ພິທີເປີດນຳໃຊ້ສາຍສົ່ງແຮງສູງ 115 ກິໂລໂວນຈາກສະຖານີຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຫາ ທ່າຂີ້ເຫຼັກ ປະເທດ ມຽນມາ.

       ໃນຕອນເຊົ້າວັນທີ 28 ພຶດສະພາ 2022 ຜ່ານມາ ທີ່ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ມີພິທີເປີດນຳໃຊ້ສາຍສົ່ງແຮງສູງ 115 ກິໂລໂວນຈາກສະຖານີຕົ້ນເຜິ້ງ ແຂວງບໍ່ແກ້ວ ຫາ ທ່າຂີ້ເຫຼັກ ປະເທດມຽນມາ. ໃນພິທີເປີດນໍາໃຊ້ສາຍສົ່ງໄຟຟ້າແຮງສູງ 115ກິໂລໂວນຈາກສະຖານີຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຫາທ່າຂີ້ເຫຼັກ ປະເທດມຽນມາ ໃນພິທີດັ່ງກ່າວມີ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ຄຳໂສ້ ກຸໂພຄຳ ວ່າການກະຊວງຫ້ອງການກະຊວງພະລັງງານແລະບໍ່ແຮ່, ທ່ານຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ວົງສຸກໃຈ ສີສະແຫວງສຸກ ຜູ້ອໍານວຍການບໍລິສັດແມ່ຂອງຄອນກຣີດແອນມີເຕີຣຽນຈຳກັດ MCM ພ້ອມບັນດາທ່ານເຈົ້າເມືອງແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການສາຍສົ່ງໄຟຟ້າແຮງສູງ 115 ກິໂລໂວນຈາກສະຖານີ ຕົ້ນເຜິ້ງ ແຂວງບໍ່ແກ້ວ ຫາ ທ່າຂີ້ເຫຼັກ ປະເທດມຽນມາ ເປັນການເຊື່ອມຕໍ່ສາຍສົ່ງເພື່ອສົ່ງອອກພະລັງງານໄຟຟ້າຕາມການສັນຍາຊື້ຂາຍພະລັງງານໄຟຟ້າລະຫວ່າງລັດວິສາຫະກິດໄຟຟ້າລາວແລະບໍລິສັດ MCM. ເຊິ່ງໂຄງການດັ່ງກ່າວເປັນການລົງທຶນຂອງບໍລິສັດ MCM ເປັນຜູ້ຮັບເໝົາກໍ່ສ້າງແລະພັດທະນາເປັນໂຄງການພັດທະນາສາຍສົ່ງ115ກິໂລໂວນວົງຈອນດ່ຽວ ມີຄວາມຍາວ 14.9 ກິໂລແມັດ ມີຕົ້ນເສົາທັງໝົດ 55 ເສົາ ເຊິ່ງ 53 ຕົ້ນແມ່ນຢູ່ຝັ່ງລາວ ແລະ 2 ຕົ້ນແມ່ນຢູ່ຝັ່ງປະເທດມຽນມາ. ເຊິ່ງກຳລັງໄຟຟ້າທີ່ສົ່ງອອກຕາມແຜນແມ່ນ 30 ເມກາວັດ.
     ນອກນີ້ ທ່ານ ຄໍາໂສ້ ກູໂພຄໍາ ວ່າການຫົວໜ້າຫ້ອງການ ກະຊວງ ພະລັງງານ ແລະ ບໍແຮ່ ຍັງໄດ້ກ່າວ ການຜານການພັດທະນາ ຂອງຂະແໜງການ ພະລັງງານ ແລະ ບໍ່ແຮ່ ໃນຊຸມປີທີ່ຜ່ານມາ, ພາຍໃຕ້ການຊີ້ນຳຂອງພັກ, ຂອງຄະນະພັກ, ການນໍາພາຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ຂະແໜງພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີຄວາມ
ພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ພັດທະນາ ອຸດສາຫະກໍາໄຟຟ້າ ແລະ ກໍສາມາດຍາດໄດ້ຜົນສໍາເລັດ ແລະ ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ, ຕໍ່ເນື່ອງ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຕັ້ງໜ້າ. ການພັດທະນາອຸດສາຫະກໍາພະລັງ ງານ ແລະ ບໍ່ແຮ່ ຢູ່ປະເທດເຮົາ ແມ່ນໄດ້ດໍາເນີນໄປຢ່າງເປັນຄົບຊຸດຊຶ່ງປະກອບດ້ວຍ: ການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ແລະ ການພັດທະນາລະບົບສາຍສົ່ງ ເພື່ອຮັບໃຊ້ພາຍໃນ ແລະ ການສົ່ງອອກຕ່າງປະເທດ. ການພັດທະນາແຫຼ່ງຜະລິດພະລັງງານ, ພັດທະນາລະບົບສາຍສົ່ງ ແລະ ພັດທະນາລະບົບຈໍາໜ່າຍ.
     ມາຮອດປັດຈຸບັນນີ້, ທົ່ວປະເທດພວກເຮົາໄດ້ມີແຫຼ່ງຜະລິດໄຟຟ້າຊຶ່ງມີກໍາລັງຕິດຕັ້ງນັບແຕ່ 1 MW ຂຶ້ນໄປທັງໝົດ 86 ແຫ່ງ. ໃນນີ້ : ເຂື່ອນໄຟຟ້າພະລັງນໍ້າ 73 ແຫ່ງ, ພະລັງງານແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ພະລັງງານຄວາມຮ້ອນຖ່ານຫີນ 1 ແຫ່ງ ຊຶ່ງມີກໍາລັງຕິດຕັ້ງທັງໝົດ 10.447,93 ເມກາວັດ, ມີຄວາມສາມາດຜະລິດພະລັງງານໄຟຟ້າ 54.050, 93 GWh/ປີ.
     ພວກເຮົາໄດ້ເອົາໃຈໃສ່ພັດທະນາພະລັງງານທົດແທນຢ່າງແຂງແຮງໂດຍສະເພາະແມ່ນເພື່ອຮັບປະກັນການຊົມໃຊ້ຢູ່ພາຍໃນ ໂດຍສະເພາະແມ່ນຢູ່ໃນເຂດຫ່າງໄດສອກຫຼີກຊຶ່ງລະບົບສາຍສົ່ງຍັງຂະຫຍາຂະຫຍາຍຕົວໄປບໍ່ທັນຮອດ ຊຶ່ງມາຮອດປັດຈຸບັນປະກອບມີ : ໄຟຟ້າຖ່ານຫີນ 1 ໂຄງການ, ໂຄງການພະລັງງານໄຟຟ້າຈາກລົມມີ 4 ໂຄງການຊຶ່ງພວມຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້, ໂຄງການຜະລິດພະລັງງານຊີວະມວນ 4 ໂຄງການ. ໂຄງການໄຟຟ້າແສງຕາເວັນທີ່ສູນກາງອະນຸມັດມີ 5 ໂຄງການ ແລະ ທ້ອງຖິ່ນອະນຸມັດ 45 ໂຄງການ. ນອກຈາກນີ້, ຍັງມີໂຄງການທີ່ພວມສຶກສາຄົ້ນຄວ້າ 13ໂຄງການ.
     ຄຽງຄູ່ກັບການພັດທະນາແຫຼ່ງຜະລິດກະແສໄຟຟ້າ, ກັບການພັດທະນາລະບົບສາຍສົງ-ສະຖານີ ກໍໄດ້ດຳເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້, ທົ່ວປະເທດ ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 67.643 ກິໂລແມັດ ແລະ ມີສະຖານີໄຟຟ້າ 84 ແຫ່ງ.
     ດ້ານການບໍລິການ ແລະ ການຊົມໃຊ້ ແມ່ນໄດ້ຮັບການພັດທະນາຢ່າງແຂງແຮງ ແລະ ກວ້າງຂວາງ,ເປັນຕົ້ນແມ່ນການສະໜອງກະແສໄຟຟ້າເຂົ້າສູ່ພາກຄົວເຮືອນ, ພາກອຸດສາຫະກຳ, ພາກກະສິກຳ, ພາກການບໍລິການ-ຂົນສົ່ງ, ແລະ ອື່ນໆ. ໃນນີ້, ພວກເຮົາໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບການວຽກງານພັດທະນາໄຟຟ້າໄປສູ່ຊົນນະບົດ, ເຂດຫ່າງໄກສອກຫຼີກ, ເຂດທີ່ເປັນພື້ນຖານຂອງການປະຕິວັດໃນໄລຍະຕໍ່ຕ້ານ, ໂດຍຖືເອົາວຽກງານດັ່ງກ່າວຕິດພັນຢ່າງສະໜິດແໜ້ນກັບການປະຕິບັດຍຸດທະສາດການພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຊຶ່ງມາຮອດປັດຈຸບັນນີ້, ສາມາດສະໜອງໄຟຟ້າ ຮັບໃຊ້ໄດ້ 100% ຂອງເທດສະບານແຂວງ, ນະຄອນຫຼວງ, 100% ຂອງເທດສະບານເມືອງ, ນະຄອນ, ຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວກວມເຖິງ 92, 86 % ຂອງຈຳນວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວກວມເຖິງ 95 % ຂອງຈຳນວນຄອບຄົວໃນທົ່ວປະເທດ.
     ການສົ່ງອອກໄຟຟ້າໄປຕ່າງປະເທດໄດ້ຮັບການພັດທະນາ ແລະ ສົ່ງເສີມຢ່າງແຂງແຮງ.ມາຮອດປັດຈຸບັນພວກເຮົາສົ່ງອອກໄປປະເທດໄທ, ມີ 8 ໂຄງການ ລວມມີກຳລັງຕິດຕັ້ງ 5.835 MW, ສົ່ງໄປສສ ຫວຽດນາມ: ປະຈຸບັນມີ 3 ໂຄງການ ລວມມີກຳລັງຕິດຕັ້ງ 572 MW, ກຳປູເຈຍ 255 MW , ຄາດວ່າໄລຍະ ປີ 2025-2027 ຈະມີຈໍານວນ 1.800 MW.
     ຜົນສຳເລັດຂອງການພັດທະນາໂຄງການສາຍສົ່ງ-ສະຖານີ 115 ກິໂລໂວນ ລະຫວ່າງ ເມືອງຕົ້ນເຜິ້ງ ຫາ ທ່າຂີ້ເຫຼັກ ແມ່ນຜົນສຳເລັດທີ່ສຳຄັນ ແລະ ມີລັກສະນະຍຸດທະສາດ, ໄດ້ຕິດພັນຢ່າງສະໜິດແໜ້ນກັບການສົ່ງອອກພະລັງງານໄຟຟ້າ, ໂດຍສະເພາະແມ່ນການສົ່ງອອກໄປຍັງສະຫະພາບມຽນມ້າ ເຊິ່ງຜົນສຳເລັດການກໍ່ສ້າງສາມາດເຮັດໃຫ້ ລັດວິສາຫະກິດໄຟຟ້າລາວ ສາມາດສົ່ງໄຟໃຫ້ ສະຫະພາບມຽນມ້າ ທັນຕາມກຳນົດເວລາ ແລະ ເປັນໂຄງການທຳອິດລະຫວ່າງ 2 ປະເທດ ລາວ ແລະ ມຽນມາທີ່ໄດ້ເຊື່ອມສາຍສົ່ງໃນແຮງດັນ 115 ກິໂລໂວນ ແລະ ຊື້ຂາຍໄຟຟ້າຮ່ວມກັນເຊິ່ງເປັນແຜນຍຸດທະສາດອັນໜຶ່ງຂອງລັດຖະບານໃນການຮ່ວມມືດ້ານພະລັງງານຂອງ2 ປະເທດແລະເປັນການເຊື່ອມສຳພັນໄມຕີໃຫ້ແໜ້ນແຟ້ນຍິ່ງຂຶ້ນແລະສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ.
ພາບ ແລະ ຂ່າວ: ປະສົງໄຊ ໂຄດໂຍທາ