ຄະນະບໍລິຫານງານ ຊປປລ ກະຊວງ ຂໍເຊີນຊວນພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັນສ້າງບຸນສ້າງກຸສົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະ ຊປປລ ຄົບຮອບ 70ປີ ດ້ວຍການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນ

          ຄະນະບໍລິຫານງານ ຊປປລ ກະຊວງ ຂໍເຊີນຊວນພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັນສ້າງບຸນສ້າງກຸສົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະ ຊປປລ ຄົບຮອບ 70ປີ ດ້ວຍການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນ, ເລືອດເປັນສິ່ງທີ່ມະນຸດບໍ່ສາມາດຜະລິດໄດ້ ແຕ່ສາມາດບໍລິຈາກເພື່ອຊ່ວຍເຫຼືອກັນໄດ້ ແລະ ກໍ່ເປັນສິ່ງມະນຸດຕ້ອງການຫຼາຍທີ່ສຸດ ເຊິ່ງໃນປັດຈຸບັນ ມີຜູ້ຕ້ອງການຄວາມຊ່ວຍເຫຼືອເລືອດໝວດຕ່າງໆ ຈຳນວນຫຼວງຫຼາຍ
          ສະນັ້ນ, ເພື່ອກອບກູ້ຊີວິດຂອງມະນຸດເຮົາ ໂດຍສະເພາະປະຊາຊົນລາວບັນດາເຜົ່າ ທີ່ກຳລັງປິ່ນປົ່ວລໍຖ້າເລືອດຢູ່ ໃຫ້ປອດໄພ, ຄະນະບໍລິຫານງານ ຊປປລ ກະຊວງ ຈຶ່ງໄດ້ຈັດກິດຈະກຳນີ້ຂຶ້ນມາ. ລາຍລະອຽດສຶກສາໄດ້ຕາມຂໍ້ມູນລຸ່ມນີ້.