ຄະນະບໍລິຫານງານ ຊປປລ ກະຊວງ ສຳເລັດການດຳເນີນກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ VI ສະໄໝທີ III

          ປະຕິບັດຕາມກົດໝາຍ ແລະ ກົດລະບຽບ ວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດ ແລະ ວາລະການດຳເນີນກອງປະຊຸມປະຈຳປີຂອງ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ປະຈຳປີ 2023. ຕອນເຊົ້າມື້ນີ້ວັນທີ 9 ພຶດສະພາ 2023 ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ VI, ສະໄໝທີ III ຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງ, ມີບັນດາ ສະຫາຍ ຮອງເລຂາ, ຄະນະປະຈຳ, ຄະນະບໍລິຫານງານ, ເລຂາ-ຮອງເລຂາ ບັນດາ ຄຊປປລຮາກຖານ ແລະ ໜ່ວຍຮາກຖານອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ

ສະຫາຍ ເລຂາ ຄຊປປລ ກະຊວງໄດ້ກ່າວເປີດກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ຄົ້ນຄວ້າ, ພິຈາລະນາ ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນຢ່າງເລິກເຊິ່ງ, ກົງໄປ, ກົງມາ ເພື່ອເຮັດແນວໃດ ໃຫ້ການເຄື່ອນໄຫວວຽກງານຊາວໜຸ່ມຢູ່ກະຊວງພວກເຮົາມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີຄວາມຟົດຟື້ນກວ່າເກົ່າ.

          ກອງປະຊຸມຄັ້ງ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຫລາຍບັນຫາ ເປັນຕົ້ນແມ່ນ: 1. ກົນໄກ, ແບບແຜນ ແລະ ວິທີການຊີ້ນຳ-ນຳພາ ວຽກງານຊາວໜ່ມພາຍໃນກະຊວງໃນຕໍ່ໜ້າ. ຕໍ່ບັນຫານີ້ ກອງປະຊຸມເຫັນດີໃຫ້ສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ປຸກລະດົມຄົ້ນຂວາຍ ຊາວໜຸ່ມຢ່າງແຂງແຮງ ເຂົ້າຮ່ວມໃນທຸກຂະບວນການລວມຂອງຊາດ, ຂອງພັກ, ຂອງກະຊວງ ແລະ ຂອງການຈັດຕັ້ງຕົນ., ແຕ່ງຕັ້ງຄະນະປະຈຳ ເພື່ອລົງຕິດຕາມ, ຊຸກຍູ້ຢູ່ແຕ່ລະໜ່ວຍ. 2. ວຽກງານ 4 ບຸກ ເນື່ອງຈາກວ່າປີ 2023 ເປັນປີທີ 3 ຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ສຳລັບຄະນະບໍລິຫານງານຊຸດ III. ສະນັ້ນ, ຈຶ່ງມີຄວາມຈຳເປັນຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາ ເພື່ອເຮັດໃຫ້ ຄຊປປລ ພບ ໄດ້ຮັບການຢັ້ງຢືນເປັນ ຄຊປປລ 4 ບຸກ 3 ປີຊ້ອນ ແລະ ໄດ້ຮັບທຸງໄຊນຳໜ້າ ສະໄໝທີ II. 3. ກ່ຽວກັບການຈັດການແຂ່ງຂັນກິລາບານເຕະຊີງຂັນຄະນະພັກກະຊວງ. ກອງປະຊຸມເຫັນດີໃຫ້ສືບຕໍ່ຈັດການແຂ່ງຂັນໃນລະຫວ່າງເດືອນ 11-12 ປີ 2023ນີ້ ໂດຍໃຫ້ແຕ່ງຕັ້ງຄະນະຮັບຜິດຊອບໂດຍດ່ວນ ເພື່ອຈະໄດ້ຫ້າງຫາກະກຽມໃຫ້ທັນຕາມກຳນົດເວລາທີ່ວາງໄວ້. 4. ກ່ຽວກັບການເປັນເຈົ້າພາບ 3 ກອງປະຊຸມ ຄື: 1). ກອງປະຊຸມສ່ອງແສງໄຕມາດ II ຂອງ ຄຊປປລ ບັນດາກະຊວງ, ອົງການ ອ້ອມຂ້າງສູນກາງ. ໂດຍລວມກອງປະຊຸມ ເຫັນດີດ້ານຫລັກການຮັບເອົາ ແຕ່ໃຫ້ປະສານ ສູນກາງ ຊປປລ ຄືນໃນລາຍລະອຽດຕ່າງໆ, 2). ກອງປະຊຸມເຜີຍແຜ່ເລົ່າມູນເຊື້ອວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ ແລະ ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ກອງປະຊຸມເຫັນດີກຳນົດເອົາວັນທີ 30 ພຶດສະພາ ປີ2023 ເປັນມື້ຈັດກອງປະຊຸມ. ສ່ວນລາຍລະອຽດຕ່າງໆ ມອບໃຫ້ຫ້ອງການ ຄົ້ນຄວ້າຕື່ມ ແລະ 3). ກອງປະຊຸມສຳມະນາ 4 ພາກສ່ວນ (ຄຊປປລ ກະຊວງພະລັງງານ ແລະ ບໍ່ແຮ່, ຄຊປປລ ກະຊວງກະສິກຳ ແລະ ປ່າໄມ້, ຄຊປປລ ຄະນະຈັດຕັ້ງສູນກາງພັກ ແລະ ຄຊປປລ ສະມາຄົມທຸລະກິດໜຸ່ມແຫ່ງຊາດລາວ) ໂດຍລວມກອງປະຊຸມເຫັນດີເປັນເອກະພາບຕໍ່ກອງປະຊຸມດັ່ງກ່າວ. ສ່ວນການເປັນເຈົ້າພາບຈັດກອງປະຊຸມ ສະເໜີມອບໃຫ້ພາກສ່ວນອື່ນ

ນອກນາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ວຽກງານອື່ນໆ ທີ່ຕິດພັນກັບການເຄື່ອນໄຫວວຽກງານຊາວໜຸ່ມຂອງກະຊວງຕື່ມອີກ.

ໂດຍ: ຄຳແສງ ແກ້ວປະເສີດ