ສະຫາຍ ເລຂາຄະນະພັກກະຊວງ ເນັ້ນໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ເອົາໃຈໃສ່ 3 ບັນຫາສຳຄັນ

           ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ແລະ ຍ້ອງຍໍຂະບວນການແຂ່ງຂັນ 4 ບຸກປີ 2022 ຂອງ ຄຊປປລ ພບ ທີ່ຈັດຂຶ້ນເມື່ອຕົ້ນເດືອນ ເມສາ 2023 ທີ່ຜ່ານມານີ້, ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ຄະນະນຳຊາວໜຸ່ມກະຊວງ ເພື່ອເປັນແນວທາງໃນການນຳພາ-ຊີ້ນຳ ວຽກງານຊາວໜຸ່ມພາຍໃນກະຊວງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ. ບາງຕອນ ສະຫາຍ ເລຂາຄະນະພັກກະຊວງ ໄດ້ກ່າວວ່າ: ຕາງໜ້າໃຫ້ຄະນະປະຈໍາພັກ, ຄະນະນໍາກະຊວງ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍນໍາເອົາຄວາມສາມັກຄີອັນສະໜິດສະໜົມ ແລະ ຄໍາຊົມເຊີຍ ຂອງຄະນະພັກ, ການນໍາກະຊວງມາຍັງກອງປະຊຸມ ແລະ ບັນດາສະຫາຍ ທີ່ມາເຂົ້າຮ່ວມກອງປະຊຸມສະຫຼບວຽກງານຊາວໜຸ່ມໃນມື້ນີ້ ແລະ ຜ່ານບັນດາ ສະຫາຍ ໄປຍັງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ໄວໜຸ່ມໃນທົ່ວກະຊວງພະລັງງານ ແລະ ບໍ່ແຮ່ ມານະທີ່ນີ້ດ້ວຍ.

          ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງຊາວໜຸ່ມ ຕິດພັນກັບການຍ້ອງຍໍຜົນງານຊາວໜຸ່ມ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໃນມື້ນີ້, ມີຄວາມໝາຍສຳຄັນຫຼາຍ. ຍ້ອນວ່າ : ການເຄື່ອນໄຫວໃນ 1 ປີທີ່ຜ່ານມາ ແມ່ນໝາກຜົນແຫ່ງຄວາມສາມັກຄີເປັນເອກະພາບ, ຄວາມຕັ້ງໜ້າ, ບຸກບືນສູ້ຊົນ ແລະ ການອຸທິດກໍາລັງແຮງຂອງຊາວໜຸ່ມ ແລະ ໄວໜຸ່ມໃນທົ່ວກະຊວງ ໂດຍສະເພາະແມ່ນຜ່ານຂະບວນການແຂ່ງຂັນ 4 ບຸກ ຊຶ່ງພວກສະຫາຍຊາວໜຸ່ມສາມາດຍາດໄດ້ຜົນງານທີ່ສຳຄັັນ, ໜັກແໜ້ນ, ປະກອບສ່ວນຢ່າງສົມກຽດເຂົ້າໃນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ກໍຄືການພັດທະນາປະເທດຊາດ ເພື່ອກ້າວຂຶ້ນຢ່າງສົມກຽດ.
          ຜ່ານມາຄະນະພັກ, ການນໍາກະຊວງໄດ້ຖືສໍາຄັນ ແລະ ເອົາໃຈໃສ່ໃຫ້ການຊີ້ນໍາ, ນໍາພາຢ່າງໄກ້ຊິດ, ເປັນປົກກະຕິຕໍ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມພາຍໃນກະຊວງພວກເຮົາ ແລະ ຜ່ານຈາກການຮັບຟັງບົດລາຍງານຂອງຄະນະຊາວໜຸ່ມໃນໄລຍະທີ່ຜ່ານມາ, ຂ້າພະເຈົ້າເຫັນດີເປັນເອກະພາບໃນການຕີລາຄາທີ່ວ່າ : ໃນ 1 ປີທີ່ຜ່ານມາ, ການເຄື່ອນໄຫວບໍ່ສະເພາະແຕ່ຊາວໜຸ່ມເຮົາ, ເວົ້າລວມໃນທົ່ວຂະແໜງການ ແລະ ທົ່ວປະເທດ ແມ່ນໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ, ໂດຍສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ, ການເໜັງຕີງຂອງລາຄານໍ້າມັນ, ລາຄາສິນຄ້າສູງຂຶ້ນ ແລະ ຄວາມຫຍຸ້ງຍາກດ້ານອື່ນໆ.
          ແຕ່, ໃນໄລຍະທີ່ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະປະຈຳພັກ, ຄະນະພັກ-ການນໍາແຕ່ລະຂັ້ນພາຍໃນກະຊວງ, ຊາວໜຸ່ມເຮົາໄດ້ສ້າງຄວາມຕັດສິນໃຈສູງ, ບຸກບືນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສາມາດເຮັດຫຼ້ອນບົດບາດ, ໜ້າທີ່ຂອງຕົນໃນຖານະທີ່ແມ່ນພາກສ່ວນທີ່ສໍາຄັນໃນລະບົບການເມືອງຢູ່ກະຊວງໄດ້ເປັນຢ່າງດີ.ໃນນີ້, ຄະນະຊາວໜຸ່ມແຕ່ລະບ່ອນ ໄດ້ເອົາໃຈໃສ່ເຮັດວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ການສ້າງເງື່ອນໄຂໃຫ້ຊາວໜຸ່ມໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ການຍົກລະດັບວິຊາສະເພາະເພື່ອຮອງຮັບການເຮັດໜ້າທີ່ວຽກງານ, ການຈັດຕັ້ງຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມຢູ່ແຕ່ລະບ່ອນດ້ວຍບັນຍາກາດທີ່ຟົດຟື້ນ ແລະ ໄດ້ຮັບໝາກຜົນທີ່ດີ.
          ສະນັ້ນ, ໂດຍຕາງໜ້າໃຫ້ຄະນະປະຈໍາພັກ,ການນໍາກະຊວງ, ຂ້າພະຈົ້າຂໍສະແດງຄວາມຍ້ອງຍໍສັນລະເສີນ ຊົມເຊີຍຜົນງານປະຈໍາປີ 2022 ແລະ ຜົນງານຂອງຂະບວນການແຂ່ງຂັນ 4 ບຸກທີ່ຊາວໜຸ່ມໃນທົ່ວກະຊວງພະລັງງານ ແລະ ບໍ່ແຮ່ ພວກເຮົາຍາດມາໄດ້ມານະໂອກາດນີ້ຢ່າງສຸດອົກສຸດໃຈ

          ແຕ່, ດ້ານໜຶ່ງ, ຢູ່ໃນບົດສະຫຼຸບພວກສະຫາຍກໍໄດ້ຍົກຂຶ້ນແລ້ວ ແລະ ຜ່ານມາກໍໄດ້ຮັບການລາຍງານຈາກຄະນະພັກ, ຄະນະນໍາ ກ່ຽວກັບການການຈັດຕັ້ງ, ການເຄື່ອນໄຫວ ແລະ ຂະບວນການຂອງຊາວໜຸ່ມໃນທົ່ວກະຊວງພວກເຮົາ. ຂ້າພະເຈົ້າກໍຍັງເຫັນດ້ານທີ່ຍັງອ່ອນ, ເປັນຂໍ້ຄົງຄ້າງ ເປັນຕົ້ນ : ເມື່ອທຽບໃສ່ທີ່ຕັ້ງ, ພາລະບົດບາດ ແລະ ຄວາມສຳຄັນຂອງອົງການຈັດຕັ້ງຊາວໜຸ່ມໃນຖານະທີ່ເປັນໜຶ່ງໃນບັນດາອົງການຈັດຕັ້ງມະຫາຊົນຂອງພັກ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ແລ້ວ, ເຫັນວ່າອັນທີ່ມີລັກສະນະກວມລວມແມ່ນ : ຄຸນນະພາບຂອງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຊາວໜຸ່ມເຮົາບໍ່ທັນສູງ, ບໍ່ທັນສາມາດເສີມຂະຫຍາຍກໍາລັງແຮງຂອງຊາວໜຸ່ມ-ໄວໜຸ່ມ ເພືອຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນໄດ້ຢ່າງເຕັມສ່ວນ, ເນື້ອໃນ ແລະ ແບບແຜນເຄື່ອນໄວຫຼາຍດ້ານບໍ່ທັນສອດຄ່ອງກັບໄລຍະໃໝ່, ຂາດຄວາມຫຼາກຫຼາຍ. ສະມາຊິກຊາວໜຸ່ມພວກເຮົາຈໍານວນໜຶ່ງ ຂາດຄວາມເປັນເຈົ້າການ, ຄວາມເປັນແບບຢ່າງໃນການປະຕິບັດໜ້າທີ່, ວຽກງານບໍ່ທັນສູງ; ຂະບວນການຂໍ້ແຂ່ງຂັນ 4 ບຸກໃນບາງໄລຍະ, ຢູ່ບາງໜ່ວຍບໍ່ທັນເຮັດໄດ້ດີ, ຄຸນນະພາບບໍ່ທັນສູງ, ເນື້ອໃນ ແລະ ຮູບການເຄື່ອນໄຫວ ກໍ່ຍັງຂາດຄວາມຫຼາກຫຼາຍ ແລະ ບັນຍາກາດບໍ່ທັນຟົດຟື້ນເທົ່າທີ່ຄວນ. ການເຮັດວຽກງານການເມືອງ-ການສຶກສາອົບຮົມແນວຄິດ ເພື່ອໃຫ້ສະມາຊິກຊາວໜຸ່ມເຮົາ ມີຄວາມຕື່ນຕົວທາງດ້ານການເມືອງຍັງອ່ອນ; ການສ້າງສະຕິເຄົາລົບ ແລະ ຄວາມເປັນແບບຢ່າງຂອງຊາວໜຸ່ມໃນການປະຕິບັດລະບຽບກົດໝາຍບໍ່ທັນສູງ; ຊາວໜຸ່ມຈໍານວນໜຶ່ງ, ຄວາມເປັນແບບຢ່າງ, ຄວາມເຂົ້າໃຈໃນການຄົ້ນຄວ້າ, ຮໍ່າຮຽນແລະ ຄວາມຕັ້ງໜ້າຫ້າວຫັນໃນການຝຶກຝົນຫຼໍ່ຫຼອມຕົນເອງຍັງອ່ອນ.

ໃນໂອກາດທີ່ມາຮ່ວມກອງປະຊຸມສະຫຼຸບວຽກງານຊາວໜຸ່ມມື້ນີ້, ຂ້າພະເຈົ້າຂໍມີຄໍາເຫັນເພື່ອເນັ້ນຕື່ມບາງບັນຫາດັ່ງນີ້ :
ບັນຫາທີ I : ສືບຕໍ່ປັບປຸງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງໂດຍສະເພາະແມ່ນເລັ່ງໃສ່ຂັ້ນໜ່ວຍ ແນໃສ່ເພື່ອຍົກສູງຄຸນນະພາບຂອງການຈັດຕັ້ງ ແລະ ການເຄື່ອນໄຫວ; ພະຍາຍາມໃຫ້ຊາວໜຸ່ມແຕ່ລະໜ່ວຍ, ແຕ່ລະບ່ອນພາຍໃນກະຊວງພວກເຮົາມີການເຄື່ອນໄຫວເປັນປົກກະຕິ ຫຼີກເວັ້ນບໍ່ໃຫ້ການຈັດຕັ້ງຊາວໜຸ່ມພວກເຮົາເປັນພຽງຮູບການ, ໂດຍບໍ່ມີການເຄື່ອນໄຫວ, ບໍ່ເຮັດຫຍັງ, ໝົດເດືອນ, ໝົດປີມາ ກໍ່ມີແຕ່ເກັບເງິນສະຕິສົ່ງໃຫ້ຂັ້ນເທິງເທົ່ານັ້ນ.
ພວກເຮົາຕ້ອງກໍາແໜ້ນວ່າ : ການຈັດຕັ້ງຊາວໜຸ່ມມີຄວາມໜັກແໜ້ນ, ເຂັ້ມແຂງ ຕ້ອງບັນລຸໄດ້ທັງ 2 ດ້ານຄື : ການຈັດຕັ້ງຊາວໜຸ່ມເຂັ້ມແຂງ ແລະ ສະມາຊິກຊາວໜຸ່ມເຂັ້ມແຂງ, ມີຄວາມເປັນເຈົ້າສູງ.
ການຈັດຕັ້ງຊາວໜຸ່ມເຂັ້ມແຂງ : ຕ້ອງແມ່ນໜ່ວຍ ແລະ ຄະນະຊາວໜຸ່ມ ທີ່ມີບົດບາດ ແລະ ໜ້າທີ່ ເຕົ້າໂຮມ, ຈັດຕັ້ງ, ສຶກສາອົບຮົມ ແລະ ນຳພາ ສະມາຊິກຊາວໜຸ່ມ ແລະ ໄວໜຸ່ມ ເພື່ອສ້າງກຳລັງແຮງປະກອບສວ່ນເຂົ້າໃນການເຄື່ອນໄຫວລວມຂອງຂະແໜງພະລັງງານ ແລະ ບໍ່ແຮ່ ທັງສາມາດເຮັດບົດບາດ, ໜ້າທີ່ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ ແລະ ໄວໜຸ່ມຢ່າງແທ້ຈິງ ແລະ ນຳເອົາຜົນປະໂຫຍດທີ່ດີມາສູ່ສະມາຊິກຊາວໜຸ່ມເຮົາ.
ສະມາຊິກຊາວໜຸ່ມເຂັ້ມແຂງ : ຕ້ອງແມ່ນສະມາຊິກຊາວໜຸ່ມທີ່ມີຄຸນນະພາບສູງ ແລະ ສະມາຊິກຊາວໜຸ່ມທີ່ມີຄຸນນະພາບສູງຈະຕ້ອງປະກອບດ້ວຍ 2 ດ້ານຄື:ມີຄຸນສົມບັດທີ່ໜັກແໜ້ນ ແລະ ມີຄວາມສາມາດສົມຄຸູ່ກັບວຽກງານທີ່ໄດ້ຮັບມອບໝາຍ.

ບັນຫາທີ II : ເອົາໃຈໃສ່ປັບປຸງ ແລະ ຍູ້ແຮງຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມໃຫ້ມີລັກສະນະຄົບຊຸດ ( ການເມືອງ-ແນວຄິດ, ວິຊາສະເພາະ, ການຄົ້ນຄວ້າ-ຍົກລະດັບເພື່ອຍົກສູງຄວາມສາມາດ, ການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ-ຄຸນສົມບັດສິນທໍາປະຕິວັດ, ກິລາ, ສິລະປະວັນນະຄະດີ ແລະ ອື່ນໆ..) ຂະບວນການແຂ່ງຂັນຕ້ອງມີລກສະນະຕໍ່ເນື່ອງ, ເປັນປົກກະຕິ, ມີຫຼາຍຫຼາກສີສັນ, ມີບັນຍາກາດຟົດຟື້ນ ແລະ ມີຊີວິດຊີວາ. ພ້ອມນີ້, ຜ່ານການແຂ່ງຂັນໃນແຕ່ລະໄລຍະຕ້ອງຈັດຕັ້ງການສະຫຼຸບປະເມີຜົນ, ຖອດຖອນບົດຮຽນໃຫ້ເປັນປົກກະຕິ, ຜ່ານຂະບວນການຕ້ອງພະຍາຍາມຊອກໃຫ້ເຫັນອັນທີ່ພົ້ນເດັ່ນ, ບຸກຄົນພົ້ນເດັ່ນ, ໜ່ວຍຊາວໜຸ່ມພົ້ນເດັ່ນ.ໃນນີ້, ໜ່ວຍພັກຕ້ອງຕັ້ງໜ້ານໍາພາຢ່າງໄກ້ຊິດແລະເອົາຂະບວນການຂອງຊາວໜຸ່ມຕິດແໜ້ນກັບການພັດທະນາບຸກຄະລາກອນ, ກັບວຽກງານຂະຫຍາຍພັກ, ກັບຂະບວນການກໍ່ສ້າງໜ່ວຍພັກໜັກແໜ້ນ, ປອດໃສ, ເຂັ້ມແຂງ, ກັບຂະບວນແຂ່ງຂັນ ຮັກຊາດ ແລະ ພັດທະນາ.

           ບັນຫາທີ III : ສືບຕໍ່ເພີ້ມທະວີ ການເຮັດວຽກງານການເມືອງ-ແນວຄິດ ໃນໝູ່ຊາວໜຸ່ມ ແລະ ໄວໜຸ່ມໃຫ້ເປັນປົກກະຕິ ແລະ ຖືການເຮັວຽກງານນີ້ ເປັນໜ້າທີ່ຕົ້ນຕໍຂອງໜ່ວຍພັກ ແລະ ແມ່ນຄວາມຮັບຜິດຊອບໂດຍກົງຂອງໜ່ວຍພັກ ແລະ ຂອງຄະນະຊາວໜຸ່ມກະຊວງຈະຕ້ອງໄດ້ເອົາໃຈໃສເຮັດເປັນປົກກະຕິ,
ເນື່ອງຈາກຊາວໜຸ່ມ ແລະ ໄວໜຸ່ມແມ່ນໄວອາຍຸ, ແມ່ນລຸ້ນຄົນທີ່ມີຄວາມຮັບຮູ້ຫຼາກຫຼາຍ, ມີວິໄສທັດກວ້າງໄກ, ມີການປັບຕົວໃນສະພາບການປ່ຽນແປງທີ່ໄວວາ. ສະນັ້ນ, ການເຮັດວຽກງານການເມືອງ-ແນວຄິດກັບຊາວໜຸ່ມ-ໄວໜຸ່ມຕ້ອງໄດ້ປັບປຸງໃຫ້ແທດເໝາະ, ການເມືອງ-ແນວຄິດຕໍ່ຊາວນຸ່ມຕ້ອງມີລັກສະນະວິທະຍາສາດ, ມີລັກສະນະສິລະປະການເມືອງ-ແນວຄິດທີ່ມີຊີວິດຊີວາ.
          ພວກເຮົາຈະເຮັດວຽກງານການເມືອງ-ແນວຄິດໂດຍພຽງແຕ່ມາເຜີຍແຜ່ເອກະສານ, ອ່ານເອກະສານສູ່ກັນຟັງ ກຼືຈັດຕັ້ງການປະຖະກະຖາແບບເກົ່ານັ້ນ… ມາຮອດເວລານີ້, ບໍ່ພຽງພໍແລ້ວ, ມາຮອດເວລານີ້, ມັນຕ້ອງການຍົກລະດັບຂຶ້ນໃຫ້ຄົບຊຸດກວ່ານັ້ນ. ຕ້ອງເຮັດໃຫ້ເລິກເຊິ່ງ, ໜັກແໜ້ນ ແລະ ສອດຄ່ອງກັບສະພາບໃໝ່.
ການເຮັດວຽກງານການເມືອງ-ແນວຄິດໃນໝູ່ຊາວໜຸ່ມ ແລະ ໄວໜຸ່ມຕ້ອງບັນລຸດໄດ້ 2 ຄາດໝາຍໃຫຍ່ຄື :
1). ສ້າງໃຫ້ຖັນແຖວຊາວໜຸ່ມ, ໄວໜຸ່ມ ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ທີ່ໜັກແໜ້ນ ຊຶ່ງປະກອບດ້ວຍ: ສະມາຊິກຊາວໜຸ່ມທີ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ອຸດົມການສັງຄົມນິຍົມໜັກແໜ້ນ, ມີຄວາມສັດຊື່ບໍລິສຸດ, ຢຶດໝັ້ນໃນຫຼັກໝັ້ນຂອງພັກ, ມີຄວາມຕັດສິນໃຈສູງ, ມີມານະຈິດບຸກບືນຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມຮັບຜິດຊອບ, ເຮັດສໍາເລັດໜ້າທີ່ໄດ້ຮັບມອບໝາຍ, ມີຄວາມສາມັກຄີຕໍ່ເພື່ອນສະຫາຍ, ມີສະຕິລະວັງຕົວສູງ, ຈຳແນກມິດ-ສັດຕູໄດ້ຈະແຈ້ງ, ດຳລົງຊີວິດແບບສັດຊື່, ປອດໃສ, ງ່າຍດາຍ ແລະ ມີຄວາມດຸໝັ່ນ-ປະດິດສ້າງ.
2). ບໍາລຸງສ້າງ, ຍົກລະດັບໃຫ້ຖັນແຖວຊາວໜຸ່ມ, ໄວໜຸ່ມ ມີຄວາມຮູ້-ຄວາມສາມາດ ສົມຄູ່ກັບໜ້າທີ່ໄດ້ຮັບມອບໝາຍ ຊຶ່ງປະກອບດ້ວຍ: ສະມາຊິກທີ່ມີລະດັບຄວາມຮູ້ ດ້ານທິດສະດີ ແລະ ວິຊາສະເພາະ, ມີຄວາມສາມາດຈັດຕັ້ງຜັນຂະ ຫຍາຍເຂົ້າສູ່ວຽກງານຕົວຈິງໄດ້ ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ, ເປັນເຈົ້າການ, ມີຄວາມຫ້າວຫັນ, ມີຫົົວຄິດປະດິດສ້າງ ມີແຜນລ້າ-ແຜນການຄັກແນ່, ບໍ່ເອື່ອຍອີງໃສ່ຂັ້ນເທິງ ແລະ ລໍຖ້າແຕ່ການອຸ້ມຊູຊ່ວຍເຫຼືອຈາກພາກສ່ວນອື່ນ, ຕ້ອງເອົາໃຈໃສ່ໃນການສ້າງນະວັດຕະກໍາໃໝ່ໆ ເພື່ອຮັບໃຊ້ວຽກງານຂອງຂະແໜງການ.
ພັກເຄີຍສັ່ງສອນພວກເຮົາວ່າ : “ການຍາດເອົາຜົນງານ, ຍາດເອົາທຸງໄຊ, ນາມມະຍົດ ມາມືແມ່ນວຽກທີ່ເຮັດຍາກຢູ່ແລ້ວ.ແຕ່, ການຮັກສາຜົນງານ, ຮັກສາທຸງໄຊໄວ້ໃຫ້ຍາວນານນັ້ນ ແມ່ນວຽກທີ່ເຮັດຍາກກວ່າ”

          ສະນັ້ນ, ໃນຖານະທີ່ຊາວໜຸ່ມ ແລະ ໄວໜຸ່ມເຮົາ ແມ່ນລຸ້ນຄົນທີ່ມີອຸດົມການກ້າວໜ້າ, ມີການດຳລົງຊີວິດທີ່ສົດໃສ, ມີຄວາມຮູ້ຄວາມສາມາດ, ມີມານະຈິດທີ່ຟົດຟື້ນຫ້າວຫັນນັ້ນ; ພວກເຮົາຈົ່ງພ້ອມກັນສ້າງຄວາມຕັດສິນໃຈ ເພື່ອເຮັດໃຫ້ສັນຍາລັກຂອງຊີວິດໄວໜຸ່ມ ໄດ້ຮັບການບຳເພັນຢ່າງຖືກຕ້ອງ ແລະ ມີຄຸນປະໂຫຍດສູງສຸດ, ດ້ວຍການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຮັດແໜ້ນຄວາມສາມັກຄີເປັນເອກະພາບ, ສ້າງທ່ວງທ່າ ແລະ ຄວາມເປັນເຈົ້າການໃຫ້ສູງຂຶ້ນກວ່າເກົ່າເພື່ອອຸທິດກຳລັງແຮງຂອງຕົນ ເຂົ້າໃນການພັດທະນາຊາວໜຸ່ມໃຫ້ມີຄວາມກ້າວໜ້າກໍຄືການການອຸທິດກໍາລັງແຮງເຂົ້າໃສ່ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແລະ ປະເທດຊາດໃນໄລຍະໃໝ່.
          ຂ້າພະເຈົ້າຂໍຮຽກຮ້ອງມາຍັງຖັນແຖວຊາວໜຸ່ມ ແລະ ໄວໜຸ່ມທຸກໆຄົນຈົ່ງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ແບບຢ່າງ, ຜົນງານ ແລະ ບົດຮຽນທີ່ດີເດັ່ນ ທີ່ພວກສະຫາຍຍາດມາໄດ້ໃນໄລຍະທີ່ຜ່ານມາ, ພ້ອມກັນສ້າງຜົນງານ ແລະ ເງື່ອນໄຂເພື່ອຮັກສານາມມະຍົດຊາວໜຸ່ມ 4 ບຸກຂອງຊາວໜຸ່ມແຕ່ລະຄົນ ໃຫ້ຍືນຍົງຕະຫຼອດໄປ.
          ຂໍສະເໜີໃຫ້ຄະນະພັກ-ຄະນະນໍາແຕ່ລະຂັ້ນ, ແຕ່ລະບ່ອນຈົ່ງໄດ້ເພີ້ມທະວີຄວາມເອົາໃຈໃສ່ໃນການຊີ້ໍນາ-ນໍາພາ, ໃຫ້ການສຶກສາອົບຮົມ, ການຍົກລະດັບ, ການຝຶກຝົນຫຼໍ່ຫຼອມ ແລະ ການສ້າງບັນດາເງື່ອນໄຂເອື້ອອໍານວຍເພື່ອໃຫ້ຄຸນນະພາບຂອງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຊາວໜຸ່ມ-ໄວໜຸ່ມພາຍໃນກະຊວງພວກເຮົາໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
          ຂ້າພະເຈົ້າສະເໜີໃຫ້ຄະນະບໍລິຫານງານສູນກາງຊາວໜຸ່ມຈົ່ງໄດ້ສືບຕໍ່ໃຫ້ການຊີ້ນຳ, ຕິດຕາມ, ຊຸກຍູ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຊາວໜຸ່ມຢູ່ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ