
ພິທີມອບ-ຮັບໄຟຟ້າແສງຕາເວັນ ຈຳນວນ 50ຊຸດ, ລວມມູນຄ່າທັງໝົດ 25.000.000 ກີບ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 22 ກຸມພາ 2022 ນີ້ ຢູ່ຫ້ອງປະຊຸມ102. ຕາງໜ້າ ຄຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ມອບໂດຍ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊປປລ, ເລຂາ ຄຊປປລ ກະຊວງ ແລະ ກ່າວຮັບຂອງ ສະຫາຍ ພອນໄຊ ແກ້ວສົມພັນ ຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ບຸນເໜືອ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງການນຳທັງສອງພາກສ່ວນ.

ສະຫາຍ ຈັນທະເລດ ວໍລະບຸດ ກ່າວວ່າ: ອຸປະກອນໄຟຟ້າແສງຕາເວັນ ທີ່ນຳມາມອບໃຫ້ແຂວງຜົ້ງສາລີຄັ້ງນີ້ ແມ່ນໄດ້ຈາກການປະກອບສ່ວນຂອງບໍລິສັດ ວັນເວພະລັງງານສາກົນ(ລາວ) ຈຳກັດຜູ້ດ່ຽວ ໂດຍການປະສານງານຂອງການນຳກະຊວງເວົ້າລວມ, ເວົ້າສະເພາະຂອງຄະນະບໍລິຫານງານ ຊປປລ ກະຊວງ ເພື່ອມອບເປັນຂອງຂວັນໃຫ້ທະຫານຊາຍແດນ ແລະ ບັນດາໂຮງຮຽນຢູ່ເຂດຫ່າງໄກສອກຫລີກຂອງແຂວງຜົ້ງສາລີ ໄດ້ຊົມໃຊ້ໄຟຟ້າໃນການດຳລົງຊີວິດປະຈຳວັນ.

