ທ່ານ ລັດຖະມົນຕີ ພົບປະ, ໂອ້ລົມ ພະນັກງານລັດຖະກອນ ຢູ່ກົມຄຸ້ມຄອງພະລັງງານ

           ພິທີພົບປະຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ພຶດສະພາ 2023 ຢູ່ຫ້ອງປະຊຸມຂອງກົມຄຸ້ມຄອງພະລັງງານ ໂດຍມີ ທ່ານ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງພະລັງງານ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນພາຍໃນກົມໃຫ້ກຽດຕ້ອນຮັບ. ຮ່ວມຕິດຕາມ ທ່ານ ລັດຖະມົນຕີ ເຄື່ອນໄຫວພົບປະ, ຢ້ຽມຢາມ ກົມຄຸ້ມຄອງພະລັງງານຄັ້ງນີ້ ຍັງມີ ທ່ານ ຄໍາໂສ້ ກຸໂພຄໍາ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ຫົວໜ້າກົມຄຸ້ມຄອງພະລັງງານ ໄດ້ຕາງໜ້າໃຫ້ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານພາຍໃນກົມ ສະແດງຄວາມຕ້ອນຮັບ ແລະ ຂອບໃຈຢ່າງສູງຕໍ່ ທ່ານ ລັດຖະມົນຕີ ພ້ອມຄະນະ ທີ່ໄດ້ລົງມາພົບປະ, ຢ້ຽມຢາມ ແລະ ໂອ້ລົມ ພະນັກງານຢູ່ກົມຄຸ້ມຄອງພະລັງງານ ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຫຍ່ ແລະ ຄວາມເອົາໃຈໃສ່ໃກ້ຊິດຂອງການນຳກະຊວງ ໂດຍສະເພາະແມ່ນ ທ່ານ ລັດຖະມົນຕີ ພາຍຫຼັງໄດ້ຮັບໜ້າທີ່ໃໝ່ຢູ່ກະຊວງພະລັງງານ ແລະ ບໍ່ແຮ່.

          ພ້ອມກັນນີ້, ທ່ານ ຫົວໜ້າກົມຍັງໄດ້ລາຍງານຫຍໍ້ສະພາບທີ່ພົ້ນເດັ່ນການເຄື່ອນໄຫວວຽກງານຂອງກົມຄຸ້ມຄອງພະລັງງານ ໃນໄລຍະຜ່ານມາ ເພື່ອໃຫ້ ທ່ານ ລັດຖະມົນຕີ ໄດ້ຮັບຊາບ ແລະ ໃຫ້ທິດຊີ້ນຳຕໍ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ. ບາງຕອນ ທ່ານ ຫົວໜ້າກົມໄດ້ລາຍງານວ່າ: ກົມຄຸ້ມຄອງພະລັງງານ ແມ່ນກົມບໍລິຫານວິຊາການຢູ່ໃນໂຄງປະກອບກົງຈັກຂອງ ກະຊວງພະລັງງານ ແລະ ບໍ່ແຮ່, ມີພາລະບົດບາດເປັນເສນາທິການໃຫ້ກະຊວງ ໃນການຄຸ້ມຄອງພະລັງງານ ໃນຂອບເຂດທົ່ວປະເທດ. ປະກອບມີ 5 ພະແນກ ຄື: ① ພະແນກສັງລວມຂໍ້ມູນຂ່າວສານ, ② ພະແນກຄຸ້ມຄອງກິດຈະການພະລັງງານ, ③ພະແນກຄຸ້ມຄອງມາດຕະຖານ ແລະ ລະບຽບການ, ④ພະແນກຄຸ້ມຄອງໂຄງການພະລັງງານ, ⑤ ພະແນກຄຸ້ມຄອງນໍ້າມັນເຊື້ອໄຟ; ມີບຸກຄະລາກອນທັງໝົດ ຈໍານວນ 33 ທ່ານ, ເປັນຍິງ 6 ທ່ານ, ນອກນີ້ຍັງມີພະນັກງານສັນຍາຈ້າງຂອງກະຊວງ ຈໍານວນ 3 ທ່ານ, ເປັນຍິງ 2 ທ່ານ ແລະ ພະນັກງານອາສາສະໝັກ ຈໍານວນ 2 ທ່ານ.

          ທ່ານ ເພັດສະຫວັນ ລັດຕະນະທົງໄຊ ໄດ້ກ່າວຕື່ມວ່າ: ເພື່ອເປັນການຜັນຂະຫຍາຍຊຸກຍູ້ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ໃຫ້ມີຜົນສໍາເລັດ, ກົມຄຸ້ມຄອງພະລັງງານ ໄດ້ສ້າງແຜນວຽກຈຸດສຸມ ໃນການຕິດຕາມ, ກວດກາ ໄລຍະການກໍ່ສ້າງ, ການດໍາເນີນງານການຜະລິດພະລັງງານ, ການບໍລຸງຮັກສາ ບັນດາໂຄງການ ສະຖານີໄຟຟ້າ, ສາຍສົ່ງໄຟຟ້າ ໂຄງການພັດທະນາພະລັງງານ(ພະລັງງານໄຟຟ້າແສງຕາເວັນ, ພະລັງງານລົມ, ພະລັງງານຈາກຊີວະມວນ) ແລະ ສ້າງ,ປັບປຸງບັນດານິຕິກໍາລຸ່ມກົດໝາຍ ຈໍານວນໜື່ງທີ່ຕິດພັນກັບພາລະບົດບາດຂອງກົມເປັນຕົ້ນແມ່ນ:

: ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ສານມາກເກີຢອດໃສ່ນໍ້າມັນເຊື້ອໄຟ ສຳເລັດແລ້ວ 90%, ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການດໍາເນີນທຸລະກິດຜະລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ ສຳເລັດແລ້ວ 60%, ສ້າງປື້ມຄູ່ມືການຢອດສານມາເກີໃສ່ນໍ້າມັນເຊື້ອໄຟ ສຳເລັດແລ້ວ 60%, ປັບປຸງຂໍ້ຕົກລົງ ສະບັບເລກທີ 1155 ວ່າດ້ວຍການສ້າງຕັ້ງ ແລະ ດໍາເນີນວິສາຫະກິດໄຟຟ້າ ສຳເລັດແລ້ວ 93%, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄວາມປອດໄຟ ສໍາລັບການກໍ່ສ້າງ, ການດໍາເນີນງານ ແລະ ບໍາລຸງຮັກສາ ຂອງລະບົບສາຍສົ່ງໄຟຟ້າແຮງດັນສູງ 115 ກວ ຂື້ນໄປ ສຳເລັດແລ້ວ 85%.

          ນອກຈາກນີ້, ກົມຄຸ້ມຄອງພະລັງງານ ຍັງໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ອື່ນໆຕື່ມອີກ ໂດຍສະເພາະແມ່ນການຈັດກອງປະຊຸມ ວຽກງານຕ່າງໆ ຮ່ວມກັບພາກສ່ວນກ່ຽວຂ້ອງ, ສໍາເລັດການຈັດຝືກອົບຮົມ, ຄົ້ນຄວ້າປະກອບຄໍາເຫັນ ດ້ານວິຊາການກ່ຽວກັບການຄຸ້ມຄອງພະລັງງານ, ການຄຸ້ມຄອງ ແລະ ສະໜອງຂໍ້ມູນຂ່າວສານ, ວຽກງານຄຸ້ມຄອງກິດຈະການພະລັງງານ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄໍາແສງ ແກ້ວປະເສີດ