ນັກກິລາຍິງປືນຊາວໜຸ່ມ ກະຊວງ ພະລັງງານ ແລະ ບໍ່ແຮ່ ສາມາດຍາດໄດ້ຊະນະເລີດ ການແຂ່ງຂັນຍິງປືນ ຊີງຂັນເລຂາ ຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຈຳປີ 2022

          ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ( ສຊປລ) ໄດ້ຈັດການແຂ່ງຂັນກິລາຍິງປືນສັ້ນ ຊີງຂັນເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ປີ 2022, ທີ່ສະໜາມຝຶກຊ້ອມຍິງປືນ 5 ເມສາ, ໃນວັນທີ 12 ກັນຍາ 2022, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະພັກ-ຄະນະນຳ, ຄະນະຊາວໜຸ່ມບັນດາແຂວງ, ກະຊວງ, ອົງການ, ນະຄອນຫຼວງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ, ຄະນະພັກ-ຄະນະນຳກະຊວງ ປ້ອງກັນຄວາມສະຫງົບ ແລະ ບັນດາຄະນະບໍລິຫານງານຊາວໜຸ່ມອ້ອມຂ້າງເຂົ້າຮ່ວມ.

          ໃນພິທີ ສະຫາຍ ນາງ ມີນາ ສີວິໄລ ຫົວໜ້າກົມຂະບວນການຊາວໜຸ່ມ ສຊປລ ກ່າວວ່າ: ການແຂ່ງຂັນກິລາຍິງປືນສັ້ນຄັ້ງນີ້, ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນປະກາດໃຊ້ລັດຖະທຳມະນູນ ຄົບຮອບ 31 ປີ (ວັນທີ 15 ສິງຫາ 1991-2022) ແລະ ວັນຍຶດອຳນາດທົ່ວປະເທດ ຄົບຮອບ 47 ປີ (ວັນທີ 23 ສິງຫາ 1975-2022) ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (ວັນທີ 2 ທັນວາ 1975-2022). ພ້ອມທັງເປັນການຝຶກທັກສະໃນການນໍາໃຊ້ອາວຸດປືນຂັ້ນພື້ນຖານ ໃຫ້ມີຄວາມຊໍານິ-ຊໍານານໃນການປ້ອງກັນຕົວ ແລະ ແກ້ໄຂກໍລະນີສຸກເສີນໃຫ້ມີປະສິດທິຜົນສູງ ທັງເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນການພັດທະນາສີມືຂອງຕົນໃຫ້ດີຂຶ້ນເລື້ອຍໆ. ການແຂ່ງຂັ້ນຄັ້ງນີ້, ຍັງເປັນການປຸກລະດົມທຶນເຂົ້າໃນຂະບວນຄາຣາວາຊາວໜຸ່ມເດີນຕາມຮອຍໄຊຊະນະຂອງບັ້ນຮົບ ເມືອງນໍ້າບາກ ແຂວງຫຼວງພະບາງ ລວມມູນຄ່າທັງໝົດ 35.400.000 ລ້ານກີບ.

          ສຳລັບການແຂ່ງຂັນນີ້ປະກອບມີປະເພດປືນສັ້ນຍິງເປົ້າໝາຍຄົງທີ່, ໂດຍມີນັກກິລາເຂົ້າຮ່ວມທັງໝົດ 40 ກວ່າທ່ານ ທີ່ມາຈາກ 21 ພາກສ່ວນ. ສຳລັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ຈໍານວນ 2 ສະຫາຍຄື: ສະຫາຍ ສຸລິພົນ ມິ່ງບຸບຜາ ແລະ ສະຫາຍ ຈັນທະພອນ ປັນຍາທອງ. ຜ່ານການແຂ່ງຂັນຕົວຈິງ ສາມາດສະຫຼຸບໄດ້ຄື: ຊະນະເລີດໄດ້ແກ່ ສະຫາຍ ສຸລິພົນ ມິ່ງບຸບຜາ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຫຼຽນຄຳ ພ້ອມຂັນລາງວັນ ແລະ ເງິນສົດ 3 ລ້ານກີບ;

          ຮອງຊະນະເລີດ ສະຫາຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ, ກະຊວງ ປກສ ໄດ້ຮັບຫຼຽນເງິນ ພ້ອມຂັນລາງວັນ ແລະ ເງິນສົດ 2 ລ້ານກີບ, ອັນດັບທີ 3 ສະຫາຍ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ຮັບຫຼຽນທອງ ພ້ອມຂັນລາງວັນ ແລະ ເງິນສົດ 1 ລ້ານກີບ ແລະ ລາງວັນຊົມເຊີຍ 4 ທ່ານ ບຸນເພັງ ແສງຄຳແກ້ວ ຄະນະສະຫະພັນນັກຮົບເກົ່າແຫ່ງຊາດ ໄດ້ຮັບຫຼຽນທອງແດງ ພ້ອມຂັນລາງວັນ ແລະ ເງິນສົດ 5 ແສນກີບ.

ພາບ ແລະ ແຫຼ່ງຂໍ້ມູນ: ຫ້ອງການ ຄຊປປລ ພບ
ຂ່າວ: ຄຳແສງ ແກ້ວປະເສີດ