ສະຫາຍ ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ສຳເລັດການເຂົ້າຮ່ວມກອງປະຊຸມວິສາມັນ

ສະຫາຍ ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ສຳເລັດການເຂົ້າຮ່ວມກອງປະຊຸມວິສາມັນ ຄົບຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ VIII ປະຈຳປີ 2021

ກອງປະຊຸມ ວິສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ VIII ໄດ້ໄຂຂຶ້ນໃນວັນທີ 09-10 ທັນວາ 2021 ດ້ວຍຮູບການປະຊຸມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກໃນສະພາບການລະບາດຂອງພະຍາດໂຄວິດ-19 ພາຍໃຕ້ຫົວຂໍ້: “ຊາວໜຸ່ມຕະລຸມບອນຫັນປ່ຽນຢ່າງແຂງແຮງ ໃນວຽກງານຊາວໜຸ່ມ-ເຍົາວະຊົນ ປະກອບສ່ວນປະຕິບັດວາລະແຫ່ງຊາດໃຫ້ມີຜົນສຳເລັດ” ໂດຍການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາ ສະຫາຍ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາ ສະຫາຍ ຄະນະເລຂາທິການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ , ບັນດາກົມອ້ອມຂ້າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກໍາມະການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນຂອບເຂດທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ. 

      ຄະນະຜູ້ແທນ ຄະນະຊາວໜຸ່ມປະຊາຊົນປະຕິບັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ນຳໂດຍ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ກຳມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ 5 ສະຫາຍ ເຂົ້າຮ່ວມຜ່ານລະບົບອອນລາຍ.

     ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າວຽກງານສໍາຄັນ ແລະ ຮີບດ່ວນ ຄື: (1) ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານ ສຊປລ ສະໄໝທີ VIII ປີ 2021 ແລະ ທິດທາງແຜນການ ປີ 2022; (2) ບົດລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ແລະ ການເຂົ້າຮ່ວມຂະບວນການຂອງຊາວໜຸ່ມໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ແຜນການໃນການຮັບມືໃນຕໍ່ໜ້າ; (3) ເຊື່ອມຊືມເອກະສານທີ່ສຳຄັນເຊັ່ນ: ບົດແນະນຳວ່າດ້ວຍການປຸກລະດົມຊາວໜຸ່ມ-ເຍົາວະຊົນ ໃນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ; ມະຕິວ່າດ້ວຍການແບ່ງໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະເລຂາທິການ ສຊປລ ໃນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ; ບົດແນະນໍາການຈັດຕັ້ງປະຕິບັດມະຕິ 04/ຄບສພ, ວ່າດ້ວຍການເພີ່ມທະວີການນໍາພາເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານພະນັກງານຊາວໜຸ່ມ;

      (4) ພ້ອມກັນຄົ້ນຄວ້າພິຈາລະນາ 5 ຮ່າງແຜນການວຽກຈຸດສຸມໃນຕໍ່ໜ້າ ໃນນີ້ລວມມີ: ຮ່າງແຜນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຮ່າງບົດແນະນຳການດຳລົງຊີວິດແບບໃໝ່ປົກກະຕິ (New Normal) ໃນສະພາບການລະບາດຂອງພະຍາດໂຄວິດ-19 ໃຫ້ຊາວໜຸ່ມ-ເຍົາວະຊົນລາວທົ່ວປະເທດ, ຜ່ານຮ່າງໂຄງການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຜ່ານໂຄງການ ສ້າງຄວາມເຂັ້ມແຂງໃຫ້ ຄຊປປລ ແຕ່ລະຂັ້ນ, ຜ່ານໂຄງການ ສະກັດກັ້ນ ແລະ ຕ້ານຢາເສບຕິດຂອງຊາວໜຸ່ມ-ເຍົາວະຊົນ ແລະ ວຽກງານສໍາຄັນອື່ນໆ
ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ VIII ຄັ້ງນີ້ ຍັງໄດ້ຕ້ອນຮັບການເຂົ້າຮ່ວມ ແລະ ຮັບຟັງການໂອ້ລົມຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນສູນກາງ. ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຜົນງານ ທີ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວທຸກຂັ້ນຍາດມາໄດ້ ເປັນຕົ້ນແມ່ນ: ຄວາມສະດຸ້ງໄວ, ການປະດິດສ້າງ ແລະ ການຫັນທິດຊີ້ນຳຂອງຂັ້ນເທິງມາເປັນຂອງ ຄະນະຊາວໜຸ່ມປະຊົນປະຕິວັດລາວ. ພ້ອມກັນນີ້, ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຍັງໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອໃຫ້ຄະນະນຳຊາວໜຸ່ມທຸກຂັ້ນເອົາໃຈໃສ່ ແລະ ເປັນບ່ອນອີງ ໃນການຄົ້ນຄວ້າຊີ້ນຳ-ນຳພາຊາວໜຸ່ມລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນ ດັ່ງນີ້:

  1. ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມດ້ານການເມືອງ-ແນວຄິດ, ອຸດົມການ ປະຕິວັດ, ຄຸນສົມບັດ ແລະ ແບບແຜນດໍາລົງຊີວິດແບບໃໝ່ ໃຫ້ຊາວໜຸ່ມ. ການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ຕ້ອງຕິດແໜ້ນກັບຮາກຖານແທ້.
    2. ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຢ່າງແຂງແຮງ ເປັນຮູບປະທໍາຕົວຈິງໃນຖັນແຖວ ຊາວໜຸ່ມ-ໄວໜຸ່ມ.
    3. ສ້າງການຫັນປ່ຽນໃໝ່, ຍົກລະດັບຄຸນນະພາບການສ້າງຂະບວນການ ຂອງຊາວໜຸ່ມລາວ. ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງໄດ້ປັບປຸງແບບແຜນວິທີເຮັດວຽກ ໃນສະ ພາບ ປັດຈຸບັນ ກໍຄືການໃຊ້ຊີວິດປົກກະຕິແບບໃໝ່ (New Normal).
    4. ສືບຕໍ່ຍົກສູງບົດບາດຂອງອົງການຊາວໜຸ່ມ ໃນການປະສານສົມທົບກັນ ຢ່າງສະນິດແໜ້ນກັບບັນດາການຈັດຕັ້ງຕ່າງໆໃນລະບົບການເມືອງ.
    5. ມີຄວາມເປັນເອກະພາບ ແລະ ຕັດສິນໃຈສູງ ຂອງຄະນະຊາວໜຸ່ມແຕ່ລະຂັ້ນ ເອົາໃຈໃສ່ສືບຕໍ່ເພີ່ມທະວີຄວາມສາມັກຄີໃນໝູ່ຄະນະ ໃຫ້ແໜ້ນແຟ້ນ ຂຶ້ນກວ່າເກົ່າ ບົນພື້ນຖານຫຼັກການ ແລະ ແນວທາງຂອງພັກ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ ເມື່ອມີການຕົກລົງ ເປັນເອກະພາບ ໃນໝູ່ຄະນະ ອອກເປັນມະຕິ ກໍໃຫ້ຖືວ່າເປັນສິ່ງສັກສິດ ຕ້ອງເຄົາລົບ ແລະ ພ້ອມໃຈ ກັນຈັດຕັ້ງປະຕິບັດ ໃຫ້ປະສົບຜົນສໍາເລັດ.

ແຫຼ່ງຂໍ້ມູນ ແລະ ພາບ: ສື່ມວນຊົນຊາວໜຸ່ມລາວ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ