3 ອົງການຈັດຕັ້ງມະຫາຊົນກົມຄຸ້ມຄອງພະລັງງານ ມອບອຸປະກອນການຮຽນໃຫ້ ໂຮງຮຽນປະຖົມບ້ານ ວັງມ້າ
ເພື່ອເປັນການແຂ່ງຂັນສ້າງຂະບວນການຂໍ່ານັບຕ້ອນຮັບກອງປະຊຸມໃຫຍ່ຂອງຫນ່ວຍຮາກຖານ ຊປປລ ກົມຄຸ້ມຄອງພະລັງງານ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2023 ທີ່ຈະມາເຖິງນີ້. ຕອນເຊົ້າວັນທີ 18 ພຶດສະພາ 2023, 3 ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບໜ່ວຍພັກກົມຄຸ້ມຄອງພະລັງງານ ເຊິ່ງນໍາພາໂດຍ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວຫນ້າກົມຄຸ້ມຄອງພະລັງງານ ພ້ອມດ້ວຍຄະນະໜ່ວຍພັກ,…