ກອງປະຊຸມປຶກສາຫາລື ການຈັດຕັ້ງຜັນຂະຫຍາຍຍຸດທະສາດການພັດທະນາ ຊາວໜຸ່ມ-ເຍົາວະຊົນລາວ ແຕ່ປີ 2021-2030 ຂອງ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ແຕ່ປີ 2021-2030 ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ທັງເປັນຮອງປະທານ ແລະ ຜູ້ປະຈຳການຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວແຕ່ປີ 2021-2030. ມີບັນດາ ສະຫາຍ ຮອງເລຂາ, ຄະນະປະຈໍາ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພ້ອມດ້ວຍຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວແຕ່ປີ 2021-2030 ຢູ່ໃນຂະແໜງພະລັງງານ ແລະ ບໍ່ແຮ່ເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນ ເພື່ອກຳນົດເປົ້າໝາຍ, ທິດທາງ ແລະ ຫັນເປັນໂຄງການລະອຽດເພື່ອພັດທະນາຊາວໜຸ່ມພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ເຊິ່ງຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ບັນກາຢາເສບຕິດ ໃຫ້ເກີດເປັນຮູບປະທຳຫຼາຍຂຶ້ນ. ຜ່ານການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຂອງກອງປະຊຸມ ກອງປະຊຸມເຫັນດີເປັນເອກະພາບ ກຳນົດເອົາ 4 ໂຄງການໃຫຍ່ ເພື່ອເປັນທິດທາງລວມໃນການພັດທະນາຊາວໜຸ່ມພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ຄື: 1) ໂຄງການສິລະປະ-ວັນນະຄະດີ (ກອງລະຄອນສັ້ນ), ໂຄງການສ້າງຄວາມເຂັ້ມແຂງ ໃຫ້ຊາວໜຸ່ມ ທາງດ້ານການສ້າງ, ນຳໃຊ້ ແລະ ຄຸ້ມຄອງເອກະສານ ແລະ ສ້າງຄວາມເຂັ້ມແຂງໃຫ້ ຊາວໜຸ່ມກະຊວງ ພະລັງງານ ແລະ ບໍ່ແຮ່ ດ້ານສື່- ຂ່າວ, ໂຄງການສົ່ງເສີມ ແລະ ພັດທະນາພາລະສຶກສາ ແລະ ໂຄງການພົວພັນ,ຮ່ວມມື ແລກປ່ຽນວຽກງານໃນຂະແໜງພະລັງງານ ແລະ ບໍ່ແຮ່ ກັບ ບັນດາປະເທດເພື່ອນຍຸດທະສາດ (ສສ ຫວຽດນາມ, ສປ ຈີນ) ແລະ ຊາວໜຸ່ມອາຊຽນ.
ການສ້າງຍຸດທະສາດການພັດທະນາຊາວໜຸ່ມ,ເຍົາວະຊົນລາວ (2021-2030) ແມ່ນເພື່ອວາງທິດທາງລວມໃນການສ້າງໃຫ້ຊາວໜຸ່ມ, ເຍົາວະຊົນລາວບັນດາເຜົ່າໃຫ້ກາຍເປັນກໍາລັງແຮງສືບທອດມູນ ເຊື້ອອຸດົມການຂອງພັກ ແລະ ລັດ ໂດຍການສຶກສາອົບຮົມຊາວໜຸ່ມ, ເຍົາວະຊົນໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດດີ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນາທໍາອັນດີງາມຂອງຊາດ ແລະ ຊົນເຜົ່າ, ມີນ້ໍາໃຈສາມັກຄີ, ມີຄວາມມານະອົດທົນ, ເຂົ້າຮ່ວມໃນການປະຕິບັດສິດພັນທະປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ; ຍົກລະດັບການສຶກສາ, ວິຊາຊີບສີມືແຮງງານເພື່ອໃຫ້ຊາວໜຸ່ມ ແລະ ເຍົາວະຊົນລາວ ມີຄວາມຮູ້ຄວາມສາມາດ ໃນການຄົ້ນຄວ້າ, ສ້າງນະວັດຕະກໍາໃໝ່, ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີໃໝ່ທີ່ທັນສະໄໝ, ຮູ້ພາສາຕ່າງ ປະເທດ ແລະ ເຂົ້າໃຈສັງຄົມ-ວັດທະນະທໍານາໆຊາດ; ສ້າງສະພາບແວດລ້ອມທີ່ດີ ແລະສົ່ງເສີມການພັດ ທະນາຊາວໜຸ່ມຢູ່ຂົງເຂດຊົນນະບົດ ໃຫ້ມີການຫັນປ່ຽນທາງດ້ານແບບແຜນວິທີການດໍາລົງຊີວິດທີ່ກ້າວໜ້າ ແນ່ໃສ່ແກ້ໄຂຄວາມທຸກຍາກ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍໃຫ້ມີໂຄງການສະເພາະໃນລະດັບຊາດ. ຊາວໜຸ່ມ ແລະ ເຍົາວະຊົນມີຄ່ານິຍົມທີ່ຖືກຕ້ອງ, ຕີຖອຍປະກົດການຫຍໍ້ທໍ້ດ້ານຕ່າງໆໃນສັງຄົມ ແລະ ປູກຈິດ ສໍານຶກໃຫ້ຮັບຮູ້, ເຂົ້າໃຈ, ເຄົາລົບ,ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ຈໍາກັດພຶດຕິກໍາ ລະເມີດກົດໝາຍ, ລະບຽບການຮັບປະກັນໃຫ້ຊາວໜຸ່ມ, ເຍົາວະຊົນມີສິດສະເໝີພາບຕໍ່ໜ້າກົດໝາຍ, ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ; ເພີ່ມການລົງທຶນໃສ່ຊາວໜຸ່ມ-ເຍົາວະຊົນເພື່ອໃຫ້ກາຍ ເປັນກໍາລັງແຮງທີ່ມີຄຸນນະພາບ ແລະ ກາຍເປັນຊັບພະຍາມະນຸດທີ່ມີຄຸນຄ່າສູງສຸດຂອງຊາດ, ສາມາດເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ.
ໂດຍ: ຄໍາແສງ ແກ້ວປະເສີດ