ພິທີມອບຮັບໂດຣນ (ເຮືອບິນບໍ່ມີຄົນຂັບ)

          ໃນວັນທີ 1 ພະຈິກ 2024, ໄດ້ມີພິທີມອບຮັບໂດຣນ (ເຮືອບິນບໍ່ມີຄົນຂັບ), ເຊິ່ງຈັດຂຶ້ນທີ່ ກະຊວງພະລັງງານ ແລະ ບໍ່ແຮ່, ນະຄອນຫຼວງວຽງຈັນ. ໃຫ້ກຽດຮັບອຸປະກອນດັ່ງກ່າວ ໂດຍທ່ານ ຫຸມພັນ ວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະລັງງານ ແລະ ທ່ານ ໂພໄຊ ພົມມະທໍາ, ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລັດວິສາຫະກິດໄຟຟ້າລາວ, ສາຂານະຄອນຫຼວງ 1. ເປັນກຽດມອບໂດຍທ່ານ ແມັດ ເຄີທິສ, ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການ USAID, ລວມມູນເປັນມູນຄ່າທັງໝົດ 432,000,000 ກີບ.

          ໃນຕອນທ້າຍພິທີ, ໄດ້ມີການສາທິດການນໍາໃຊ້ໂດຍ ພະນັກງານກົມຄຸ້ມຄອງພະລັງງານ ແລະ ພະນັກງານລັດວິສາຫະກິດໄຟຟ້າລາວ ຜູ້ທີ່ໄດ້ຮັບການຝຶກອົບຮົມການນໍາໃຊ້ອຸປະກອນດັ່ງກ່າວໃນເດືອນສິງຫາ 2024 ທີ່ຜ່ານມາ. ອຸປະກອນດັ່ງກ່າວມີຄວາມສໍາຄັນຫຼາຍໃນການນໍາໃຊ້ເຂົ້າ ໃນການຕິດຕາມ ແລະ ກວດກາພາກສະໜາມໃນໄລຍະກໍ່ສ້າງ ແລະ ໄລຍະດໍາເນີນການຂອງບັນດາ ໂຄງການໄຟຟ້າ ແສງຕາເວັນ, ພະລັງງານລົມ, ພະລັງງານຊີວະມວນ, ຕິດຕາມກວດກາໃນວຽກງານ ລະບົບສາຍສົ່ງໄຟຟ້າ, ສະຖານີໄຟຟ້າ, ແລະ ລະບົບຈໍາໜ່າຍໄຟຟ້າ ຕະຫຼອດເຖິງຜູ້ຊົມໃຊ້ໄຟຟ້າ ໃນຕໍ່ໜ້າ. ເຊິ່ງເຮັດໃຫ້ການຕິດຕາມກວດກາມີຄວາມວ່ອງໄວ ແລະ ມີປະສິດທິພາບ ແລະ ປະຢັດຄ່າໃຊ້ຈ່າຍອີກດ້ວຍ.
ພາບ ແລະ ຂ່າວ: ກົມຄຸ້ມຄອງພະລັງງານ
ສາຍດ່ວນ: 1506