ກອງປະຊຸມ ທາບທາມຄໍາຄິດເຫັນຕໍ່ ຮ່າງຍຸດທະສາດ ແລະ ຮ່າງວິໄສທັດ ການພັດທະນາແຮ່ທາດ ຢູ່ ສປປລາວ

           ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2022 ຢູ່ເມືອງ ວັງວຽງ ແຂວງ ວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ແລະ ທ່ານ ຈັນທະລາ ແກ້ວຫາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ໂດຍມີຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ ແລະ ລັດວິສາຫະກິດ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
           ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອທາບທາມຄຳຄິດເຫັນຕໍ່ ຮ່າງຍຸດທະສາດພັດທະນາແຮ່ທາດ 10 ປີ (2021-2030) ), ວິໄສທັດຮອດປີ 2035 ແລະ ຮ່າງດໍາລັດວ່າດ້ວຍທຶນພັດທະນາຊຸມຊົນໃນທຸລະກິດກ່ຽວກັບແຮ່ທາດ. ຜ່ານມາ, ຄະນະທີ່ຖືກແຕ່ງຕັ້ງ ໄດ້ຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັນຫຼາຍຄັ້ງ ຕໍ່ກັບການສ້າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035, ຊຶ່ງໄດ້ຜັນຂະຫຍາຍເນື້ອໃນຂອງກົດໝາຍ, ມະຕິຂອງກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃນແຕ່ລະໄລຍະ ມາເປັນເອກະສານໃນການຈັດຕັ້ງປະຕິບັດຂອງຂະແໜງການ ບົນພື້ນຖານການສຶກສາຕີລາຄາ ແລະ ຖອດຖອນບົດຮຽນ ຈາກຜົນສຳເລັດ ແລະ ຈຸດຄົງຄ້າງ ໃນໄລຍະ 10 ປີ ຜ່ານມາ (2011-2020) ບວກກັບການປະເມີນບັນດາທ່າແຮງບົ່ມຊ້ອນ,
          ຂີດຄວາມສາມາດ ແລະ ກາລະໂອກາດ ຂອງ ສປປ ລາວ, ພາກພື້ນ ແລະ ສາກົນ ແລະ ສອດຄ່ອງກັບ 5 ຫຼັກການການສ້າງຍຸດທະສາດການພັດທະນາແຮ່ທາດ ຄື: 1. ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພ; 2. ຮັບປະກັນຄວາມສົມດູນ ລະຫວ່າງ ການສະຫງວນ ແລະ ການຂຸດຄົ້ນ, ການນໍາໃຊ້ຢ່າງປະຢັດ ແລະ ມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ; 3. ຮັບປະກັນການສະໜອງແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງອອກຕ່າງປະເທດ; 4. ນໍາໃຊ້ຜົນການສໍາຫຼວດທໍລະນີສາດ ແລະ ແຮ່ທາດ ຂັ້ນພື້ນຖານ ແລະ 5. ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ພາບ ແລະ ແຫຼ່ງຂໍ້ມູນ: ກົມຄຸ້ມຄອງບໍ່ແຮ່
ຂ່າວ: ຄຳແສງ ແກ້ວປະເສີດ