
ກອງປະຊຸມຝຶກອົບຮົມ ໄດ້ຈັດຂຶ້ນໃນວັນທີ 05 ທັນວາ 2023 ທີ່ເມືອງວັງວຽງ ແຂວງ ວຽງຈັນ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ຫຸມພັນ ວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະລັງງານ, ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ທ່ານ ຫຸມພັນ ວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະລັງງານ ກ່າວເປີດກອງປະຊຸມວ່າ: ຈຸດປະສົງໃນການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ເພື່ອໃຫ້ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງພະລັງງານ ໄດ້ຮັບການຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ມີບ່ອນອີງທາງດ້ານນິຕິກໍາ ທາງກົມພວກເຮົາ ກໍາລັງເລັ່ງປັບປຸງກົດໝາຍໄຟຟ້າ ແລະ ສ້າງດໍາລັດວ່າດ້ວຍການປັບໃໝຕໍ່ຜູ້ລະເມີດກົດໝາຍວ່າດ້ວຍໄຟຟ້າ ແລະ ໄດ້ສ້າງຂໍ້ຕົກລົງໃໝ່ ກ່ຽວກັບການຄຸ້ມຄອງນໍ້າມັນເຊື້ອໄຟ ວ່າດ້ວຍການນໍາໃຊ້ສານມາກເກີຢອດໃສ່ນໍ້າມັນເຊື້ອໄຟ ແລະ ໄດ້ສືບຕໍ່ປັບປຸງຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ແລະ ດໍາເນີນທຸລະກິດໄຟຟ້າ ເຊິ່ງໄດ້ມີການປະກາດນໍາໃຊ້ມາແຕ່ປີ 2008 ເຊິ່ງເຫັນໄດ້ວ່າ ມາຮອດປັດຈຸບັນ ແມ່ນບໍ່ສອດຄ່ອງກັບສະພາບການເຄື່ອນໄຫວວຽກງານຕົວຈິງ ໃນການດໍາເນີນທຸລະກິດ ຫຼື ກິດຈະກໍາກ່ຽວກັບ ວຽກງານດັ່ງກ່າວ ໂດຍສະເພາະແມ່ນ ການຄຸ້ມຄອງພະລັງງານ ໃຫ້ຂະແໜງການທ້ອງຖິ່ນໃນຂອບເຂດທົ່ວປະເທດ, ຜ່ານຮ່າງປັບປຸງ ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການສ້າງຕັ້ງ ແລະ ດຳເນີນວິສາຫະກິດໄຟຟ້າ ສະບັບເລກທີ 1155/ ພບ ແລະ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການນໍາໃຊ້ສານມາກເກີ້ຢອດໃສ່ນໍ້າມັນເຊື້ອໄຟ.

