ສະຫາຍ ລິດລືໄຊ ພິລາວົງ ໄດ້ຮັບເລືອກຕັ້ງເປັນເລຂາໜ່ວຍຮາກຖານ ຊປປລ ກົມແຜນການ ແລະ ການຮ່ວມມື ສະໄໝທີ II

           ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ກົມແຜນການ ແລະ ການຮ່ວມມື ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 15 ມັງກອນ 2024 ທີ່ຫ້ອງປະຊຸມ ຊັ້ນ 4 ຂອງ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ລິດລືໄຊ ພິລາວົງ ເລຂາໜ່ວຍຮາກຖານ ຊປປລ ກົມແຜນການ ແລະ ການຮ່ວມມື. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນທະເລດ ວໍລະບຸດ ກໍາມະການຄະນະບໍລິຫານງານພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ນ. ໂຄຕະມີ ຈັນທະມາລິນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື. ສະຫາຍ ມ້ອນ ເພັດພູໄທ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພບ, ຫົວໜ້າຫ້ອງການ ຄະນະບໍລິຫານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່, ເລຂາ-ຮອງເລຂາ ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານອ້ອມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ (ກຳມະບານ, ແມ່ຍິງ) ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 54 ສະຫາຍ (ຍິງ 20 ສະຫາຍ), ໃນນີ້ເປັນຜູ້ແທນກອງປະຊຸມໃຫຍ່ ຈຳນວນ 32 ສະຫາຍ (ຍິງ 14 ສະຫາຍ). ເຊິ່ງໃນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ກົມແຜນການ ແລະ ການຮ່ວມມື ຊຸດທີ I ໄດ້ເຫັນດີເປັນເອກະສັນເລືອກເອົາ: ສະຫາຍ ລິດລືໄຊ ພິລາວົງ ເປັນເລຂາ, ສະຫາຍ ໄຊປັນຍາ ສຸກກະເສີມ ເປັນຮອງເລຂາ; ສະຫາຍ ນ. ວິຈິນດາ ວິຊຽນນະລາດ ເປັນກຳມະການ ທັງ ເປັນປະທານກວດກາໜ່ວຍ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: mem.gov.la
ສາຍດ່ວນ: 1506