ສະມາຊິກຊາວໜຸ່ມພາຍໃນກະຊວງ ໄດ້ຮັບຟັງການເຜີຍແຜ່ນະໂຍບາຍການປະຕິຮູບລັດວິສາຫະກິດອ້ອມຂ້າງກະຊວງ ແລະ ການປັບປຸງໂຄງສ້າງລາຄາໄຟຟ້າໄລຍະແຕ່ປີ 2025-2029

          ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ກຸມພາ 2025 ນີ້ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ຫົວໜ້າຄະນະປະຕິຮູບລັດວິສາຫະກິດອ້ອມຂ້າງກະຊວງ; ສະຫາຍ ປອ ອາຄົມເດດ ວົງໄຊ ຄະນະພັກກະຊວງ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານ ຊປປລ ກະຊວງ, ມີບັນດາ ສະຫາຍ ເລຂາ-ຮອງເລຂາ ແລະ ຄະນະພັກຮາກຖານ/ໜ່ວຍພັກ ອ້ອມຂ້າງກະຊວງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນກະຊວງ ຈຳນວນ 500 ກວ່າ ສະຫາຍ ເຂົ້າຮ່ວມ.

          ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງຖືກຕ້ອງໃຫ້ ສະມາຊິກຊາວໜຸ່ມພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບນະໂຍບາຍຂອງພັກ, ລັດຖະບານ ກໍ່ຄືຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃນການປະຕິຮູບບັນດາ ລັດວິສາຫະກິດທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ນະໂຍບາຍການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ໄລຍະປີ 2025-2029.

          ສະຫາຍ ຈັນທະບູນ ສຸກອາລຸນ ກ່າວວ່າ: ເພື່ອທຳຄວາມເຂົ້າໃຈໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງບັນດາ ລັດວິສາຫະກິດອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນວິສາຫະກິດຍຸດທະສາດຂອງປະເທດ ຢູ່ໃນການຄຸ້ມຄອງ ດ້ານເຕັກນິກ-ວິຊາການ ໂດຍກະຊວງພະລັງງານ ແລະ ບໍ່ແຮ່, ເປັນວິສາຫະກິດ ທີ່ປະຕິບັດ ພາລະບົດບາດ ຄື: ຮັບຜິດຊອບໜ້າທີ່ການເມືອງ ກໍ່ຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນຮັບປະກັນການດຳເນີນທຸລະກິດໃຫ້ມີປະສິດທິພາບ, ມີປະສິດທິຜົນສູງ, ນຳເອົາລາຍຮັບມາສູ່ປະເທດຊາດ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ ນຳພາປະເທດຊາດຮັ່ງມີແຂັມແຂງ, ຮຸ່ງເຮືອງສີວິໄລ ແລະ ຫຼຸດພົ້ນອອກຈາກປະເທດທຸກຫຍາກໃຫ້ໄດ້ຢ່າງແຂງແຮງ.

          ສະຫາຍ ຮອງລັດຖະມົນຕີ ກ່າວຕື່ມວ່າ: ສຳລັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແມ່ນແນ່ໃສ່ ໃຫ້ການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າຊົມໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍ ທີ່ລັດຖະບານກໍານົດໄວ້ (ເຊິ່ງມາຮອດປະຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈໍານວນຄົວເຮືອນທັງໝົດ ທົ່ວປະເທດ); ປັດຈຸບັນມີ 5 ລັດວິສາຫະກິດ ແລະ 1 ບໍລິສັດ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ດ້ານເຕັກນິກ-ວິຊາການ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ຄື: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດຖືຮຸ້ນລາວ, ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ລັດວິສາຫະກິດພັດທະນາແຮ່ທາດລາວ, ລັດວິສາຫະກິດຝຸ່ນຊີວະພາບ ແລະ ບໍລິສັດຜະລິດໄຟຟ້າລາວມະຫາຊົນ.

          ສະຫາຍ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຍົກໃຫ້ເຫັນການເຕີໃຫຍ່ຂະຫຍາຍຕົວຂອງ ລັດວິສາຫະກິດໄຟຟ້າລາວໃນໄລຍະຜ່ານມາ ພ້ອມທັງຍົກໃຫ່ເຫັນຜົນສຳເລັດ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ທິດທາງແຜນການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໃນຕໍ່ໜ້າ ບາງຕອນ ສະຫາຍ ໄດ້ກ່າວວ່າ: ລັດວິສາຫະກິດໄຟຟ້າລາວ ດຳເນີນທຸລະກິດຂອງຕົນຕາມ 2 ໜ້າທີ່ຍຸທະສາດສຳຄັນຕໍຄື: ໃຫບໍລິການ ແລະ ສະໜອງໄຟຟາ້ ແກ່ສັງຄົມຢ່າງທົ່ວເຖິງ, ພຽງພໍ ແລະ ດໍາເນີນທຸລະກິດ ຊື້-ຂາຍໄຟຟ້າ ເພື່ອເປັນຖານລາຍຮັບທີ່ໝັ້ນຄົງໃຫກັບລັດຖະບານ. 

          ການປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສອດຄ່ອງກັນນັ້ນ ເປັນພາລະໜ້າທີ່ອັນໜັກໜ່ວງ ຂອງ ລັດວິສາຫະກິດໄຟຟ້າລາວ ແລະ ຈໍາເປັນຕ້ອງໃຊ້ທຶນຮອນອັນມະຫາສານ ເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າ, ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນ. ເພື່ອຮັບປະກັນໃຫ້ ການດໍາເນີນທຸລະກິດຂອງໄຟຟ້າລາວ ໃນຕໍ່ໜ້າມີປະສິທິຜົນສູງຂຶ້ນກວ່າເກົ່າ ລັດວິສາຫະກິດໄຟຟ້າລາວ ຈຶ່ງມີຄວາມຈຳເປັນຈະຕ້ອງໄດ້ປະຕິຮູບຕົນເອງຢ່າງຮອບດ້ານ ເຊິ່ງໃນນີ້, ລວມມີການປະຕິຮູບອົງກອນ (ປະຕິຮູບດ້ານກົນໄກການບໍລິຫານ ແລະ ບຸກຄະລາກອນ), ການປັບປຸງໂຄງສ້າງລາຄາໄຟຟ້າພາກຈຳໜ່າຍ ໃຫ້ສອດຄ່ອງເປັນທຳຕໍ່ຜູ້ຊື້ ແລະ ຜູ້ຂາຍ, ເຈລະຈາເພື່ອປັບປຸງສັນຍາຊື້-ຂາຍໄຟກັບບັນດາແຫຼ່ງຜະລິດໃຫ້ຫຼຸດລົງ ເພື່ອຫຼຸດຜ່ອນຕົ້ນທຶນ, ເຈລະຈາຂໍປັບໂຄງສ້າງໜີ້ ກັບທະນາຄານ ແລະ ສະຖາບັນການເງິນຕ່າງໆ. 

          ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ທັງນີ້ກໍ່ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນກະຊວງ ໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ພ້ອມກັນເຜີຍແຜ່, ອະທິບາຍ, ຊີ້ແຈງ ຕໍ່ສງັຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບນະໂຍບາຍການປະຕິຮູບລັດວິສາຫະກິດອ້ອມຂ້າງກະຊວງ ແລະ ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ໄລຍະປີ 2025-2029. 

ພາບ: ລັດວິສາຫະກິດໄຟຟ້າລາວ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506