ປະທານສະພາແຫ່ງຊາດ ຢ້ຽມຢາມ ບໍ່ຄຳ ຂອງບໍລິສັດ ວັງຕັດ

ໃນວັນທີ 3 ພຶດສະພາ 2022, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ແຂວງ ອັດຕະປື ໂດຍການຕ້ອນຮັບຂອງ ທ່ານ ບຸຍແອັງດຶກ ຮອງຜູ້ອຳນວຍການໃຫຍ່ຜູ້ປະຈຳການໂຄງການ ບໍ່ຄຳວັງຕັດ ພ້ອມດ້ວຍຄະນະ. ທ່ານ ປະທານ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ໄດ້ສ້າງຕັ້ງຂຶ້ນໃນປີ 2009 ຢູ່ເຂດບ້ານວັງຕັດໃຫຍ່ – ບ້ານ ຢຽງດາກ, ເມືອງ ຊານໄຊ, ແຂວງ ອັດຕະປື, ໄດ້ດຳເນີນໂຄງການ ຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນແຮ່ທາດ ທີ່ເຂດຈຸດສຸມວັງຕັດ ເມືອງ ຊານໄຊ ແລະ ໃນເນື້ອທີ່ຈຳນວນໜຶ່ງທີ່ເຂດດາກລຸກ ເມືອງດາກຈຶງ ແຂວງເຊກອງ. ປັດຈຸບັນ ເນື້ອທີ່ຊອກຄົ້ນ, ສຳຫຼວດທັງໝົດມີ 399,1 ກິໂລຕາແມັດ ແລະ ເນື້ອທີ່ ທີ່ໄດ້ຮັບອະນຸຍາດຂຸດຄົ້ນມີພຽງ 18 ກິໂລຕາແມັດ. ໂຄງການດັ່ງກ່າວ ນອນໃນເຂດພູມສັນຖານເນີນພູ, ສະພາບທາງດ້ານອາກາດ ແບ່ງອອກເປັນ 2 ໄລຍະ ຄື ລະດູແລ້ງ ແລະ ລະດູຝົນ, ເງື່ອນໄຂທາງດ້ານເສດຖະກິດ-ສັງຄົມ ໃນພື້ນທີ່ແມ່ນພົບຄວາມຍຸ້ງຍາກ ແລະ ລະບົບພື້ນຖານໂຄງລ່າງແມ່ນ ຍັງບໍ່ທັນຮັບການພັດທະນາ. ປີຜ່ານມາ ບໍລິສັດ ໄດ້ສຸມໃສ່ການສຳຫຼວດ ເປີດກວ້າງເນື້ອທີ່ ທີ່ໄດ້ຮັບອະນຸຍາດຊອກຄົ້ນ-ສຳຫຼວດ ແລະ ສຸມໃສ່ການສຳຫຼວດເລິກ ໃນບັນດາພື້ນທີ່ ທີ່ໄດ້ຮັບອະນຸຍາດການຂຸດຄົ້ນ ເພື່ອແນໃສ່ປະເມີນລາຄາທີ່ແນ່ນອນທາງດ້ານຄຸນນະພາບ ແລະ ປະລິມານສະສົມແຮ່ທີ່ນຳເຂົ້າການຜະລິດ, ໄດ້ດຳເນີນການເຊັນສັນຍາ ກັບໜ່ວຍງານຊີເຈາະສຳຫຼວດທີ່ມີຊື່ສຽງລະດັບສາກົນ ໄດ້ດຳເນີນການຊີເຈາະລວມໄດ້ບໍລິມາດ 60.000 ແມັດເຈາະ.

ໃນໂອກາດດຽວກັນ, ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ບໍລິສັດເອົາໃຈໃສ່ບາງບັນຫາ ເປັນຕົ້ນ ແມ່ນວຽກງານການປົກປັກຮັກສາສິ່ງແວດລ້ອມທໍາມະຊາດ ເນື່ອງຈາກວ່າ ການລົງທຶນຂຸດຄົ້ນບໍ່ແຮ່ ມີການນໍາໃຊ້ເຕັກນິກ ເຕັກໂນໂລຊີທີ່ທັນສະໄໝ ເຊິ່ງອາດສົ່ງຜົນກະທົບຕໍ່ຄຸນນະພາບຂອງນໍ້າ ທີ່ປະຊາຊົນນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ. ຖ້າການຂຸດຄົ້ນບໍ່ແຮ່ ສົ່ງຜົນກະທົບແມ່ນໍ້າລໍາເຊ ກໍຂໍໃຫ້ບໍລິສັດຄົ້ນຄວ້າຊອກຫາວິທີການບໍາບັດ ແລະ ວິທີການອື່ນທີ່ຈະເກີດຜົນກະທົບໜ້ອຍທີ່ສຸດ. ການຊົດເຊີຍຜົນກະທົບຕໍ່ບ່ອນຢູ່ອາໄສ, ທີ່ດິນທໍາການຜະລິດຂອງປະຊາຊົນ ຖ້າມີ ກໍໃຫ້ເອົາໃຈໃສ່ຄົ້ນຄວ້າຊອກຫາວິທີແກ້ໄຂ ຢ່າງເໝາະສົມ. ພ້ອມກັນນີ້, ການລົງທຶນຂຸດຄົ້ນບໍ່ແຮ່ ເປັນການລົງທຶນທີ່ພໍ່ແມ່ປະຊາຊົນ ມີຄວາມສົນໃຈຫຼາຍ ແລະ ເອົາໃຈໃສ່ຕິດຕາມການດໍາເນີນໂຄງການ ໂດຍສະເພາະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ທ້ອງຖິ່ນ ທີ່ມີຄວາມຕິດພັັນກັບຊັບສົມບັດດັ່ງກ່າວ. ສະນັ້ນ, ຈຶ່ງສະເໜີໃຫ້ບໍລິສັດເອົາໃຈໃສ່ປະຕິບັດ ໂຄງການລົງທຶນຕາມກົດໝາຍກໍານົດ; ເອົາໃຈໃສ່ການປະຕິບັດພັນທະຕາມກົດໝາຍກໍານົດກໍຄື ໃຫ້ຮັບປະກັນ 3 ຜົນປະໂຫຍດ ເປັນຕົ້ນ ຜົນປະໂຫຍດລວມຂອງປະເທດຊາດ, ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜົນປະໂຫຍດຂອງທ້ອງຖິ່ນ, ບ່ອນໂຄງການບໍ່ແຮ່ຕັ້ງຢູ່ ກໍໃຫ້ໄດ້ຮັບການພັດທະນາ.

ນອກຈາກນີ້. ການປະກອບສ່ວນຂອງຜູ້ລົງທຶນ ເຂົ້າໃນການພັດທະນາທ້ອງຖິ່ນ ເປັນແນວທາງນະໂຍບາຍ ທັງເປັນວຽກງານທີ່ສໍາຄັນຫຼາຍ, ໂຄງການລົງທຶນໄດ້ຮັບຜົນສໍາເລັດ, ທ້ອງຖິ່ນກໍໄດ້ຮັບການພັດທະນາ ເພື່ອແກ້ໄຂບັນຫາຮ້ອງຂໍຕໍ່ວ່າຂອງປະຊາຊົນ ທີ່ດໍາລົງຊີວິດຢູ່ຂອບເຂດດັ່ງກ່າວ ທັງເປັນການສ້າງຄວາມກົມກຽວ ລະຫວ່າງ ຜູ້ລົງທຶນ ແລະ ປະຊາຊົນ.

(ທີ່ມາຂ່າວ: ຂປລ)