ກົມຄຸ້ມຄອງພະລັງງານ ສຳເລັດການດຳເນີນກອງປະຊຸມກາງສະໄໝ

ຂ່າວສັ້ນ:
          ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 22 ມິຖຸນາ 2023 ນີ້, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງພະລັງງານ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ, ສຳຮອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໜ່ວຍພັກກົມຄອງພະລັງງານ ແມ່ນເປັນໜ່ວຍພັກໜຶ່ງທີ່ກັບອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ມີສະມຊິກພັກທັງໝົດ 31 ສະຫາຍ, ຍິງ 5 ສະຫາຍ. ໃນນີ້, ມີສະມາຊິກພັກສົມບູນອະວຸໂສບໍານານ 4 ສະຫາຍ, ສຳຮອງ 5 ສະຫາຍ.
ພາບຂ: ກົມຄຸ້ມຄອງພະລັງງານ
ຂ່າວ: ຄຳແສງ ແກ້ວປະເສີດ