
ເພື່ອເປັນການແຂ່ງຂັນສ້າງຂະບວນການຂໍ່ານັບຕ້ອນຮັບກອງປະຊຸມໃຫຍ່ຂອງຫນ່ວຍຮາກຖານ ຊປປລ ກົມຄຸ້ມຄອງພະລັງງານ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2023 ທີ່ຈະມາເຖິງນີ້. ຕອນເຊົ້າວັນທີ 18 ພຶດສະພາ 2023, 3 ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບໜ່ວຍພັກກົມຄຸ້ມຄອງພະລັງງານ ເຊິ່ງນໍາພາໂດຍ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວຫນ້າກົມຄຸ້ມຄອງພະລັງງານ ພ້ອມດ້ວຍຄະນະໜ່ວຍພັກ, ຄະນະກົມ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນພາຍໃນກົມ ໄດ້ໄປມອບອຸປະກອນການສຶກສາໃຫ້ ໂຮງຮຽນປະຖົມບ້ານ ວັງມ້າ, ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ຂອງ ທ່ານ ອຳພອນ ສີສຸພັນ ຫົວໜ້າຫ້ອງການສຶກສາ ແລະ ກິລາ ເມືອງສັງທອງ ແລະ ທ່ານ ຄຳສາຍ ຄຳມະນີວົງ ຜູ້ອຳນວຍການ ໂຮງຮງນປະຖົມສົມບູນບ້ານວັງມ້າ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

