ໂຄງການເຂື່ອນໄຟຟ້າ ນ້ຳຂອງຫຼວງພະບາງ ຈະກໍ່ສ້າງສຳເລັດ ແລະ ເປີດຜະລິດກະແສໄຟຟ້າຢ່າງເປັນທາງການໃນຕົ້ນປີ 2030

          ໃນວັນທີ 16 ກຸມພາ 2023 ທີ່ຫ້ອງປະຊຸມ ພະເເນກຊັບພະຍາກອນທຳມະຊາດ ເເລະ ສິ່ງເເວດລ້ອມ ເເຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບ ການຕິດຕາມ, ຄຸ້ມຄອງ ເເລະ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ລະຫວ່າງ ຂະເເໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ທ້ອງຖີ່ນ ເເລະ ບໍລິສັດໂຄງການ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ທອງພັດ ອີນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ເເລະ ບໍ່ເເຮ່ ແລະ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າເເຂວງໆ ຫຼວງພະບາງ, ໂດຍມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ, ແຂວງຫຼວງພະບາງ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ ເຂົ້າຮ່ວມ.

           ທ່ານ ທອງພັດ ອິນທະວົງ ໄດ້ກ່າວເປີດກອງປະຊຸມວ່າ: ພາຍໃຕ້ການຊີ້ນຳ-ນໍາພາ ຂອງພັກ ແລະ ລັດຖະບານ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານກ່ຽວກັບການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແລະ ອຸດສາຫະກຳບໍ່ແຮ່ ຢູ່ປະເທດພວກເຮົາດ້ວຍຜົນສຳເລັດ ແລະ ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ, ຕໍ່ເນື່ອງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຕັ້ງໜ້າ.
ມາຮອດປັດຈຸບັນທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ງ 1 MW ຂຶ້ນໄປ ມີທັງໝົດ 94 ແຫ່ງ, ລວມກໍາລັງຕິດຕັ້ງ 11.661,14 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 58.813 GWh/y; ທົ່ວປະເທດມີໄຟຟ້າຊົມໃຊ້ແບບຖາວອນກວມເອົາ 95% ຂອງຈໍານວນຄົວເຮືອນທັງໝົດ, ມີສະຖານີກະຈ່າຍໄຟຟ້າ 84 ແຫ່ງ, ມີລະບົບສາຍສົ່ງແຮງດັ່ນສູງ 500 ກວ, 230 ກວ, 115 ກວ; ລະບົບຕາຂ່າຍແຮງກາງ ແລະ ແຮງຕໍ່າ ເຊິ່ງເປັນເສັ້ນເລືອດໃຫຍ່ ໃນການລໍາລຽງກະຈ່າຍໄຟຟ້າໃນຂອບເຂດທົ່ວປະເທດ ທັງໝົດ 67 ພັນກວ່າກິໂລແມັດ. 

           ສັງລວມແລ້ວ ຂະແໜງການພະລັງງານ ແລະ ບໍ່ແຮ່ ເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນ ໃນການຊຸກຍູ້ໃຫ້ເສດຖະກິດແຫ່ງຊາດ ມີການຈະເລີນເຕີບໂຕຢ່າງໜັກແໜ້ນ; ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍທັງທາງກົງ ແລະ ທາງອ້ອມເປັນຕົ້ນແມ່ນ: ການສ້າງວຽກເຮັດງານທຳ, ກໍ່ສ້າງພື້ນຖານໂຄງລ່າງ (ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ໄຟຟ້າ, ນໍ້າສະອາດ, ຕະຫຼາດ, ວັດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ). ນອກຈາກນີ້, ຍັງເປັນຂະແໜງການສົ່ງອອກທີ່ສຳຄັນ ນຳເອົາເງິນຕາຕ່າງປະເທດເຂົ້າປະເທດນັບມື້ ນັບມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

           ທ່ານ ດາວເພັດ ໂພທິວັນ ຮອງຫົວໜ້າກົມທຸລະກິດພະລັງງານ, ກະຊວງພະລັງງານ ເເລະ ບໍ່ເເຮ່ ໄດ້ລາຍງານໃຫ້ຮູ້ວ່າ: ເຂື່ອນໄຟຟ້ານໍ້າຂອງຫຼວງພະບາງເປັນເຂື່ອນແບບຝ່າຍນໍ້າລົ້ນ (Run off River), Concrete Gravity Dam, ມີຄວາມສູງ 79 m, ລວງສູງຂອງນໍ້າຕົກ 29,6m., ບໍ່ມີການກັກເກັບນໍ້າ, ກະແສນໍ້າໄຫຼເຂົ້າ (inflow) ເທົ່າກັບກະແສນໍ້າໄຫອຼອກ (outflow) ຕາມທໍາມະຊາດ. ມີກຳລັງຕິດຕັ້ງທັງໝົດ: 1.460 MW ປະກອບດ້ວຍກັງຫັນ Kaplan (Main Uint) ຈໍານວນ 7 ໜ່ວຍ (ໜ່ວຍລະ 200 MW) ແລະ ໜ່ວຍຈັກເສີມ (Auxiliary Unit) ອີກ 3 ໜ່ວຍ (ໜ່ວຍລະ 20 MW),

           ພະລັງງານທີ່ຜະລິດໄດ້ໃນແຕ່ລະປີປະມານ 6.854 GWh/y (ມາຈາກ Main Units 6.615 GWh/y ແລະ Auxiliary Units 238 GWh/y); ມີປະຊາຊົນໄດ້ຮັບຜົນກະທົບກວມເອົາ 3 ແຂວງຄື: ແຂວງ ຫຼວງພະບາງ, ແຂວງ ໄຊຍະບູລີ ແລະ ແຂວງ ອຸດົມໄຊ, ລວມມີ 22 ບ້ານ. ໃນນີ້ມີ 14 ບ້ານ, 1.232 ຫຼັງຄາເຮືອນ, 1.298 ຄອບຄົວ, 6.562 ຄົນ ຄາດວ່າຈະຖືກຍົກຍ້າຍ ແລະ ຈັດສັນທີ່ຢູ່ໃໝ່;

ອີກ 8 ບ້ານ, 671 ຫຼັງຄາເຮືອນ, 755 ຄອບຄົວ, 4.080 ຄົນ ຈະຮັບຜົນກະທົບດິນສວນທີ່ຕັ້ງຢູ່ແຄມແມ່ນໍ້າ ແລະ ຈະບໍ່ຖືກຍົກຍ້າຍ.

         ທ່ານ ຮອງຫົວໜ້າກົມກ່າວລາຍງານຕື່ມວ່າ: ໂຄງການເຂື່ອນໄຟຟ້ານໍ້າຂອງຫຼວງພະບາງປະກອບມີ 4 ຂາຮຸ້ນຄື: ບໍລິສັດ ພີທີຈຳກັດຜູ້ດ່ຽວ (ລາວ) ຖືຮຸ້ນ 38%, ບໍລິສັດ Petro Vietnam (ຫວຽດນາມ) ຖືຮຸ້ນ 10%, ບໍລິສັດ CH.Karnchang (ໄທ) ຖືຮຸ້ນ 10% ແລະ ບໍລິສັດ CK Power (ໄທ) ຖືຮຸ້ນ 42%

ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2020 ຄາດວ່າຈະໃຫ້ສຳເລັດ ແລະ ເປີດຜະລິດຂາຍໄຟຢ່າງເປັນທາງການໃນຕົ້ນປີ 2030.

ພາບ ແລະ ຂ່າວ: ວິລະຊາດ ສາຍອັດຕະປື
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີ