ຊົມເຊີຍ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

     ວັນທີ 27 ພຶດສະພາ 2022,  ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີຂະບວນການປູກຕົ້ນໄມ້ທີ່ດິນຂອງກະຊວງ ພບ ທີ່ບ້ານ ດົງໝາກຄາຍ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ເພື່ອຊົມເຊີຍ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (ວັນທີ 1 ມິຖຸນາ 2022 ທີ່ຈະມາເຖິງນີ້) ທີ່ໝູນວຽນບັນຈົບຄົບຮອບໃນອີກວາລະໜື່ງ, ເຊິ່ງໃນພິທີດັ່ງກ່າວໄດ້ຮັບກຽດກ່າວເປີດພິທີໂດຍທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະພັກກະຊວງ, ຄະນະບໍລິຫານງານສະຫະພັນກຳມະບານ, ຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ຄະນະບໍລິຫານງານຊາວໜຸ່ມ ຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ແລະ ພະນັກງານລັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ. ເຊິ່ງໃນພິທີດັ່ງກ່າວປະກອບມີຕົ້ນໄມ້ຫຼາກຫຼາຍຊະນິດເຊັ່ນ: ຕົ້ນໄມ້ດູ, ຕົ້ນຄະຍູ້ງ ແລະ ໄມ້ແຕ້ ລວມທັງໝົດຈຳນວນ 200 ກວ່າຕົ້ນ. ເພື່ອປຸກລະດົມໃນການອະນຸລັກຕົ້ນໄມ້ ແລະ ຮັກສາທຳມະຊາດ, ຊັບພະຍາກອນປ່າໄມ້ ເພື່ອຫຼຸດພາວະໂລກຮ້ອນ ນັບທັງທີ່ດິນ ແລະ ຊີວະນານໆພັນ ເຊິ່ງແມ່ນມໍລະດົກອັນລໍ້າຄ່າຂອງປວງຊົນລາວທັງຊາດ ໄດ້ຮັບການປົກປັກຮັກສາໃຫ້ຍືນຍົງຄຽງຄູ່ກັບຄວາມໝັ້ນຄົງຂອງພື້ນຖານເສດຖະກິດ ແລະ ປະເທດຊາດ.

     ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍປ່າໄມ້, ຊັບພະຍາກອນປ່າໄມ້, ທີ່ດິນ, ສັດນໍ້າ-ສັດປ່າ ແລະ ຊີວະນາໆພັນທີ່ຫຼາກຫຼາຍໃນນີ້: ມີຊະນິດໄມ້, ຊັບພະຍາກອນປ່າໄມ້, ສັດນໍ້າ-ສັດປ່າ ແລະ ຊີວິນາໆພັນ ຫຼາຍຊະນິດທີ່ຫາຍາກ ແລະ ໄກ້ສູນພັນ ຊຶ່ງຄວາມອຸດົມສົມບູນດັ່ງກ່າວນີ້ໄດ້ກາຍເປັນມໍລະດົກທີ່ລໍ້າຄ່າທາງທໍາມະຊາດ, ເປັນອົງປະກອບທີ່ສໍາຄັນ ໃນໂຄງປະກອບເສດຖະກິດແຫ່ງຊາດ ແລະ ຮັບປະກັນໃຫ້ແກ່ການດໍາລົງຊີວິດທີ່ໝັ້ນຄົງ, ຍືນຍົງຂອງປະຊາຊົນລາວບັນດາເຜົ່າ.ສໍາລັບການພັດທະນາຂະແໜງການຂອງພວກເຮົາແລ້ວ, ປ່າໄມ້, ທີ່ດິນ ແລະ ຊັບພະຍາກອນປ່າໄມ້ຍິ່ງມີຄວາມສໍາຄັນຫຼາຍ.

ດ້ວຍແນວທາງ ແລະ ນະໂຍບາຍທີ່ຖືກຕ້ອງຂອງພັກ ແລະ ລັດເຮົາ ເຮັດໃຫ້ປ່າໄມ້, ຊັບພະຍາກອນປ່າໄມ້, ພັດທະນາຢ່າງແຂງແຮງ, ເຮັດໃຫ້ເນື້ອທີ່ປົກຄຸມດ້ວຍປ່າໄມ້ເພີ້ມຂຶ້ນຢ່າງຈະແຈ້ງ. ພິເສດ, ພາຍຫຼັງລັດຖະບານໄດ້ມີຄໍາສັ່ງໃຫ້ຍຸຕິກ່ຽວກັບການຕັດໄມ້ ແລະ ປັບປຸງ, ດັດສົມການດໍາເເນີນທຸລະກິດຢ່າງເຂັ້ມງວດ.ແຕ່ຄຽງຄຽງຄູ່ກັນນີ້,ສະພາບການນໍາໃຊ້ຖາງປ່າ, ການນໍາໃຊ້ໄມ້ ແລະ ຊັບພະຍາກອນປ່າໄມ້ຍັງມີລັກສະນະຊະຊາຍຢູ່, ຄວາມສັກສິດໃນການປະຕິບັດກົດໝາຍປ່າໄມ້, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງຍັງບໍ່ທັນສູງ, ເຮັດໃຫ້ເກີດໄພພິບັດທີ່ຮ້າຍແຮງສົ່ງຜົນກະທົບເຖິງພື້ນຖານເສດຖະກິດ ແລະ ຊີວິດການຢູ່ຂອງປະຊາຊົນບັນດາເຜົ່າຫຼາຍພໍສົມຄວນ.

ເນື່ອງຈາກວ່າ : ປ່າໄມ້, ຊັບພະຍາກອນປ່າໄມ້, ນັບທັງທີ່ດິນ ແລະ ຊີວະນານໆພັນ ແມ່ນມໍລະດົກອັນລໍ້າຄ່າຂອງປວງຊົນລາວທັງຊາດ ຊຶ່ງໃນຕໍ່ໜ້ານີ້, ພວກເຮົາຈະຕ້ອງໄດ້ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ພັດທະນາໃຫ້ມີການຂະຫຍາຍຕົວຢ່າງຍືນຍົງ ຄຽງຄູ່ກັບຄວາມໝັ້ນຄົງຂອງປະເທດຊາດ, ຮັບປະກັນເຮັດໃຫ້ລະບອບການນໍາໃຊ້ປ່າໄມ້, ຊັບພະຍາກອນປ່າໄມ້, ທີ່ດິນ ແລະ ຊີວະນານໆພັນມີປະສິດທິຜົນ ແລະ ຖືກກົດໝາຍ. ໃນນີ້, ຂະແໜງພະລັງງານ ແລະ ບໍ່ແຮ່ພວກເຮົາຕ້ອງເອົາໃຈໃສ່ ເຂົ້າຮ່ວມໃນວຽກງານປູກ. ປັກປັກຮັກສາປ່າໄມ້ເປັນຕົ້ນແມ່ນປ່າໄມ້ຕົ້ນນໍ້າຂອງເຂື່ອນຕ່າງໆ, ແຕ່ລະເຂື່ອນຄວນມີແຜນງານ, ໂຄງການ ແລະ  ມີການເຂົ້າຮ່ວມມືກັບອົງການປົກຄອງ ແລະ ປະຊາຊົນບັນດາເຜົ່ານແຕ່ລະບໍລິເວນ ກ່ຽວກັບການປູກປ່າ ແລະ ປົກປັກຮັກສາປ່າໄມ້-ທີ່ດິນໃນບໍລິເວນຕົ້ນນໍ້າ.

ພວກເຮົາທຸກຄົນຄວນເປັນເຈົ້າການເຂົ້າຮ່ວມໃນການຄຸ້ມຄອງ ແລະ ແກ້ໄຂທຸກບັນຫາທີ່ເປັນຊ່ອງວ່າງລະຫວ່າງການນໍາໃຊ້ ແລະ ການອະນຸລັກຮັກສາໃຫ້ປ່າໄມ້, ທີ່ດິນ, ຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນເປັນຕົ້ນແມ່ນ : ການສືບຕໍ່ໃນການສ້າງຈິດສໍານຶກ ແລະ ການມີສ່ວນຮ່ວມຂອງມວນຊົນໃນການປູກ, ການປົກປັກຮັກສາປ່າໄມ້, ຊັບພະຍາກອນປ່າໄມ້, ທີ່ດິນ ແລະ ຊີວະນາໆພັນ ເພື່ອສືບຕໍ່ເຮັດໃຫ້ປ່າໄມ້, ຊັບພະຍາກອນປ່າໄມ້, ນັບທັງທີ່ດິນ ແລະ ຊີວະນານໆພັນ ຊຶ່ງແມ່ນມໍລະດົກອັນລໍ້າຄ່າຂອງປວງຊົນລາວທັງຊາດ ໄດ້ຮັບການປົກປັກຮັກສາໃຫ້ຍືນຍົງຄຽງຄູ່ກັບຄວາມໝັ້ນຄົງຂອງພື້ນຖານເສດຖະກິດ ແລະ ປະເທດຊາດ.

ພາບ-ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ