ສະຫາຍ ມອນໄຊ ລາວມົ່ວຊົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ: ຂະບວນການອອກແຮງງານຂອງຊາວໜຸ່ມຄັ້ງນີ້ ຈັດຂຶ້ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກຂອງຊາດ ເປັນຕົ້ນແມ່ນວັນສ້າງຕັ້ງກອງປະຊາຊົນລາວ ຄົບຮອບ 75 ປີ, ອວຍພອນວັນເກີດປະທານ ຄຳໄຕ ສີພັນດອນ ອາດີດປະທານພັກ, ປະທານປະເທດ ຄົວຮອບ 100ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ພິເສດ ເພື່ອຂໍ່ານັບຮັບຕ້ອນການເປັນປະທານອາຊຽນ ຂອງ ສປປລາວ ໃນປີ 2024 ນີ້ ໃຫ້ມີຄວາມສະອາດສວຍງາມ.