
ໃນວາລະການເຂົ້າຮ່ວມກອງປະຊຸມການຮ່ວມມືບໍ່ແຮ່ ອາຊຽນ-ຈີນ ລະຫວ່າງວັນທີ 19-23 ພຶດສະພາ 2023 ທີ່ຜ່ານມານີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍະນະໄດ້ເຂົ້າພົບປະ, ຢ້ຽມຢາມກັບຄະນະພັກ, ຄະນະນຳລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ (CSG) ແລະ ລັດວິສາຫະກິດ CGN. ການພົບປະ, ຢ້ຽມຢາມ ຢູ່ແຕ່ລະບ່ອນນັ້ນ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ YANG CHANGLI ປະທານບໍລິສັດ CGN ກຣຸບ ແລະ ທ່ານ Wang Hongzhi ຜູ້ອຳນວຍການບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ ສປ ຈີນ ພ້ອມດ້ວຍພະນັກງານ, ກຳມະກອນ ຂອງທັງສອງບໍລິສັດໃຫ້ການຕ້ອນຮັບ.
ໃນໂອກາດທີ່ມີຄວາມໝາຍ ສຳຄັນນີ້, ທ່ານ YANG CHANGLI ແລະ ທ່ານ Wang Hongzhi ໄດ້ສະແດງຄວາມຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ລັດຖະມົນຕີ ພ້ອມຄະນະທີ່ໄດ້ຍາດເວລາມາຢ້ຽມຢາມ ແລະ ພົບປະ, ປຶກສາຫລືກັບທັງສອງບໍລິສັດ ເຊິ່ງເປັນຂີດໝາຍທີ່ສຳຄັນ ທີ່ຈະຊຸກຍູ້, ສົ່ງເສີມການຮ່ວມມືກັນໃນການພັດທະນາວຽກງານພະລັງງານໄຟຟ້າຂອງ ສປປລາວ ມີຄວາມທັນສະໄໝ ທັງຮັບປະກັນໃຫ້ມີຄວາມໝັ້ນຄົງ ແລະ ສາມາດເຊື່ອມໂຍງໄດ້ກັບປະເທດເພືອນບ້ານ ແລະ ຢູ່ໃນພາກພື້ນ.

ທ່ານ ລັດຖະມົນຕີ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຂອງທັງສອງບໍລິສັດ ແລະ ເຊື່ອໝັ້ນວ່າ ທັງຝ່າຍຈະໄດ້ພ້ອມກັນສືບຕໍ່ປົກປັກຮັກສາໝາກຜົນຂອງການຮ່ວມມືກັນໃຫ້ເກີດດອກອອກຜົນ ແລະ ມີລັກສະນະຕັ້ງໜ້າຂຶ້ນກວ່າເກົ່າ, ພ້ອມກັນຊຸກຍູ້, ສົ່ງເສີມ ບັນດາໂຄງການຕ່າງໆ ທີ່ທັງສອງຝ່າຍໄດ້ຮ່ວມມືກັນໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງເຊື້ອເຊີນ ໃຫ້ທັງສອງບໍລິສັດ ສືບຕໍ່ລົງທຶນດ້ານພະລັງງານໄຟຟ້າ ໂດຍສະເພາະແມ່ນ ການຮ່ວມມື ການແລກປ່ຽນພະລັງງານໄຟຟ້າ ແລະ ການສົ່ງເສີມການພັດທະນາພະລັງງານສະອາດ ຢູ່ ສປປ ລາວ.
ພາບ ແລະ ຂໍ້ມູນ: ກອງເລຂາການນຳກະຊວງ
ຂ່າວ: ຄຳແສງ ແກ້ວປະເສີດ