ຄຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ມອບອຸປະກອນໄຟຟ້າແສງຕາເວັນ ໃຫ້ ຄຊປປລ ແຂວງເຊກອງ

          ໃນນວັນທີ 22 ກຸມພາ 2024ນີ້ ຢູ່ຫ້ອງການ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງເຊກອງ,​ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ນຳເອົາອຸປະກອນຜະລິດໄຟຟ້າແສງຕາເວັນ ຈຳນວນ 3 ຊຸດ ລວມມູນຄ່າ 15ລ້ານກວ່າກີບ ນຳໄປມອບໃຫ້ ຄະນະຊາວໜຸ່ມປະຊຸມປະຊາຊົນປະຕິວັດລາວ ແຂວງເຊກອງ ເພື່ອນຳໄປມອບຕໍ່ໃຫ້ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານທະຫານຊາຍແດນຢູ່ເມືອງດາກຈິງ ແລະ ເມືອງກະລຶມ.​ ຕາງໜ້າ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ກ່າວມອບໂດຍ ສະຫາຍ ຄຳແສງ ແກ້ວປະເສີດ ຄະນະປະຈຳ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ແລະໃຫ້ກຽດກ່າວຮັບຂອງ ສະຫາຍ ປອ ຕຸລາວັນ ວົງໄຊ ກຳມະການພັກແຂວງ,​ ກຳມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,​ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງເຊກອງ,​ ມີພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີ່ພິຍານ.

ໃນໂອກາດດັ່ງກ່າວ ສະຫາຍ ເລຂາ ຄຊປປລ ແຂວງເຊກອງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ການຊ່ວຍເຫລືອຂອງ ຄຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້ ເປັນການປະກອບສ່ວນຢ່າງໃຫຍ່ຫລວງຕໍ່ຊາວໜຸ່ມແຂວງເຊກອງ ໂດຍສະເພາະຊາວໜຸ່ມຢູ່ໃນຂົງເຂດປ້ອງກັນຊາດ,​ ປ້ອງກັນຄວາມສະຫງົບ ເຊິ່ງເປັນຮົ້ວຂອງຊາດ.

          ສະຫາຍ ຄຳແສງ ແກ້ວປະເສີດ ຖືໂອກາດ ທີ່ມີຄວາມໝາຍສຳຄັນນີ້ ລາຍງານຫຍໍ້ກ່ຽວກັບຜົນສຳເລັດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແລະ ບົດບາດຄວາມສຳຄັນຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ຄຊປປລ ກະຊວງ ຍາມໃດກໍ່ຖືເອົາການຊ່ວຍເຫລືອສັງຄົມເປັນວຽກໜຶ່ງທີ່ສຳຄັນ ໃນການເຄື່ອນໄຫວວຽກການເມືອງຂອງຕົນ ໄປພ້ອມໆກັບການປະຕິບັດວຽກງານວິຊາສະເພາະຂອງຕົນຢ່າງຫ້າວຫັນ ແລະ ມີຜົນສຳເລັດຢ່າງຕັ້ງໜ້າ ຕາມນະໂຍບາຍຂອງຄະນະພັກ, ຄະນະນຳກະຊວງ.
ໂດຍ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່