
ໃນວັນທີ 29 ກັນຍາ 2023 ຄະນະຜູ້ແທນ ສປປລາວ ນຳໂດຍ ທ່ານ ປະລິນຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສົນທະນາລະດັບສູງອາຊຽນ-ອົດສະຕາລີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ (ASEAN-Australia High-Level Dialogue on Climate Change and Energy Transition) ທີ່ນະຄອນຫຼວງ ຮ່າໂນ່ຍ, ສສ. ຫວຽດນາມ ໂດຍມີບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດສະມາຊິກອາຊຽນ ແລະ ປະເທດ ອົດສະຕາລີ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່່າວແມ່ນເປັນກອງປະຊຸມຄັ້ງທໍາອິດ ເຊິ່ງເປັນເວທີເພື່ອປຶກສາຫາລື ແລະ ສໍາມະນາລະຫວ່າງບັນດາລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສຂອງແຕ່ລະປະເທດສະມາຊິກອາຊຽນ (AMS) ແລະ ຊ່ຽວຊານໃນຂະແໜງ ການເຊິ່ງຈະສຸມໃສ່ວຽກງານໃນການແກ້ໄຂຂໍ້ຫຍຸ້ງຍາກ ແລະ ການສ້າງຂໍ້ລິເລີ່ມໃນການຫັນປ່ຽນພະລັງງານມາເປັນພະລັງງານສະອາດ ແລະ ສາມາດທົດແທນໄດ້ໃນຂົງເຂດອາຊຽນ. ພ້ອມນີ້, ກອງປະຊຸມຍັງແນ່ໃສ່ເພື່ອເປັນການສ້າງໂຄງການໃໝ່ໃນການຫັນປ່ຽນພະລັງງາານພາຍໃຕ້ຂອບການຮ່ວມມື Australia for ASEAN (Aus4ASEAN) Future Initiative ເຊິ່ງຈະຖືກຮັບຮອງເອົາໃນກອງປະຊຸມສຸດຍອດ ASEAN-Australia Commemorative Summit ໃນປີ 2024 ຢູ່ທີ່ ປະເທດອົດສະຕາລີ.

ພ້ອມດຽວກັນ, ຄະນະຈາກ ສປປລາວ ຍັງໄດ້ປະກອບສ່ວນເຂົ້າຮ່ວມໃນການນໍາສະເໜີບົດ ແລະ ເປັນຜູ້ດໍາເນີນວາລະສໍາມະນາທີ່ຕິດພັນກັບຫົວຂໍ້ຕ່າງໆຄື: 1) ການປ່ຽນແປງດິນຟ້າອາກາດ (Climate Change); 2) ຕະຫຼາດພະລັງງານທົດແທນ (Renewable Energy Market); ແລະ 3) ການຫັນປ່ຽນດິນຟ້າອາກາດ (Energy Transition). ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ, ອົດສະຕາລີຈະໄດ້ນຳເອົາຂໍ້ມູນຕ່າງໆຈາກຜົນຂອງກອງປະຊຸມໃນຄັ້ງນີ້ ເພື່ອພິຈາລະນາສ້າງເປັນໂຄງການ ຫຼື ຂໍ້ລິເລີ່ມໃໝ່ ເພື່ອສະໜັບສະໜູນໃຫ້ແກ່ການຫັນປ່ຽນພະລັງງານ ແລະ ການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນຂົງເຂດອາຊຽນ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ: ຄຳແສງ ແກ້ວປະເສີດ