ຈີນ ຖືສໍາຄັນໃນການຄົ້ນຄວ້າວິໄຈ ແລະ ນໍາໃຊ້ພະລັງງານສະອາດ

          ລັດຖະບານ ສປ ຈີນໃຫ້ຄວາມສໍາຄັນເປັນພິເສດໃນການຄົ້ນຄວ້າ, ພັດທະນາ ແລະ ນໍາໃຊ້ພະລັງງານສະອາດ ເພື່ອໃຫ້ເປັນມິດຕໍ່ສະພາບແວດລ້ອມ ກໍຄື ແນໃສ່ຫລຸດຜ່ອນການນໍາໃຊ້ພະລັງງານຈາກເຊື້ອໄຟ ແນໃສ່ເຮັດໃຫ້ການປ່ອນກາກບອນພາຍໃນປະເທດນັບມື້ນັບຫລຸດລົງ, ດັ່ງນັ້ນ ຈິ່ງເກີດມີການວິໄຈ ແລະ ພັດທະນາດ້ານພະລັງງານສະອາດຂອງບັນດາບໍລິສັດ ກໍຄືສະຖາບັນວິໄຈຕ່າງໆ ຢ່າງຫລວງ ຫລາຍ.
          ສະຖາບັນວິໄຈພະລັງງານສະອາດ Huaneng ຂອງຈີນ (China Huaneng Clean Energy Research Institute: CERI) ແມ່ນສະຖາບັນໜຶ່ງທີ່ຂຶ້ນກັບກຸ່ມບໍລິ ສັດ Huaneng ຂອງຈີນ (China Huaneng Group: CHNG), ມີສໍານັກງານຕັ້ງຢູ່ນະຄອນຫລວງປັກກິ່ງ, ເຊີ່ງມີໜ້າທີ່ຄົ້ນຄວ້າວິໄຈ ແລະ ພັດທະນາເຕັກໂນໂລຊີກ່ຽວກັບພະລັງງານສະອາດ ລວມມີ: ພະລັງງານລົມ, ພະລັງງານແສງຕາເວັນ, ການເກັບຮັກສາພະລັງງານ, ໄຮໂດຣເຈນສີຂຽວ, ການເຊື່ອມຕໍ່ເຄືອຂ່າຍໄຟຟ້າ, ລະບົບພະລັງງານລວມ, ຄວາມຮ້ອນແບບອັດສະລິຍະ, ການຈັບກາກບອນ, ການນໍາໃຊ້ປະໂຫຍດ ແລະ ການເກັບຮັກສາ (CCUS).

          CERI ຍັງມີໜ້າທີ່ສະໜອງການບໍລິການວິໄຈ, ການພັດທະນາ ແລະ ວິສະວະກໍາໃນຂະແຫນງການທີ່ກ່າວມາຂ້າງເທິງ ເຊັ່ນ: ການຖ່າຍທອດເຕັກໂນໂລຊີ, ການອອກແບບອຸປະກອນທີ່ສໍາຄັນ ແລະ ການພັດທະນາ, ການໃຫ້ຄໍາປຶກ ສາໂຄງການ, ວິສະວະກໍາ, ການຈັດຊື້ ແລະ ການກໍ່ສ້າງ. ນອກຈາກນີ້ CERI ຍັງແມ່ນອົງກອນສະຫນັບສະຫນູນຂອງສູນວິໄຈພະລັງງານທົດແທນ, ສູນເຕັກໂນໂລຊີລົມນອກແຄມຝັ່ງ ແລະ ສູນຊັບສິນທາງປັນຍາຂອງ CHNG ຕື່ມອີກ.

          ທ່ານ ຫລີ ເຫວ໋ຕົງ (Li Weidong), ປະທານຄະນະກໍາມະການບໍລິຫານສະຖາບັນວິໄຈພະລັງງານສະອາດ Huaneng ຂອງສາທາລະນະລັດ ປະຊາຊົນຈີນ ໃຫ້ຮູ້ໃນໂອກາດທີ່ສື່ມວນຊົນຈາກຕ່າງປະເທດໄປຢ້ຽມຊົມສະຖາບັນດັ່ງກ່າວໃນ ວັນທີ 31 ສິງຫາ 2022 ຜ່ານມານີ້ວ່າ: ຄວາມຫວັງຂອງ CERI ແມ່ນການບັນລຸເປົ້າໝາຍ “ ການຫລຸດກາກບອນຄວບຄູ່ສອງປະການ ” ເຊີ່ງມີບົດບາດຢ່າງຕັ້ງຫນ້າໃນການປັບໂຄງສ້າງ, ການສ້າງທີມງານ ແລະ ການເສີມສ້າງຄວາມອາດສາມາດຂອງສະຖາບັນໃຫ້ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ ໂດຍໄດ້ຍົກລະດັບການຄົ້ນຄວ້າວິໄຈຈາກພະລັງງານສະອາດທີ່ໃຊ້ຖ່ານຫີນ ມາເປັນພະລັງງານໃຫມ່ທີ່ໄດ້ຮັບຜົນສໍາເລັດ ໂດຍສະເພາະພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານໄຮໂດຣເຈນ ແລະ ການເກັບຮັກສາພະລັງງານ ເຊີ່ງມີທີມງານຄົ້ນຄວ້າວິໄຈໜຸ່ມເກືອບ 400 ຄົນ ທີ່ມີການສຶກສາສູງ ແລະ ເຕັມໄປດ້ວຍຄຸນນະພາບ, ມີຫລາຍຄົນຈົບຈາກຕ່າງປະເທດ ແລະ ເປັນຜູ້ສືບທອດທີ່ດີໃນອະນາຄົດ.

          CHNG ເປັນກຸ່ມບໍລິສັດທີ່ລັດຖະບານຈີນເປັນເຈົ້າຂອງ, ມາຮອດປັດຈຸບັນ ໄດ້ລົງທຶນດ້ານພະລັງງານສະອາດຫລາຍໂຄງການທຸກລະດັບຢູ່ຫລາຍປະເທດທົ່ວໂລກ ແລະ ເປັນບໍລິສັດທໍາອິດໃນບັນດາວິສາຫະກິດຜະລິດໄຟຟ້າຂອງຈີນທີ່ເຂົ້າຮ່ວມໃນການຈັດອັນດັບຂອງ Fortune Global 500 ໂດຍຖືກຈັດຢູ່ໃນອັນດັບທີ 215 ໃນປີ 2022, ເພີ່ມສູງຂຶ້ນ 33 ອັນດັບເມື່ອທຽບໃສ່ປີ 2021 ຜ່ານມາ.

          ຈາກຜົນສໍາເລັດດັ່ງກ່າວ ປະຕິເສດບໍ່ໄດ້ວ່າ CERI ແມ່ນມີສ່ວນສໍາຄັນໜຶ່ງທີ່ຂາດບໍ່ໄດ້ ເພາະເປັນສະຖາບັນທີ່ຂຶ້ນກັບ CHNG ທີ່ມີໜ້າທີ່ຄົ້ນຄວ້າວິໄຈ ແລະ ພັດທະນາເຕັກໂນໂລຊີກ່ຽວ ກັບພະລັງງານສະອາດ ເຮັດໃຫ້ CERI ໄດ້ຮັບຜົນສໍາເລັດ ແລະ ໄດ້ຮັບລາງວັນສໍາຄັນຕ່າງໆ ເປັນຕົ້ນ: ດໍາເນີນໂຄງການວິທະຍາສາດລະດັບຊາດ 39 ໂຄງການ, ໄດ້ຮັບລາງວັນທາງວິທະຍາສາດ ແລະ ເຕັກໂນໂລຊີຫລາຍກວ່າ 80 ລາງວັນ, ລາງວັນທີ 1 ແລະ 2 ໃນດ້ານວິທະຍາ ສາດ ແລະ ເຕັກໂນໂລຊີຂອງລັດ ແລະ ລາງວັນສໍາຄັນອື່ນໆ ຢ່າງຫລວງຫລາຍ.

ແຫຼ່ງຂ່າວ: ສະຖານີວິທະຍຸກະຈ່າຍສຽງແຫ່ງຊາດລາວ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ