ກອງປະຊຸມເຜີຍແຜ່ມາດຕະຖານເຕັກນິກໄຟຟ້າຂອງລາວ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ

          ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 8 ທັນວາ 2023, ຢູ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ ພາຍໃຕ້ກາຍເປັນປະທານຮ່ວມຂອງ ທ່ານ ຫຸມພັນ ວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ແກ້ວ ສິລິສະຫວັດ ຫົວໜ້າພະແນກພະລັງງານ ແລະ ບໍ່ ແຮ່ ແຂວງຈຳປາສັກ ມີຜູ້ຕາງໜ້າຈາກບັນດາພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.

         ທ່ານ ຫຸມພັນ ວົງພະຈັນ ກ່າວເປີດກອງປະຊຸມວ່າ: ດ້ວຍຄວາມຮັບຜິດຊອບຕາມທີ່ຖືກມອບໝາຍ, ວຽກສ້າງ ແລະ ປັບປຸງນິຕິກຳກໍເປັນວຽກທີ່ສໍາຄັນຂອງກະຊວງພະລັງງານ ແລະ ບໍ່ແຮ່; ເວົ້າສະເພາະກໍ່ຄື ກົມຄຸ້ມຄອງພະລັງງານ. ໃນການສ້າງ ແລະ ເຜີຍແຜ່ບັນດານິຕິກໍາໃຕ້ກົດໝາຍ, ມາດຕະຖານເຕັກນິກໄຟຟ້າ, ຄຳແນະນຳ, ຂໍ້ຕົກລົງ ແລະ ລະບຽບການທີ່ກ່ຽວຂ້ອງໃນການຄຸ້ມຄອງວຽກງານຂະແໜງໄຟຟ້າໃຫ້ເປັນເອກະພາບໃນທົ່ວປະເທດ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂະແໜງການພະລັງງານໃຫ້ມີການພັດທະນາ ແລະ ບັນລຸຜົນ, ກົມຄຸ້ມຄອງພະລັງງານໄດ້ມີການລົງເຜີຍແຜ່, ຖ່າຍທອດຄວາມຮູ້ ແລະ ການສ້າງຄວາມເຂັ້ມແຂງ ໂດຍການເຜີຍແຜ່ບັນດາມາດຕະຖານເຕັກນິກໄຟຟ້າຂອງລາວ (LEPTS) ສະບັບປັບປຸງ ໃຫ້ກັບບັນດາພະແນກພະລັງງານ ແລະ ບໍ່ແຮ່ໃນ 4 ແຂວງພາກໃຕ້ ແລະ ຟຟລ ແຂວງ

         ທ່ານ ຮອງຫົວໜ້າກົມກ່າວຕື່ມວ່າ: ໂດຍສືບຕໍ່ຈາກກອງປະຊຸມຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຄວາມປອດໄພຂອງພາກສາຍສົ່ງໄຟຟ້າແຮງດັນສູງຄັ້ງທີ່ີຜ່ານມານັ້ນ, ທີ່ປະຊຸມໄດ້ເຫັນດີ ປັບປຸງບັນດາໝວດ, ບັນດາມາດຕາ ແລະ ເນື້ອໃນຕ່າງໆ ທີ່ຍັງບໍ່ທັນຄົບຖ້ວນສົມບູນ, ເຊິ່ງ ຄະນະຮັບຜິດຊອບກໍ່ໄດ້ນຳເອົາຄຳເຫັນຈາກຜູ້ເຂົ້າຮ່ວມໄປປັບປຸງ ແລະ ຄົ້ນຄວ້າພິຈາລະນາຢ່າງລະອຽດຖີ່ຖ້ວນ. ສະນັ້ນ, ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຄວາມປອດໄພຂອງພາກສາຍສົ່ງໄຟຟ້າແຮງດັນສູງມີຄວາມຄົບຖ້ວນສົມບູນຂຶ້ນຕື່ມອີກທາງທີມງານຂອງພວກເຮົາຈຶ່ງໄດ້ຈັດກອງປະຊຸມນີ້ຂື້ນ ເພື່ອ ຜ່ານເນື້ອໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງພາກສາຍສົ່ງໄຟຟ້າແຮງດັນສູງ ພ້ອມທັງປຶກສາຫາລື, ແລກປ່ຽນບົດຮຽນວຽກງານສາຍສົ່ງໄຟຟ້າແຮງດັນສູງກັບບັນດາພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ລັດວິສາຫະກິດໄຟຟ້າລາວ ພ້ອມທັງ ປະກອບຄຳເຫັນ ໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄວາມປອດໄພຂອງພາກສາຍສົ່ງໄຟຟ້າແຮງດັນສູງ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ກົມຄຸ້ມຄອງພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506