ສຳເລັດຍົກລະດັບວຽກງານປ້ອງກັນພາຍໃນ ຊຸດທີ່ III ໃຫ້ພະນັກງານ-ຫຼັກແຫຼ່ງທົ່ວອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່

          ທ້າຍເດືອນ ກໍລະກົດ 2022 ຜ່ານມານີ້, ຄະນະປ້ອງກັນພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກົມການທະຫານທ້ອງຖິ່ນ, ກະຊວງປ້ອງກັນປະເທດ ໄດ້ຈັດຊຸດຝຶກອົບຮົມວຽກງານການທະຫານພາຍໃນໄລຍະສັ້ນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ຫົວໜ້າຄະນະປ້ອງກັນພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ສະຫາຍ ພົນຈັດຕະວາ ຄຳສະເຫວີຍ ສິນທະນູໄຊ ຫົວໜ້າກົມການທະຫານທ້ອງຖິ່ນ, ກະຊວງ ປ້ອງກັນປະເທດ. ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ເລຂາ, ຮອງເລຂາ, ຄະນະພັກຮາກຖານ ແລະ ໜ່ວຍຮາກຖານອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງ ທົ່ວອົງຄະນະພັກກະຊວງ ເຂົ້າຮ່ວມ 90 ກວ່າ ສະຫາຍ.
ກະຊວງ ພະລັງງານ ແລະ ບໍ່ແຮ່ ຖືເອົາວຽກງານປ້ອງກັນພາຍໃນ ເປັນວຽກງານໜຶ່ງ ທີ່ມີຄວາມສຳຄັນ ແລະ ຈຳເປັນຂອງຂະແໜງການ ເພື່ອເຮັດໃຫ້ເກີດມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ຕາມສຳນັກງານອົງການຂອງຕົນ ທັງເປັນການປົກປ້ອງການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະນັກງານ-ລັດຖະກອນ ທີ່ສັງກັດໃນຂະແໜງການພະລັງງານ ແລະ ບໍ່ແຮ່ ໃຫ້ສາມາດເຄື່ອນໄຫວຈັດຕັ້ງປະຕິບັດໃຫ້ໄດ້ດີ, ຮັບປະກັນຄວາມມີສະຖຽນລະພາບທາງດ້ານການເມືອງໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
ພາບ ແລະ ແຫຼ່ງຂໍ້ມູນ: ກົມຈັດຕັ້ງ ແລະ ພະນັກງານ
ຂ່າວ: ຄຳແສງ ແກ້ວປະເສີດ