ກອງປະຊຸມລະດົມແນວຄວາມຄິດ ເພື່ອປັບປຸງກົດໝາຍວ່າດ້ວຍໄຟຟ້າ ສະບັບປີ 2017

          ກອງປະຊຸມໄດ້ຈັດຂຶ້ນລະຫວ່າງວັນທີ 2-5 ເມສາ 2025 ທີ່ ໂຮງແຮມອາມາຣີ, ເມືອງວັງວຽງ, ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ເພັດສະຫວັນ ລັດຕະນະທົງໄຊ ຫົວໜ້າກົມຄຸ້ມຄອງພະລັງງານ, ມີຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ; ຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່; ບັນດາພະແນກພະລັງງານ ແລະ ບໍ່ແຮ່ 8 ແຂວງ ພາກເໜືອ ແລະ ສະຖານທູດປະເທດອົດສະຕາລີ ແລະ ທີ່ປຶກສາດ້ານກົດໝາຍກໍ່ໄດ້ເຂົ້າຮ່ວມ.

          ກອງປະຊຸມໃນຄັ້ງນີ້ ເປັນການລະດົມແນວຄິດ, ແລກປ່ຽນ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍໄຟຟ້າ ສະບັບເລກທີ 19/ສພຊ, ລົງວັນທີ 09 ພຶດສະພາ 2017 ເພື່ອເປັນຂໍ້ມູນພື້ນຖານໃນການປັບປຸງກົດໝາຍສະບັບດັ່ງກ່າວໃນຕໍ່ໜ້າ. ທ່ານ ຫຸມພັນ ວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະລັງງານ ໄດ້ສະເໜີຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍໄຟຟ້າສະບັບປີ 2017 ແລະ ທິດທາງແຜນການປັບປຸງກົດໝາຍດັ່ງກ່າວໃນຕໍ່ໜ້າ ເພື່ອໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໃນປັດຈຸບັນ.

          ຕະຫຼອດໄລຍະເວລາການດຳເນີນກອງປະຊຸມ 3 ວັນ ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນ-ຖອດຖອນບົດຮຽນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍໄຟຟ້າ ສະບັບປີ 2017 ຢ່າງກົງໄປກົງມາ ແລະ ຢ່າງພາວະວິໃສ ເພື່ອເປັນບ່ອນອີງໃຫ້ຄະນະປັບປຸງກົດໝາຍດັ່ງກ່າວ ໄດ້ນຳໄປສຶກສາຄົ້ນຄວ້າ, ຈັດຕັ້ງຜັນຂະຫຍາຍ ແລະ ເປັນບ່ອນອີງໃນການປັບປຸງກົດໝາຍວ່າດ້ວຍໄຟຟ້າໃຫ້ເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບສະພາບແວດລ້ອມການພັດທະນາອຸດສາຫະກຳພະລັງງານໄຟຟ້າຢູ່ ສປປລາວ.

ພາບ-ຂ່າວ: ກົມຄຸ້ມຄອງພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506