ຄະນະບໍລິຫານງານ ຊປປລ ກະຊວງ ຈັດພິທີມອບທຸງໄຊນຳໜ້າຂະບວນການ 4 ບຸກ ພ້ອມທັງປະດັບຫຼຽນຊາວໜຸ່ມຕະລຸມບອນ ແລະ ຫຼຽນກາລະນຶກ 65 ປີ

          ພິທີໄດ້ຈັດຂຶ້ນຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ໃນບ່າຍວັນທີ 4 ຕູລາ 2024 ນີ້, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາ ສະຫາຍ ຄະນະປະຈໍາພັກ, ຮອງລັດຖະມົນຕີ, ຄະນະພັກກະຊວງ, ຄະນະພັກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ອາດີດການນຳກະຊວງ, ພະນັກງານອາວຸໂສ-ບຳນານ, ອົງການຈັດຕັ້ງພາຄີ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
          ກ່ອນຈະເຂົ້າພິທີທາງການ ໃນພິທີໄດ້ມີການສະແດງສິນລະປະ-ວັນນະຄະດີ ຈາກຄະນະບໍລິຫານງານ ຊປປລ ກະຊວງ ທີ່ນຳເອົາບົດເພງຊື່ວ່າ: ຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ແຕ່ງ, ທຳນອງ ແລະ ຮ້ອງໂດຍ ສະຫາຍ ປາດຖະໜາ ທອງດີ ຄະນະປະຈຳ ຄະນະບໍລິຫານງານ ຊປປລ ກະຊວງ. ພາຍຫຼັງການສະແດງສິນລະປະສິ້ນສຸດລົງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານ ສຊປລ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ໄດ້ລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ3ປີ ແຕ່ປີ 2021-2023 ຂອງ ຄະນະບໍລິຫານງານ ຊປປລ ກະຊວງ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ຫຼັງຈາກນັ້ນ, ຕາງໜ້າຊາວໜຸ່ມຕົວແບບຂຶ້ນປະກອບຄຳເຫັນ ແລະ ນຳສະເໜີຜົນງານການເຄື່ອນໄຫວຂອງຕົນ ໃນຖານະທີ່ເປັນຊາວໜຸ່ມຕົງແບບ.
          ພາຍຫຼັງໄດ້ຮັບການຜ່ານນິຕິກຳທີ່ກ່ຽວຂ້ອງ ຈາກຄະນະຈັດຕັ້ງພິທີ ກໍ່ໄດ້ມີພິທີມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ 4 ຄະນະຊາວໜຸ່ມຮາກຖານ ແລະ 12 ໜ່ວຍຮາກຖານ ຂຶ້ນກັບ. ພ້ອມກັນນີ້, ກໍ່ໄດ້ມີພິທີມອບ-ຮັບໃບຢັ້ງຢືນ 4 ບຸກ ຂອງ ຄະນະບໍລິຫານງານ ສຊປລ ໃຫ້ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ 3 ປີຊ້ອນ ພ້ອມທັງມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຢ່າງສົມກຽດ ໃຫ້ແມ່ນ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຜູ້ກ່າວມອບ.
          ໃນພິທີທີ່ມີຄວາມໝາຍສຳຄັນນີ້, ຍັງໄດ້ປະດັບຫຼຽນຊາວໜຸ່ມຕະລຸມບອນ ເຊິ່ງເປັນຫຼຽນສູງສຸດຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ບັນດາສະຫາຍ ຄະນະປະຈຳພັກກະຊວງ, ອາດີດຄະນະບໍລິຫານງານ ຊປປລ ກະຊວງ ແລະ ຄະນະບໍລິຫານງານ ຊປປລ ກະຊວງຊຸດປັດຈຸບັນຈຳນວນ 50 ສະຫາຍ, ແລະ ມອບຫຼຽນກາລະນຶກ 65 ປີວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ອາດີດການນຳກະຊວງ, ພະນັກງານອາວຸໂສ-ບຳນານ ແລະ ພະນັກງານລັດຖະກອນ ພາຍໃນກະຊວງ ຈຳນວນ 446 ສະຫາຍ. ໃຫ້ກຽດປະດັບຫຼຽນຊາວໜຸ່ມຕະບອນ ໂດຍແມ່ນ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມອບຫຼຽນກາລະນຶກ 65 ປີ ໂດຍ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
          ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມທັງຕັດແຖບຜ້າ ແລະ ລັ່ນກ້ອງ 9 ບາດ ເພື່ອເປີດປ້າຍ 4 ບຸກ ເປັນສິລິມຸ້ງຄຸນໃນພິທີຕື່ມອີກ.
ພາບ : ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506
ພິທີຕັດແຖບຜ້າ ເປີດປ້າຍ 4 ບຸກ
ພິທີລັ່ນກ້ອງ 9 ບາດ
ພິທີມອບຫຼຽນກາລະນຶກ 65 ປີ ໃຫ້ອາດີດການນຳກະຊວງ
ພິທີປະດັບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ຄະນະປະຈຳພັກກະຊວງ
ພິທີປະດັບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ອາດີດຄະນະບໍລິຫານງານ ຊປປລ ກະຊວງ ຊຸດບົ່ງຕົວແຕ່ງຕັ້ງ, ຊຸດທີ 1 ແລະ ຊຸດທີ 2
ພິທິມອບຫຼຽນກາລະນຶກ 65 ປີໃຫ້ພະນັກງານອາວຸໂສ-ບຳນານ
ພິທີມອບຫຼຽນກາລະນຶກ 65 ປີ ໃຫ້ພະນັກງານລັດຖະກອນ ພາຍໃນກະຊວງ
ຊາວໜຸ່ມຕົວແບບ
ພິທີຈັບມືແຂ່ງຂັນ 4 ບຸກປະຈຳປີ 2024
ສະຫາຍ ຈັນທະເລດ ວໍລະບຸດ ເລຂາ ຄຊປປລ ກະຊວງ ລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ 3ປີ (2021-2023)
ສະຫາຍ ຄຳແສງ ແກ້ວປະເສີດ ຄະນະປະຈຳ ຄະນະບໍລິຫານງານ ຊປປລ ຂຶ້ນຜ່ານເອກະສານກ່ຽວກັບການມອບໃບຢັ້ງຢືນ4ບຸກ ແລະ ທຸງໄຊນຳໜ້າ
ສະຫາຍ ນາງ ໂສພາ ສໍພາບມີໄຊ ຄະນະບໍລິຫານງານ ຊປປລ ກະຊວງ ຜ່ານເອກະສານກ່ຽວກັບການປະດັບຫຼຽນຊາວໜຸ່ມຕະລຸມບອນ ແລະ ຫຼຽນກາລະນຶກ 65ປີ
ສະຫາຍ ປາດຖະໜາ ທອງດີ ຄະນະປະຈຳ ຄະນະບໍລິຫານງານ ຊປປລ ກະຊວງ ນັກຮ້ອງສຽງດີ ນຳພາຄະນະສິນລະປະ ຮ້ອງເພງຊື່ວ່າ: ຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່
ພິທີມອບຫຼຽນກາລະນຶກ65ປີໃຫ້ພະນັກງານລັດຖະກອນ ຢູ່ແຕ່ລະກົມກອງຮາກຖານອ້ອມຂ້າງກະຊວງ ໂດຍແມ່ນເລຂາ ຄຊປປລ ຮາກຖານ ແລະ ໜຊປປລ ຮາກຖານຕາງໜ້າຂຶ້ນຮັບ
ພິທີແຫ່ຂະບວນທຸງໄຊນຳໜ້າເຂົ້າສູ່ເວທີ