ກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງສາຍສົ່ງໄຟຟ້າແຮງດັນສູງ

         ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 23 ມີນາ 2023 ຢູ່ໂຮງແຮມ ລາວເທວ ພາຍໃຕ້ການເປັນປະທານຂອງ ທ່ານ ເພັດສະຫວັນ ລັດຕະນະທົງໄຊ ຫົວໜ້າກົມຄຸ້ມຄອງພະລັງງານ, ມີຜູ້ຕາງໜ້າຈາກບັນດກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງເຂົ້າຮ່ວມ.

ທ່ານ ເພັດສະຫວັນ ລັດຕະນະທົງໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນ ເພື່ອແລກປ່ຽນບົດຮຽນວຽກງານ ຄຸ້ມຄອງສາຍສົ່ງແຮງດັນສູງລະຫວ່າງບັນດາໂຄງການ IPPs ແລະ ລັດວິສາຫະກິດໄຟຟ້າລາວ; ພ້ອມກັນນີ້, ຍັງຈະໄດ້ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງພາກສາຍສົ່ງໄຟຟ້າແຮງດັນສູງ ຢູ່ ສປປລາວ.

 ທ່ານ ກ່າວຕື່ມວ່າ: ວຽກງານສ້າງ ແລະ ປັບປຸງນິຕິກຳກໍ່ເປັນວຽກທີ່ ສຳຄັນຂອງກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຄຸ້ມຄອງບັນດາໂຄງການທີ່ຕ່າງໆ ທີ່ຕິດພັນກັບວຽກງານຂອງຂະແໜງການເວົ້າລວມ, ເວົ້າສະເພາະນິຕິກຳທີ່ຄຸ້ມຄອງລະບົບສາຍສົ່ງແຮງດັນສູງ ເຊິ່ງເປັນວຽກງານໜຶ່ງທີ່ສຳຄັນ. ຜ່ານມາ ກໍ່ໄດ້ຈັດກອງປະຊຸມປຶກສາຫາລືກັນແລ້ວ ໃນວັນທີ 14 ກຸມພາ 2012 ທີ່ຜ່ານມານັ້ນຢູ່ເມືອງ ວັງວຽງ, ແຂວງວຽງຈັນ, ທີ່ປະຊຸມໄດ້ເຫັນດີ ປັບປຸງບັນດາໝວດ, ບັນດາມາດຕາ ແລະ ເນື້ອໃນຕ່າງໆ ທີ່ຍັງບໍ່ທັນຄົບຖ້ວນສົມບູນ, ເຊິ່ງ ຄະນະຮັບຜິດຊອບໄດ້ນໍາເອົາຄໍາຄິດເຫັນຈາກຜູ້ເຂົ້າຮ່ວມໄປປັບປຸງ ແລະ ໄດ້ພິຈາລະນາຢ່າງ ລະອຽດຖີ່ຖ້ວນ. ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງມີຄວາມຄົບຖ້ວນສົມບູນຂື້ນກົມຄຸ້ມຄອງພະລັງງານ ໃນນາມເປັນຜູ້ຮັບ

ຜິດຊອບ ໄດ້ຈັດກອງປະຊຸມໃນຄັ້ງນີ້ຂຶ້ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນວຽກງານສາຍສົ່ງໄຟຟ້າ ແຮງດັນສູງຂອງບັນດາໂຄງການສາຍສົ່ງໄຟຟ້າຂອງບັນດາໂຄງການ IPPs ແລະ ລັດວິສາຫະກິດໄຟຟ້າ ລາວ ພ້ອມທັງ ປະກອບຄຳເຫັນ ໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄວາມປອດໄພຂອງພາກສາຍ ສົ່ງໄຟຟ້າແຮງດັນສູງ. ບັນດາບໍລິສັດແລະພາກສ່ວນທີ່ກ່ຽວຂ້ອງຮ່ວມກັນຄົ້ນຄ້ວາ ແລະ ລະດົມແນວຄວາມຄິດຂອງບັນດານັກວິຊາການທີ່ປຶກສາ ເພື່ອສັງລວມຄຳຄິດຄຳເຫັນ, ຂໍ້ສະເໜີເພື່ອປັບປຸງຮ່າງຂໍ້ ຕົກລົງສະບັບນີ້ໃຫ້ມີຄວາມສົມບູນ, ຄົບຖ້ວນ ແລະ ສອດຄ່ອງ ກັບລະບຽບ-ກົດໝາຍຂອງບ້ານເຮົາ.

ພາບ ແລະ ຂ່າວ: ລຸງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ