
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ ລັດວິສາຫະກິດໄຟຟ້າລາວ ໄດ້ດຳເນີນກອງປະຊຸມໃຫຍ່ ຜູ້ແທນ ຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ XVI ຂອງຕົນຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 27 ຕຸລາ 2023 ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ປາດຖະໜາ ທອງດີ ຄະນະປະຈຳ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່, ເລຂາຄະນະບໍລິຫານງານຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ລັດວິສາຫະກິດໄຟຟ້າລາວ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ຈັນສົມ ພິລາລົມ ຄະນະປະຈໍາພັກ, ປະທານກວດກາຄະນະພັກຮາກຖານ ລັດວິສາຫະກິດໄຟຟ້າລາວ, ມີບັນດາ ສະຫາຍ ຄະນະປະຈຳ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ, ເລຂາ, ຮອງເລຂາບັນດາ ຊາວໜຸ່ມອ້ອມຂ້າງກະຊວງ, ອົງການຈັດຕັ້ງພາຄີ ແລະ ຜູ້ແທນສົມບູນຈຳນວນ 307 ສະຫາຍ, ຍິງ 128 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກຊາວໜຸ່ມທົ່ວຮາກຖານ ລັດວິສາຫະກິດໄຟຟ້າລາວ ຈໍານວນ 1.531 ສະຫາຍ.

ສະຫາຍ ປາດຖະໜາ ທອງດີ ຄະນະປະຈຳ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່, ເລຂາຄະນະບໍລິຫານງານຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ລັດວິສາຫະກິດໄຟຟ້າລາວ ໄດ້ກ່າວໄຂກອງປະຊຸມໃຫຍ່ ພ້ອມທັງສະເໜີບົດລາຍງານການເມືອງວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ລັດວິສາຫະກິດໄຟຟ້າລາວ ແມ່ນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ທີ່ສັງກັດຢູ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະພັກຮາກຖານ ລັດວິສາຫະກິດໄຟຟ້າລາວ, ມີສະມາຊິກທັງໝົດ 1.531 ສະຫາຍ, ຍິງ 468 ສະຫາຍ, ປະກອບມີ 19 ໜ່ວຍຮາກຖານຂຶ້ນກັບ, ມີຄະນະບໍລິຫານງານທັງໝົດ 14 ສະຫາຍ, ຍິງ 5 ສະຫາຍ. ຕະຫຼອດໄລຍະ 5 ປີທີ່ຜ່ານມາ ຄະນະບໍລິຫານງານ ຮາກຖານ ລັດວິສາຫະກິດໄຟຟ້າລາວ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກຊາວໜຸ່ມຢູ່ໃນຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງໄດ້ມອບໝາຍໃຫ້ດ້ວຍຜົນສຳເລັດທີ່ໜັກແໜ້ນ ໃນນີ້ຜົນງານທີ່ພົ້ນເດັ່ນໄດ້ສະແດງອອກຄື: ພະນັກງານໃນຖັນແຖວຊາວໜຸ່ມໄດ້ຮັບການເລື່ອນຕຳແໜ່ງທັງໝົດ 393 ສະຫາຍ,ຍິງ 150 ສະຫາຍ; ໄດ້ຮັບການຍ້ອງຍໍຜົນງານໃນຂະບວນການຕ່າງໆທັງໝົດ 1.502 ສະຫາຍ, ໃນນີ້ ໄດ້ຮັບການປະດັບຫຼຽນໄຊແຮງງານຊັ້ນ1 ຈຳນວນ 19 ສະຫາຍ, ຫຼຽນໄຊແຮງງານຊັ້ນ2 ຈຳນວນ 20 ສະຫາຍ, ຫຼຽນໄຊແຮງງານຊັ້ນ3 ຈໍານວນ 64 ສະຫາຍ, ຫຼຽນກາແຮງງານ ຈໍານວນ 136 ສະຫາຍ, ໃບຍ້ອງຍໍລັດຖະບານ ຈໍານວນ 1.143 ສະຫາຍ, ໃບຍ້ອງຍໍຂັ້ນກະຊວງ ຈໍານວນ 120 ສະຫາຍ ແລະ ຫຼຽນກາລະນຶກ 65 ປີ ການສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຈໍານວນ 26 ສະຫາຍ. ນອກຈາກນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ລັດວິສາຫະກິດໄຟຟ້າລາວ ຍັງໄດ້ເອົາໃຈໃສ່ຊ່ວຍເຫຼືອສັງຄົມ ເປັນຕົ້ນແມ່ນການເຂົ້າຮ່ວມບໍລິຈາກເລືອດ ຈຳນວນ 13 ຄັ້ງ, ມີສະມາຊິກເຂົ້າຮ່ວມ 733 ເທື່ອສະຫາຍ, ລະດົມວັດຖຸປັດໄຈ ແລະ ເງິນສົດ ຈຳນວນ 42ລ້ານກວ່າກີບ.





