ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ດຳເນີນການທາບທາມບຸກຄະລາກອນ ລົງສະໝັກເລືອກຕັ້ງ ຄະນະບໍລິຫານງານ ຊປປລ ກະຊວງ ສະໄໝທີ IV ຮອບທີ1

          ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພ້ອມກັນ 19 ຈຸດ ໃນວັນທີ 3 ກັນຍາ 2024 ໂດຍມີ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ສະຫາຍ ຮອງເລຂາ, ຄະນະປະຈຳ, ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ຊຸດທີ3 ພ້ອມດ້ວຍ ຄະນະບໍລິຫານງານຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ, ໜ່ວຍຮາກຖານ ແລະ ສະມາຊິກຊາວໜຸ່ມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
          ພິທີເລີ່ມຕົ້ນດ້ວຍການຜ່ານມາດຖານເງື່ອນໄຂ ຜູ້ທີ່ຈະລົງສະໝັກເປັນຄະນະບໍລິຫານງານ ຊປປລ ກະຊວງ ສະໄໝທີ IV ແລະ ກົດລະບຽບການປ່ອນບັດ ຈາກຄະນະອະນຸກຳມະການບຸກຄະລາກອນ ແລະ ຍ້ອງຍໍ; ຫຼັງຈາກນັ້ນ ກໍ່ໄດ້ດຳເນີນລົງຄະແນນສຽງປ່ອນບັດຄັດເລືອກເປົ້າໝາຍ ຈຳນວນ 32 ສະຫາຍ ເພື່ອເຂົ້າຮອບທາບທາມຮອບທີ2 ຈາກເປົ້າໝາຍຜູ້ລົງທາບທາມຮອບທີ1 ທັງໝົດ 36 ສະຫາຍ. ໃນນີ້ມີຄະນະບໍລິຫານງານ ຊຸດທີ3 ສືບຕໍ່ລົງສະໝັກຈຳນວນ 6 ສະຫາຍ ຈາກ 23 ສະຫາຍ; ເປົ້າໝາຍໃໝ່ ທີ່ມາຈັດ ເລຂາ, ຮອງເລຂາ, ຄະນະບໍລິຫານງານ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ ແລະ ໜ່ວຍຮາກຖານ ຈຳນວນ 28 ສະຫາຍ; ຫົວໜ້າໜ່ວຍງານຫ້ອງການ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ຈຳນວນ 2 ສະຫາຍ.
ໂດຍ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506