ກອງປະຊຸມ ຜ່ານຮ່າງປັບປຸງ ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການສ້າງຕັ້ງ ແລະ ດຳເນີນວິສາຫະກິດໄຟຟ້າ ສະບັບເລກທີ 1155/ ພບ ແລະ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການນໍາໃຊ້ສານມາກເກີ້ຢອດໃສ່ນໍ້າມັນເຊື້ອໄຟ.

           ໃນວັນທີ 06 ທັນວາ 2023 ທີ່ເມືອງວັງວຽງ ແຂວງ ວຽງຈັນກອງປະຊຸມ ຜ່ານຮ່າງປັບປຸງ ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການສ້າງຕັ້ງ ແລະ ດຳເນີນວິສາຫະກິດໄຟຟ້າ ສະບັບເລກທີ 1155/ ພບ ແລະ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການນໍາໃຊ້ສານມາກເກີ້ຢອດໃສ່ນໍ້າມັນເຊື້ອໄຟ. ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ທຳມະນູນ ນາຄະວິດ ຮອງຫົວໜ້າກົມຄຸ້ມຄອງພະລັງງານ, ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

            ການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ເພື່ອໃຫ້ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງພະລັງງານ ໃນການຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ມີບ່ອນອີງທາງດ້ານນິຕິກໍາ ໄດ້ສ້າງຂໍ້ຕົກລົງໃໝ່ ກ່ຽວກັບການຄຸ້ມຄອງນໍ້າມັນເຊື້ອໄຟ ວ່າດ້ວຍການນໍາໃຊ້ສານມາກເກີຢອດໃສ່ນໍ້າມັນເຊື້ອໄຟ ເຊິ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການນໍາໃຊ້ສານມາກເກີ້ຢອດໃສ່ນໍ້າມັນເຊື້ອໄຟ ທັງໝົດ 31 ມາດຕາທີ່ ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຮອງແລ້ວ ເຊິ່ງວ່າຂໍ້ຕົກລົງສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມ, ການກວດກາ ແລະ ການເຄື່ອນໄຫວວຽກງານການນໍາໃຊ້ສານມາກເກີຢອດໃສ່ນໍ້າມັນເຊື້ອໄຟ ແນໃສ່ ການປົກປ້ອງຜົນປະໂຫຍດຂອງລັດ, ຜູ້ປະກອບການດໍາເນີນທຸລະກິດ, ຜູ້ຊົມໃຊ້ນໍ້າມັນເຊື້ອໄຟ ແລະ ປ່ຽນແທນການ ກໍານົດສານສີໃນນໍ້າມັນເຊື້ອໄຟ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດ. ດ້ວຍເຫດນັ້ນ, ການສ້າງນິຕິກຳ ຈະເປັນເຄື່ອງມືອັນສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງພະລັງງານ ລວມທັງນໍ້າມັນເຊື້ອໄຟ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງ ກັບລະບຽບ-ກົດໝາຍຂອງ ສປປ ລາວ.