ລັດຖະບານ ອະນຸຍາດໃຫ້ 2 ບໍລິສັດ ສຶກສາຄວາມເປັນໄປໄດ້ການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ຈາກເຂື່ອນໄຟຟ້ານໍ້າອູ 3,4,5,6 ແລະ 7 ຫາຊາຍແດນ ລາວ-ຫວຽດນາມ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ( 220 ກິໂລໂວນ) ຈາກເຂື່ອນໄຟຟ້ານໍ້າອູ 3,4,5,6 ແລະ 7 ນີ້ ຜ່ານແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ ອອກສູ່ຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2022 ນີ້ ລະຫວ່າງ ລັດຖະບານ ສປປລາວ ແລະ ບໍລິສັດ CTC Development ກຼູບ ແລະ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ). ຕາງໜ້າ ລັດຖະບານ ສປປລາວ ລົງນາມໂດຍ ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຝ່າຍບໍລິສັດ ຕາງໜ້າໂດຍ ທ່ານ ຈັນທອນ ຈັນທະສະຫວັດ ປະທານບໍລິສັດ CTC Development ກຼູບ, ໂດຍການເຂົ້າຮ່ວມເປັນສັກຂີ່ພິຍານຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຮອງເຈົ້າແຂວງໆ ຫຼວງພະບາງ, ຮອງເຈົ້າແຂວງໆ ຜົ້ງສາລີ ພ້ອມພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ທ່ານ ບຸນຖົມ ລໍມະນີ ປະທານທີ່ປຶກສາ ບໍລິສັດ CTC Development ກຼູບກ່າວວ່າ: ບໍລິສັດ CTC Development ກຼູບ ແລະ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ) ແມ່ນເປັນບໍລິສັດເອກະຊົນທັງ 2 ແລະ ໄດ້ຮ່ວມທຸລະກິດຮ່ວມກັນມາດົນນານ, ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໂຄງການສາຍສົ່ງໄຟຟ້າແຮງດັນສູງ 220 ກິໂລໂວນ ຄັ້ງນີ້ແມ່ນເປັນນິມິດໝາຍສຳຄັນ ຂອງ 2 ບໍລິສັດ ແລະ ແມ່ນໝາກຜົນສຳເລັດຕົວຈິງເບື້ອງຕົ້ນທີ່ໄດ້ມີການທົບທວນການເຈລະຈາມາດົນ, ເຊິ່ງຜົນສຳເລັດຄັ້ງນີ້ແມ່ນຍ້ອນການໄດ້ຮັບການສະໜັບສະໜູນຈາກບັນຄະນະນຳ ຈາກຂະແໜງການກ່ຽວຂ້ອງຈົນເຖິງມື້ນີ້. ໂຄງກງານສຶກສາຄວາມເປັນໄປໃນການກໍ່ສ້າງສ້າງສາຍສົ່ງໄຟຟ້າແຮງດັນສູງ 220 ກິໂລໂວນ ຈາກເຂື່ອນນໍ້າອູ 3,4,5,6 ແລະ 7 ນີ້ ແມ່ນຜ່ານແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ ແມ່ນມີກຳນົດໄລຍະເວລາການສຶກສາອອກແບບ 18 ເດືອນ.
ທ່ານ ກ່າວຕື່ມວ່າ: ເຖິງຈະເປັນໄລຍະເວລາທີ່ສັ້ນ, ແຕ່ພວກຂ້າພະເຈົ້າຈະພະຍາຍາມສູ້ຊົນປະຕິບັດຕາມກຳນົດເວລາໃຫ້ໄດ້ ເນື່ອງຈາກທາງ 2 ບໍລິສັດ ແມ່ນມີຄວາມພ້ອມທາງດ້ານທຶນຮອນ, ເຕັກນິກວິຊາການ ແລະ ແຮງງານທຸກດ້ານ ເຊິ່ງຫຼັກການສຳຫຼວດນີ້ຈະມີການອອກແບບສາຍສົ່ງໄຟຟ້າແບບແຈກບໍ່ຈຳກັດ ເພື່ອເປັນໂອກາດໃຫ້ບໍລິສັດໄດ້ນໍາໃຊ້ໄດ້, ຂ້າພະເຈົ້າເຊື່ອວ່າຫາກຜົນການສຶກສາສຳເລັດສຳເລັດ ແລະ ຫາກໄດ້ຈັດຕັ້ງປະຕິບັດການກໍ່ສ້າງສາຍສົ່ງໄປສູ່ຊາຍແດນ ສສ ຫວຽດນາມ ຄິດວ່າຈະເກີດຜົນປະໂຫຍດໃຫ້ລໍ້າຄ່າມາໃຫ້ ສປປ ລາວ ໂດຍສະເພາະການສ້າງລາຍໄດ້ເຂົ້າປະເທດ.
ແຫຼ່ງຂ່າວ: ເສດຖະກິດ-ການຄ້າ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ