ກອງປະຊຸມຕິດຕາມ, ຊຸກຍູ້ ການດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງ ຜູ້ແທນ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ (ຄຊປປລ ພບ) ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2024 ນີ້ ຢູ່ຫ້ອງປະຊຸມ 102 ພາຍໃຕ້ການເປັນປະທານຂອງ ສະຫາຍ ນວນທອງ ສຸວັນວິໄຊ ຄະນະປະຈຳພັກ, ຮອງເລຂາຄະນະບໍລິຫານງານ ສູນກາງ ຊປລ, ມີບັນດາ ສະຫາຍ ຄະນະນຳຈາກສູນກາງ ຊປລ, ຄະນະບໍລິຫານງານ ຊປປລ ພບ ຊຸດທີ III ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງ ຊປລ, ເລຂາ ຄຊປປລ ພບ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບບົດແນະນຳ ແລະ ແຈ້ງການເພີ້ມເຕີ່ມ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ສູນກາງ ຊປປລ. ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຮີບຮ້ອນຄົ້ນຄວ້າ, ແຕ່ງຕັ້ງ ຄະນະຮັບຜິດຊອບ ເພື່ອດຳເນີນການຊຸກຍູ້, ຕິດຕາມ ການດຳເນີນກອງປະຊຸມໃຫຍ່ ຢູ່ຂັ້ນຮາກຖານ ໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ຜ່ານການຈັດຕັ້ງປະຕິບັດຕົວຈິງ ມາຮອດເດືອນ ກຸມພາ 2024 ນີ້, ບັນດາ ຄຊປປລ ຮາກຖານ 4 ຮາກຖານ, 13ໜ່ວຍຮາກຖານ ແລະ 34ໜ່ວຍຂຶ້ນກັບ ຄຊປປລ ຮາກຖານ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຂອງຕົນ 100%. ເຊິ່ງການດໍາເນີນກອງປະຊຸມໃຫຍ່ຢູ່ແຕ່ລະຮາກຖານ ແມ່ນໄດ້ປະຕິບັດຄົບຕາມມາດຖານ ແລະ ເງື່ອນໄຂທຸກປະການຕາມເນື້ອໃນບົດແນະນຳຂອງ ສູນກາງ ຊປປລ ສະບັບເລກທີ 251/ລຂ, ລົງວັນທີ 12 ພຶດສະພາ 2022 ແລະ ແຈ້ງການເພີ້ມເຕີ່ມ ສະບັບເລກທີ 172/ລຂ, ລົງວັນທີ 20 ກຸມພາ 2023.
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ IV ຂອງ ຜູ້ແທນ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ມີຜົນສຳເລັດຢ່າງຈົບງາມ ທັງຮັບປະກັນໃຫ້ການດຳເນີນກອງປະຊຸມໃຫຍ່ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນຂອງຄະນະພັກຂັ້ນເທິງ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະຫາຍ ຮອງເລຂາສູນກາງ ຊປລ ໄດ້ມີຄຳເຫັນໂອ້ລົມ ເພື່ອເປັນບ່ອນອີງໃຫ້ ຄຊປປລ ພບ ໄດ້ກະກຽມ, ດຳເນີນການ ຢ່າງຖືກຕ້ອງ ແລະ ຮັບປະກັນໃຫ້ມີຄຸນນະພາບທີ່ດີ ເພື່ອນຳພາຊາວໜຸ່ມຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີຄຸນນະພາບໄປສູ່ອັນໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ. ກ່ອນຈະເຂົ້າຮ່ວມກອງປະຊຸມພົບປະ ແລະ ປຶກສາຫາລືກັບ ຄຊປປລ ພບ, ສະຫາຍ ຮອງເລຂາສູນກາງ ຊປລ ພ້ອມຄະນະຍັງໄດ້ເຂົ້າພົບ ສະຫາຍ ຈັນທະບູນ ສຸກອາລຸນ ຄະນະພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງຕື່ມອີກ.
ພາບ: ສົມສະໜຸກ ທອງສະຫງວນ
ໂດຍ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506