ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການຢັ້ງຢືນເປັນຊາວໜຸ່ມ 4ບຸກ ຄັ້ງທີ່ VI

            ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈໍາປີ 2022, ສະເໜີທິດທາງແຜນການປະຈໍາປີ 2023, ສະຫຼຸບການຈັດຕັ້ງ ແລະ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ແລະ ຈັດພິທີປະດັບຫຼຽນກາລະນຶກ 65 ປີການສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 6 ເມສາ 2023 ນີ້ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ໄຟຟ້າລາວ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ສະຫາຍ ຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ຄະນະໜ່ວຍພັກ, ຄະນະພັກຮາກຖານ, ອົງການຈັດຕັ້ງພາຄີ (ກໍາມະບານ ແລະ ແມ່ຍິງກະຊວງ), ຕາງໜ້າສູນກາງ ຊປປລ, ພ້ອມດ້ວຍຄະນະບໍລິຫານງານ ຊປປລ ກະຊວງ, ບັນດາ ຄຊປປລ ຮາກຖານ ແລະ ໜ່ວຍຮາກຖານ ຊປປລ ອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

             ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ແມ່ນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ມີພາລະບົດບາດ, ສິດ ແລະ ໜ້າທີ່ ເປັນເສນາທິການໃຫ້ຄະນະພັກກະຊວງ ແລະ ສູນກາງຊາວປະຊາຊົນປະຕິວັດລາວ ເພື່ອເຕົ້າໂຮມຄວາມສາມັກຄີໃຫ້ມີຄວາມປຶກແຜ່ນແໜ້ນໜາ, ຝຶກຝົນຫຼໍ່ຫຼອມ ແລະ ກໍ່ສ້າງຊາວໜຸ່ມໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີການເຮັດວຽກທີ່ດີ ກາຍເປັນກຳລັງແຮງອັນສຳຄັນໃຫ້ການນຳກະຊວງທຸກຂັ້ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ຍຸດທະສາດການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ 2021-2030 ; ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX (2021-2025) ແລະ ຍຸກທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ແຕ່ປີ 2021-2030 ໃຫ້ປະກົດຜົນເປັນຈິງ.

 ປັດຈຸບັນ ມີສະມາຊິກທັງໝົດ 2.335 ສະຫາຍ, ຍິງ 743 ສະຫາຍ ໃນນີ້: ເປັນສະມາຊິກພັກ 526 ສະຫາຍ, ຍິງ 192 ສະຫາຍ ; ປະກອບມີ 4 ຄະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ, 13 ໜ່ວຍຮາກຖານ ແລະ 30 ໜ່ວຍຊາວໜຸ່ມຂຶ້ນກັບຄະນະຊາວໜຸ່ມຮາກຖານ; ມີຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງທັງໝົດ 22 ສະຫາຍ, ຍິງ 6 ສະຫາຍ, ມີເລຂາ 1 ສະຫາຍ, ຮອງເລຂາ 3 ສະຫາຍ, ຄະນະປະຈຳ 8 ສະຫາຍ; ມີຫ້ອງການຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ເປັນກົງຈັກຊ່ວຍວຽກ ປະກອບມີ 8 ໜ່ວຍງານຊ່ວຍວຽກ.

ຕະຫຼອດໄລຍະໜຶ່ງປີຜ່ານມາ, ຄະນະນຳຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ທຸກຂັ້ນ ຍາມໃດກໍ່ຖືເອົາວຽກງານການສຶກສາອົບຮົມທາງດ້ານແນວຄິດ-ການເມືອງ ເປັນກົກ, ການຝຶກຝົນຫຼໍ່ຫຼອມ ແລະ ກໍ່ສ້າງໃຫ້ສະມາຊິກຊາວໜຸ່ມ ມີຄຸນທາດການເມືອງ, ຄຸນສົມບັດ, ສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ເປັນອັນສຳຄັນ ໂດຍນຳເອົານະໂຍບາຍ, ມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ນຳມາເຜີຍແຜ່, ເຊື່ອມຊຶມ ຜ່ານກອງປະຊຸມສ່ອງແສງປະຈຳເດືອນ ທີ່ໄດ້ຈັດຂຶ້ນເປັນປະຈຳ. ນັບແຕປີ 20214 ເປັນຕົ້ນມາ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖືກຮັບຮອງເປັນຄະນະຊາວໜຸ່ມ 4 ບຸກແລ້ວ 6 ຄັ້ງ, ໄດ້ຮັບທຸງໄຊນໍາໜ້າ ເຊິ່ງເປັນທຸງໄຊສູງສຸດຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ 1 ສະໄໝ ໃນປີ 2020.

          ນອກຈາກນີ້, ວຽກງານຂະບວນການ ແລະ ຊ່ວຍເຫຼືອສັງຄົມ ກໍ່ມີອັນພົ້ນເດັ່ນຄື: ເຂົ້າຮ່ວມຂະບວນການຕອບບຸນແທນຄຸນ ຈຳນວນ 2 ຄັ້ງ; ຂະບວນການຄາຣາວານຕາມຮອຍບັ້ນຮົມນໍ້າບາກ ຂອງຊາວໜຸ່ມທົ່ວປະເທດ ຈຳນວນ 1 ຄັ້ງ; ຢ້ຽມຢາມທັດສະນະສຶກສາອານຸສອນສະຖານທີ່ສຳຄັນທາງປະຫວັດສາດ ຈຳນວນ 4 ຄັ້ງ; ເຂົ້າຮ່ວມກອງປະຊຸມສໍາມະນາ ແລະ ປາຖະກະຖາ ເນື່ອງໂອກາດການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ຈຳນວນ 10 ຄັ້ງ; ເຂົ້າຮ່ວມບໍລິຈາກເລືອດ ຈຳນວນ 57 ເທື່ອສະຫາຍ; ເຂົ້າຮ່ວມງານພົບປະແລກປ່ຽນ ສີນລະປະວັດທະນະທໍາ ລະຫ່ວາງ ຊາວໜຸ່ມລາວ – ຫວຽດນາມ; ຂະບວນການແຂ່ງຂັນກິລາປະເພດຕ່າງໆ ຈຳນວນ 15 ຄັ້ງ, ໃນນີ້ອັນພົ້ນເດັ່ນແມ່ນການເຂົ້າຮ່ວມຂະບວນການແຂ່ງຂັນກິລາຍິງປືນສັ້ນ ຊິງຂັນສະຫາຍ ເລຂາຄະນະບໍລິຫານງານສູນກາງ ຊປລ ສາມາດຍາດໄດ້ລາງວັນຊະນະເລີດ;

 ເຂົ້າຮ່ວມຂະບວນການອອກແຮງງານລວມອະນາໄມສຳນັກງານອົງການ ແລະ ສະຖານທີທາງປະຫວັດສາດ ຈໍານວນ 7 ຄັ້ງ, ມີສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 3.000 ກວ່າເທື່ອສະຫາຍ.ໄດ້ປະກອບສ່ວນ ທາງດ້ານວັດຖຸ ແລະ ເງິນສົດເພື່ອຊ່ວຍເຫຼືອສັງຄົມທັງໝົດ 200 ກວ່າລ້ານກີບ. ອັນພົ້ນເດັ່ນກວ່າໝູ່ແມ່ນ : ຊ່ວຍເຫຼືອຜູ້ປະສົບໄປນໍ້າຖ້ວມ ຢູ່ແຂວງ ອຸດົມໄຊ, ແຂວງ ໄຊຍະບູລີ, ແຂວງ ບໍ່ແກ້ວ ແລະ ແຂວງ ຫຼວງນໍ້າທາ ຈຳນວນ 60 ລ້ານກວ່າກີບ; ລະດົມທຶນເພື່ອຊ່ວຍເຫຼືອອຸປະກອນໄຟຟ້າແສງຕາເວັນໃຫ້ແກ່ທະຫານຊາຍແດນ ຢູ່ແຂວງ ຄຳມ່ວນ, ແຂວງຫົວພັນ, ແຂວງໄຊຍະບູລີ, ແຂວງຫຼວງພະບາງ ແລະ ແຂວງບໍລິຄໍາໄຊ ຈໍານວນເງີນ 150 ລ້ານກວ່າກີບ.

ຫຼັງຈາກນັ້ນ, ກໍ່ໄດ້ມີພິທີປະດັບຫຼຽນກາລະນຶກ 65 ປີ ຂອງການສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ການນຳກະຊວງ, ຄະນະນຳຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມພາຍໃນກະຊວງ ຈຳນວນ 130 ສະຫາຍ ໂດຍແມ່ນ ສະຫາຍ ປອ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ປະດັບ. ພ້ອມກັນນີ້, ໃນພິທີຍັງໄດ້ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2022 ເຊິ່ງເປັນຄັ້ງທີ 6 ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ກຽດມອບຂອງ ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈຳພັກກະຊວງ, ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ພ້ອມທັງຈັບມືແຂ່ງຂັນ ປະຈໍາປີ 2023 ຂອງບັນດາ ຄຊປປລ ຮາກຖານ ແລະ ໜ່ວຍຮາກຖານ ອ້ອມຂ້າງກະຊວງ ຕື່ມອີກ.

ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ເລຂາຄະນະພັກກະຊວງ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຄະນະຊາວໜຸ່ມກະຊວງຍາດມາໄດ້ໃນໄລຍະ 1 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ເລຂາ ຄະນະພັກກະຊວງຍັງໄດ້ໃຫ້ທິດຊີ້ນຳຫຼາຍບັນຫາ ເພື່ອໃຫ້ຄະນະບໍລິຫານງານ ຊປປລ ກະຊວງ ໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີການຫັນປ່ຽນທີ່ໜັກແໜ້ນ ແລະ ເປັນຂະບວນຟົດຟື້ນ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ