ຄຊປປລ ກະຊວງ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2023 ແລະ ວາງທິດທາງແຜນການປະຈຳປີ 2024

           ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 5 ເມສາ 2024 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະຫາຍ ແສງດາວ ແກ້ວຂາວມະນີ, ຄະນະບໍລິຫານງານພັກ, ຮອງປະທານກວດກາ, ຫົວໜ້າກົມກວດກາ ສູນກາງ ຊປປລ, ມີບັນດາ ສະຫາຍ ຄະນະບໍລິຫານງານ ຊປປລ ກະຊວງ, ຕ່າງໜ້າອົງການຈັດຕັ້ງພາຄີກໍາມະບານ, ແມ່ຍິງກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄຊປປລ ຮາກຖານ, ໜ່ວຍຮາກຖານ ຊປປລ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມຕົວແບບ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທິ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊປປລ, ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ວ່າ: ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ແມ່ນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ມີພາລະບົດບາດ, ສິດ ແລະ ໜ້າທີ່ ເປັນເສນາທິການໃຫ້ຄະນະພັກກະຊວງ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອເຕົ້າໂຮມຄວາມສາມັກຄີໃຫ້ມີຄວາມປຶກແຜ່ນແໜ້ນໜາ, ຝຶກຝົນຫຼໍ່ຫຼອມ ແລະ ກໍ່ສ້າງຊາວໜຸ່ມໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີການເຮັດວຽກທີ່ດີ ກາຍເປັນກຳລັງແຮງອັນສຳຄັນໃຫ້ການນຳກະຊວງທຸກຂັ້ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ລັດຖະບານ,

ຍຸດທະສາດການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ 2021-2030 ; ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX (2021-2025) , ຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວແຕ່ປີ 2021-2030 ແລະ ແຜນພັດທະນາຊາວໜຸ່ມ 5 ປີຄັ້ງທີ II (2021-2025) ໃຫ້ປະກົດຜົນເປັນຈິງ. ມີສະມາຊິກທັງໝົດ 2.285 ສະຫາຍ, ຍິງ 700 ສະຫາຍ. ປະກອບມີ 4 ຄຊປປລ ຮາກຖານ,13 ໜ່ວຍຮາກຖານ ແລະ 34ໜ່ວຍຂຶ້ນກັບ ຄຊປປລ ຮາກຖານ. ມີຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງທັງໝົດ 23 ສະຫາຍ, ຍິງ 4 ສະຫາຍ, ມີເລຂາ 1 ສະຫາຍ, ຮອງເລຂາ 3 ສະຫາຍ, ຄະນະປະຈຳ 9 ສະຫາຍ.

ສະຫາຍ ເລຂາ ຄຊປປລ ກະຊວງ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ ແລະ ການປະເມີນກວດກາ 4 ບຸກໃນປີ 2023 ຜ່ານມາ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ສາມາດບັນລຸໄດ້ 97,25% ໃນນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 98%, ບຸກດ້ານຝຶກຝົນ-ຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 97%, ບຸກດ້ານວຽກງານການຈັດຕັ້ງ ຕີລາຄາໄດ້ 97% ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ຕີລາຄາໄດ້97%, ສາມາດສ້າງພະນັກງານໃນຖັນແຖວຊາວໜຸ່ມ ເປັນບຸກຄົນປະເພດແຂງ ຈຳນວນ 2.265 ສະຫາຍ, ກວມເອົາ 98.10%, ປະເພດກາງ ຈຳນວນ 20 ສະຫາຍ, ກວມເອົາ 0.90% ແລະ ອ່ອນບໍ່ມີ. ນອກຈາກນີ້, ບັນດາ ຄຊປປລ ຮາກຖານ ແລະ ໜ່ວຍຮາກຖານ ທັງ 17 ຮາກຖານ ໄດ້ຮັບການຮັບຮອງເປັນຊາວໜຸ່ມ 4 ບຸກ ກວມເອົາ 100%, ສາມາດສ້າງຊາວໜຸ່ມຕົວແບບໄດ້ 9 ສະຫາຍ. ນັບແຕ່ ສູນກາງ ຊປປລ ປະກາດ ແລະ ຮັບຮອງແຜນການແຂ່ງຂັນ 4 ບຸກເປັນຕົ້ນມາ ຄຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖືກຮັບຮອງເປັນ ຊາວໜຸ່ມ 4 ບຸກແລ້ວ 6 ຄັ້ງ, ໄດ້ຮັບນາມມະຍົດທຸງໄຊນໍາໜ້າ 1 ສະໄໝ ຖ້າຫາກປີ 2023 ໄດ້ຮັບຮອງເປັນຊາວໜຸ່ມ 4 ບຸກ ກໍ່ຈະເປັນຄັ້ງທີ 7 ແລະ ຈະໄດ້ຮັບທຸງໄຊນຳໜ້າເປັນສະໄໝທີ 2.

ພາບ: ວັນໄຊ ສີສົມພູ
ຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506