ກອງປະຊຸມປຶກສາຫາລື ກ່ຽວກັບ ການອອກໃບຢັ້ງຢືນພະລັງງານທົດແທນ ຂອງລາວ (Renewable Energy Certificate, REC).

           ກອງປະຊຸມປຶກສາຫາລື ກ່ຽວກັບ ການອອກໃບຢັ້ງຢືນພະລັງງານທົດແທນ ຂອງລາວ ໄດ້ຈັດຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ, ໃນວັນທີ 14 ເດືອນພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ຫຸມພັນ ວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະລັງງານ ໂດຍໄດ້ຮັບການສະຫນັບສະຫນູນທາງດ້ານວິຊາການຈາກ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ອົງການ USAID Southeast Asia Smart Power Program (SPP).

          ກອງປະຊຸມຄັ້ງນີ້ ໄດ້ຮັບຟັງລາຍງານ ການສືກສາຄົ້ນຄວ້າສະພາບລວມ ແລະ ແນວຄວາມຄິດພື້ນຖານຂອງຕະຫຼາດການຊື້ -ຂາຍ ໃບຢັ້ງຢືນພະລັງງານທົດແທນ REC ຈາກ ຜູ້ຊ່ຽວຊານ REC ຂອງບໍລິສັດ SuSca ແລະ ບໍລິສັດ TEPCO Group ເຊິ່ງເຫັນໄດ້ວ່າການພັດທະນາເສດຖະກິດສັງຄົມໃນປັດຈຸບັນ ແລະ ແນວໂນ້ມການນຳໃຊ້ພະລັງງານຂອງພາກພື້ນ ແລະ ສາກົນ ເຊິ່ງມີຄວາມຕ້ອງການນຳໃຊ້ພະລັງງານທົດແທນເພີ່ມຂຶ້ນ. ສະນັັ້ນ, ວຽກງານການຊື້-ຂາຍ ໃບຢັ້ງຢືນ REC ເປັນວຽກງານຫນຶ່ງທີ່ມີຄວາມສໍາຄັນຕໍ່ຂະແຫນງພະລັງງານຂອງລາວ ເພາະວ່າ ນອກຈາກຈະສ້າງລາຍຮັບເພີ່ມຕື່ມໂດຍບໍ່ໄດ້ລົງທຶນເພີ່ມ ຍັງຈະເປັນແຮງຂັບເຄື່ອນທີ່ດີໃຫ້ແກ່ການພັດທະນາແຫລ່ງພະລັງງານທົດແທນທີ່ອຸດົມສົມບູນໃນລາວໃຫ້ຫລາຍຂຶ້ນ ເພາະວ່າໂດຍສ່ວນໃຫຍ່ແລ້ວທ່າແຮງແຫລ່ງພະລັງງານຢູ່ ສປປ ລາວ ແມ່ນໄດ້ມາຈາກພະລັງງານທີ່ສະອາດ ເປັນຕົ້ນ ພະລັງງານໄຟຟ້ານ້ຳຕົກ, ພະລັງງານລົມ, ພະລັງງານແສງຕາເວັນ.

          ຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ ໄດ້ສ້າງຄວາມເຂົ້າໃຈຕໍ່ກັບມາດຖານເງື່ອນໄຂໃນການການສະເໜີເປັນ Local Issuer, ຜູ້ຂາຍ Boker, ກົນໄກໃນການຊື້-ຂາຍ ແລະ ສິ່ງທ້າທາຍ ຕ່າງໆ ໃນການຊື້-ຂາຍໃບຢັ້ງຢືນ RECs ຂ້າມພົມແດນ, ການວາງແຜນວຽກໃນຕໍ່ຫນ້າ ເພື່ອກຳນົດກອບຫນ້າວຽກຂອງວຽກງານ RECs.
ພາບ ແລະ ຂ່າວ: ກົມຄຸ້ມຄອງພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506