ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານກໍາມະບານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງ ສະຫະພັນກໍາມະບານກະຊວງ ພະລັງງານ ແລະ ບໍ່ແຮ່

           ຕອນເຊົ້າ ວັນທີ 22 ມິຖຸນາ 2022, ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານກຳມະບານ 6 ເດືອນທ້າຍປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງສະຫະພັນກຳມະບານກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ແລະ ຍັງມີທ່ານປະທານ ສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ຮອງປະທານ ສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍສະມາຊິກທຸກສະຫາຍກໍ່ໄດ້ເຂົ້າຮ່ວມ.

           ໃນໂອກາດດັ່ງກ່າວໄດ້ເຂົ້າພົບທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອແຈ້ງຈຸດປະສົງໃນການລົງເຮັດວຽກ ແລະ ເຂົ້າຮ່ວມເປັນປະທານທີ່ປະຊຸມກັບສະຫະພັນກຳມະບານກະຊວງ ຊຶ່ງໄດ້ຮັບຟັງການລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກຳມະບານໃນໄລຍະຜ່ານມາຈາກທ່ານ ເພັດສະຫວັນ ລັດຕະນະທົງໄຊ ກຳມະການຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່.

 ໃນນີ້ ທ່ານ ເພັດສະຫວັນ ລັດຕະນະທົງໄຊ, ປະທານ ສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່ກ່າວຜ່ານການໃຫ້ຄຳໂອວາດຕັກເຕືອນ ທ່ານໄດ້ຊີ້ໃຫ້ເຫັນວ່າ: ໃນໄລຍະຕົ້ນປີ 2022 ຜ່ານມາ, ໃນທ່າມກາງທີ່ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ເປັນສາເຫດສໍາຄັນເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ສ້າງຂະບວນການຕ່າງໆ ທຸກຂົງເຂດວຽກງານ ບໍ່ໄປຕາມແຜນການທີ່ວາງໄວ້ເທົ່າທີ່ຄວນ. ນອກນັ້ນ, ປັດຈຸບັນ ສະພາບດ້ານເສດຖະກິດໃນທົ່ວໂລກ ມີຄວາມທ້າທາຍ ແລະ ສັບສົນ, ໂດຍສະເພາະດ້ານອັດຕາເງິນເຟີ້, ສະພາບການດ້ານນໍ້າມັນ ແລະ ພະລັງງານ. ເວົ້າສະເພາະ, ປະເທດເຮົາກໍ່ໄດ້ຮັບຜົນກະທົບຫຼາຍພໍສົມຄວນ ເປັນຕົ້ນ: ດ້ານເງິນກີບອ່ອນຄ່າ, ຂາດດຸ່ນເງິນຕາຕ່າງປະເທດ, ຂາດແຄນນໍ້າມັນ ສິນຄ້າອຸປະໂພກ-ບໍລິໂພກ ມີລາຄາເພີ້ມສູງເທົ່າໂຕ ແລະ ອື່ນໆ. ສະນັ້ນ, ຕໍ່ກັບສະພາບວິກິດການດັ່ງກ່າວ ສະຫະພັນກໍາມະບານກະຊວງ ພບ ພວກເຮົາ ຈະຕ້ອງໄດ້ຖືເອົາເປັນອັນສໍາຄັນ ເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າແບບແຜນວິທີການ ກຽມພ້ອມຮັບມືຢ່າງທັນການ ກັບສະພາບປັດຈຸບັນ ແລະ ຕໍ່ໜ້າ, ຂອງບັນດາຖັນແຖວສະມາຊິກກໍາມະບານ ທົ່ວຂົງເຂດຂະແໜງການພະລັງງານ ແລະ ບໍ່ແຮ່ ດັ່ງນີ້:

1. ສະຫະພັນກໍາມະບານ ກະຊວງ ຕ້ອງສືບຕໍ່ສຸມທຸກທ່າແຮງ ເພື່ອຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ຂອງ ວຽກງານຂະບວນການຂໍ້ແຂ່ງຂັນ ໃຫ້ບັນລຸຄາດໝາຍທີ່ຕັ້ງໄວ້ ໃນແຜນສູ້ຊົນ ປີ 2022, ຕາມທິດທາງຂອງ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ພັກ, ກໍ່ຄື ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຄັ້ງທີ III (2021-2025). ສະນັ້ນ, ຄະນະບໍລິຫານງານ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ, ອ້າຍເອື້ອຍນ້ອງ ສະມາຊິກກໍາມະບານ, ກໍາມະກອນ ຂອງ ສະຫະພັນກໍາມະບານ ກະຊວງ ພບ ທຸກສະຫາຍ, ຕ້ອງໄດ້ເອົາໃຈໃສ່ ຫ້າວຫັນໃນການເຮັດວຽກງານ ແລະ ສູ້ຊົນຮ່ວມກັນ ໃຫ້ສໍາເລັດຕາມລະດັບຄາດໝາຍ ເຖິງແມ່ນວ່າສະພາບສະການໃນປັດຈຸບັນ ແລະ ຕໍ່ໜ້າ ຈະມີຄວາມທ້າທາຍຫຼາຍປານໃດກໍ່ຕາມ.
2. ສືບຕໍ່ ເອົາໃຈໃສ່ໃນວຽກງານການສ້າງຂະບວນການເຄື່ອນໄຫວຕ່າງໆ ເພື່ອລະດົມແຫຼ່ງທຶນສ້າງລາຍຮັບເຂົ້າໃນຄັງສະສົມລວມ. ນອກນັ້ນ, ຊຸກຍູ້ສົ່ງເສີມບັນດາໜ່ວຍກໍາມະບານຮາກຖານໃນການສ້າງຕັ້ງກອງທຶນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຊ່ວຍເຫຼືອແກ້ໄຂສະມາຊິກກໍາມະບານ ພາຍໃນ ສະຫະພັນ ກໍາມະບານກະຊວງ ພບ.
3. ສືບຕໍ່ ຊຸກຍູ້, ປັບປຸງດ້ານແບບແຜນວິທີເຮັດວຽກ, ວິທີເຄື່ອນໄຫວຂອງອົງການກຳມະບານ, ບົນພື້ນ ຖານຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໜູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ເຮັດວຽກຢ່າງເປັນເຈົ້າການຂອງ ໜ່ວຍກໍາມະບານຮາກຖານ ແຕ່ລະຂັ້ນ, ເພື່ອໃຫ້ສອດຄ່ອງກັບ ວຽກງານຂະ ບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ.
4. ດ້ານການເມືອງ-ແນວຄິດຕ້ອງປຸກລະດົມ, ສຶກສາອົບຮົມໃຫ້ຄະນະນໍາ, ຖັນແຖວສະມາຊິກກໍາມະບານ ໃຫ້ມີຄວາມຕື່ນຕົວ, ເຮັດໃຫ້ທຸກຄົນມີຄວາມຫ້າວຫັນ, ມີນໍ້າໃຈອົດທົນ, ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ເດັດດ່ຽວຕໍ່ສູ້ກັບແນວຄິດ ປາກົດການຫຍໍ້ທໍ້ ແລະ ບັນຫາອື່ນໆ. ເອົາໃຈໃສ່ວຽກງານຂະບວນການກໍ່ສ້າງໜ່ວຍພັກເຂັ້ມແຂງ, ໜັກແໜ້ນ, ປອດໃສ, ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ແລະ ຂະບວນການ 5 ເປັນເຈົ້າ.
5. ດ້ານຄຸນສົມບັດ, ສິນທໍາປະຕິວັດ ຕ້ອງມີການຕີລາຄາຢ່າງພາວະວິໄສ, ໃຫ້ສະແດງອອກມາຢູ່ທີ່ຜົນຂອງງານ ບໍ່ແມ່ນການປະເມີນເອົາດີໃຫ້ໂຕເອງ, ການເສຍສະຫຼະຜົນປະໂຫຍດສ່ວນຕົວ ແລະ ເຮັດເພື່ອສ່ວນລວມເພີ່ມຂຶ້ນ, ເສີມຂະຫຍາຍຫົວຄິດປະດິດສ້າງເຂົ້າໃນວຽກງານທີ່ຕົນຮັບຜິດຊອບ, ໂດຍການເປີດໂອກາດໃຫ້ສະມາຊິກກໍາມະບານທຸກສະຫາຍ, ທຸກຂັ້ນໄດ້ສະແດງອອກທາງດ້ານຄວາມຄິດ, ເປີດໂອກາດໃຫ້ທົດລອງເຮັດອັນໃໝ່ໆ ທີ່ເຫັນວ່າຈະເປັນຜົນປະໂຫຍດໃຫ້ກັບຂະແໜງການຕົນ.
ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ພະແນກປະຊາສຳພັນ ແລະ ໄອທີ