄດ້ວ່າເປັນປະໂຫຍດຕໍ່ວຽກງານຄວາມປອດໄພຂອງເຂື່ອນ, ການບໍລິຫານຈັດການນ້ຳ ແລະ ການນຳໃຊ້ນ້ຳໃຫ້ເກີດປະໂຫຍດສູງສຸດ. ຊື່ງບາງຫົວຂໍ້ແມ່ນເຫັນໄດ້ວ່າແທດເໝາະກັບພະລະບົດບາດ ຫຼື ວຽກຊຸກຍູ້-ສົ່ງເສີມ ວຽກງານຄວາມປອດໄພ ແລະ ບໍລິຫານຈັດການ້ຳຢູ່ ສປປ ລາວ.

 

ແຫຼ່ງຂ່າວ ແລະ ພາບ: ກົມຄຸ້ມຄອງພະລັງງານ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ