
ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ຈຳນວນ 15 ສະຫາຍ ເຊິ່ງນຳພາໂດຍ ສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານ ຊປປລ ກະຊວງ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມໃຫ່ຍສະເຫລີມສະຫລອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 22 ເມສາ 2025 ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.

ພີທີເລີ່ມຕົ້ນດ້ວຍການຊົມການສະແດງ 3 ລາຍການຈາກນ້ອງນັກຮຽນໂຮງຮຽນສິນລະປະແຫ່ງຊາດ. ລັງຈາກນັ້ນໄດ້ຮັບຊົມວີດີໂອມູນເຊື້ອແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງການສ້າງຕັ້ງຄະນະຊາວໜຸ່ມປະຊົາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີ ທີ່ຜ່ານມາ ແລະ ໄດ້ຮັບຟັງການລາຍງານໂດຍຫຍໍ້ ຜົນງານການເຄື່ອນໄຫວຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະ 70 ປີ ( 14 ເມສາ 1955 – 14 ເມສາ 2025) ສະເໜີໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໂດຍໄດ້ຍົກໃຫ້ເຫັນຜົນງານການຊີ້ນໍາ-ນໍາພາ ຂອງ ພັກປະຊາຊົນປະຕິວັດລາວ ຕໍ່ກັບຊາວໜຸ່ມ ໃນວິລະກໍານໍາເອົາຊີວິດຂອງຕົນ ເຂົ້າສູ່ການຕໍ່ສູ້ກູ້ຊາດຍາດເອົາເອກະລາດຈາກສັດຕູໝູ່ມານ ທີ່ເຂົ້າມາຮຸກຮານຍາດເອົາດິນແດນຂອງຊາດລາວໃນຄັ້ງອາດີດ ດ້ວຍການເສຍສະຫລະຊີວິດ ເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ຂອງຕົນປະກອບສ່ວນເຂົ້າໃນການແບກຫາບພາລະກໍາປະຫວັດສາດ ຂອງຊາດ ກໍ່ຄື ຂອງຊາວໜຸ່ມລາວ ແລະ ພັກໄດ້ກໍານົດເອົາ ວັນທີ 14 ເມສາ 1955 ເປັນມື້ສ້າງຕັ້ງ ຄະນະຊາວໜຸ່ມປະຊົນ ປະຕິວັດລາວ, ໄດ້ຖືເອົາຊາວໜຸ່ມ ເປັນແຂວນຂົວຂອງພັກ, ເປັນກະດູກສັນຫລັງຂອງຊາດ, ເປັນກໍາລັງປະຈັນບານໃນທຸກໆສະໜາມຮົບ, ເປັນຜູ້ທີ່ຍອມເສຍສະຫລະໂດຍບໍ່ມີເງື່ນໄຂໃດໆເພື່ອພາລະກິດ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ພ້ອມກັນນີ້, ໃນພິທີຍັງໄດ້ຮັບຟັງການປະໄສຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ມູນເຊື້ອອັນດີງາມຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຊຶ່ງມີມູນເຊື້ອອົງອາດກ້າຫານ, ມີປະຫວັດສາດອັນຍາວນານ ໃນການເຕົ້າໂຮມຄວາມສາມມັກຄີ ຊຶ່ງຢູ່ໃນໄລຍະປະຫວັດສາດນັ້ນ ໄດ້ກຳເນີດບັນພະບຸລຸດ ແລະ ວິລະຊົນຜູ້ທີ່ມີຊື່ສຽງຮຽງນາມຫຼາຍທ່ານ ພວກເພິ່ນເຫຼົ່ານັ້ນ ໄດ້ກາຍເປັນສັນຍາລັກແຫ່ງຄວາມເດັດດ່ຽວໜຽວແໜ້ນ ແລະ ເປັນສັນຍາລັກແຫ່ງຄວາມກ້າຫານບໍ່ຍອມຈຳນົນຂອງຄົນລາວເພື່ອຄວາມເປັນເອກະລາດ ໂດຍແມ່ນພັກປະຊາຊົນປະຕິວັດລາວໃນເມື່ອກ່ອນ ແລະ ແມ່ນພັກປະຊາຊົນປະຕິວັດລາວ ໃນປະຈຸບັນ ໂດຍປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດໄດ້ສ້າງຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ນຳພາໂດຍກົງຮອບດ້ານ, ພາຍໃຕ້ຮົ່ມທຸງຂອງພັກນັ້ນການຈັດຕັ້ງຊາວໜຸ່ມໄດ້ມີການເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບໃໝ່, ຊຶ່ງໄດ້ສ້າງຜົນງານ ແລະ ວິລະກຳອັນໃຫຍ່ຫຼວງທີ່ໄດ້ຈົດບັນທຶກໄວ້ໃນໜ້າປະຫວັດສາດຂອງຊາດລາວ.

ໃນອາດີດ ກໍຄືປັດຈຸບັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອບົດບາດປະຈັນບານຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ມະຕິກອງປະຊຸມໃຫຍ່ແຕ່ລະສະໄໝຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມລາວທົ່ວປະເທດ ແລະ ເນື້ອໃນຂໍ້ແຂ່ງຂັນແຕ່ລະໄລຍະ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ 4 ບຸກທະລຸຂອງພັກ ມາເປັນເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຕິດພັນກັບມະຕິ 3 ສ້າງຂອງກົມການເມືອງສູນກາງພັກນີ້ແມ່ນການຫັນປ່ຽນ ແລະ ທວງທ່າທີ່ກ້າວໜ້າ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຊາວໜຸ່ມ-ເຍົາວະຊົນ ໃນໄລຍະໃໝ່ ເພື່ອໃຫ້ສົມດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ໄດ້ມອບນາມມະຍົດໄວ້ໃຫ້ຊາວໜຸ່ມທີ່ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ. ທັງໝົດນັ້ນ ແມ່ນມູນເຊື້ອອັນລວມຍອດຂອງຊາວໜຸ່ມລາວ ທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ໃນການເຮັດສຳເລັດພາລະກຳປະຫວັດສາດຂອງຕົນກໍ່ຄື ປົດປ່ອຍປະເທດຊາດ ແລະ ພວມເສີມຂະຫຍາຍບົດບາດປະຈັນບານເຂົ້າໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ.

ພ້ອມກັນນີ້, ສະຫາຍ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປລາວ ຍັງໄດ້ຮຽກຮ້ອງມາຍັງຊາວໜຸ່ມທຸກຂັ້ນ ເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ສະມາຊິກຊາວໜຸ່ມ ທຸກສະຫາຍ ເພີ່ມທະວີ ຄວາມຂະຫຍັນຂັນແຂງ, ຄວາມຮັບຜິດຊອບຢ່າງເດັດດ່ຽວຂ້ຽວຂາດ ບໍ່ຫວັ່ນກວ່າຕໍ່ພະຍຸລົມແດງ, ຕ້ອງອຸທິດກໍາລັງແຮງໃຈ, ແຮງກາຍ ແລະ ສະຕິປັນຍາອັນໜຸ່ມແໜ້ນຂອງຕົນ ເຂົ້າສູ່ພາລະກິດປະຕິວັດ. ຕອນທ້າຍຂອງພິທີ ຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ ຄະນະຊາວໜຸ່ມປະຊົນປະຕິວັດລາວ ຕື່ມອີກ.
ໂດຍ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506