ສັງລວມພາບການເຂົ້າຮ່ວມຂະບວນການຕະລຸມບອນ ຕ້ານໄພນໍ້າຖ້ວມ ຢູ່ນະຄອນຫຼວງວງຈັນ ແຕ່ວັນທີ 14-16 ກັນຍາ 2024, 3 ອົງການຈັດຕັ້ງມະຫາຊົນກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການມອບໝາຍສ້າງຄູ່ກັ້ນນໍ້າຊົ່ວຄາວ ແລະ ຊ່ວຍເຫຼືອປະຊາຊົນ ຢູ່ບ້ານທ່າພະ, ສິມມະໂນເໜືອ, ສິມມະໂນກາງ ແລະ ສິມມະໂນໃຕ້ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.+ 3 ອົງການຈັດຕັ້ງມະຫາຊົນກະຊວງພະລັງງານ ແລະ ບໍ່ແຮ່ ນອກຈາກລະດົມກຳລັງພະນັກງານ, ລັດຖະກອນ ແລະ ກຳມະກອນພາຍໃນກະຊວງ, ບັນດາລັດວິສາຫະກິດ ແລະ ບໍລິສັດຂຶ້ນກັບ ເພື່ອຊ່ວຍໜູນການຕ້ານ ແລະ ສະກັດກັ້ນການໄຫຼ່ຊຶມ-ຍຶ່ງຂອງແມ່ນໍ້າຂອງແລ້ວ ຍັງໄດ້ນໍາເອົາວັດຖຸ, ສິ່ງຂອງ ແລະ ອາຫານ ເຊັ່ນ: ນໍ້າດື່ມ 100 ແພັກ, ອຸປະກອນໄຟຟ້າແສງຕາເວັນ 20 ຊຸດ, ເຂົ້າກ໋ອງພ້ອມອາຫານ 700ກ໋ອງ/ມື້ ໃຫ້ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ຜູ້ປະສົບໄພນໍ້າຖ້ວມຕື່ມອີກ. Post author:mem admin Post published:02/10/2024 Post category:ຊາວໜຸ່ມປະຊາຊົນປະຕິວັດລາວ You Might Also Like 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກົມນະໂຍບາຍ ແລະ ແຜນພະລັງງານ ທັດສະນະສຶກສາ ຢ້ຽມຊົມອານຸສອນສະຖານ ຄຸກກັກຂັງຜູ້ນໍາແນວລາວຮັກຊາດ ຢູ່ຄ້າຍໂພນເຄັງ 16/08/2022 ໃນໄລຍະ 1 ປີຜ່ານມາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ມີຜົນສຳເລັດຫຼາຍດ້ານ 23/03/2022 ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຂະບວນການຍ່າງ ເນື່ອງໃນວັນສ້າງຕັ້ງອົງການກາແດງແຫ່ງຊາດລາວ 17/02/2025
3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກົມນະໂຍບາຍ ແລະ ແຜນພະລັງງານ ທັດສະນະສຶກສາ ຢ້ຽມຊົມອານຸສອນສະຖານ ຄຸກກັກຂັງຜູ້ນໍາແນວລາວຮັກຊາດ ຢູ່ຄ້າຍໂພນເຄັງ 16/08/2022