
ວັນທີ 16 ກຸມພາ 2024 ທີ່ຫ້ອງປະຊຸມ ຊັ້ນ 6 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມໃຫຍ່ ຂອງໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ IV ກົມຄຸ້ມຄອງບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ສະຫາຍ ແກ້ວປະເສີດ ເກຕຸມາລາ ເລຂາໜ່ວຍຮາກຖານຊາວໜຸ່ມປະຊາຊົນປະຕິວັດລາວ ກົມຄຸ້ມຄອງບໍ່ແຮ່. ກອງປະຊຸມໄດ້ຂໍ່ານັບຮັບຕ້ອນໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ມ້ອນ ເພັດພູໄທ ຄະນະປະຈຳ, ຮອງເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ສະຖາພອນ ດວງຕາວັນ ຄະນະປະຈຳ, ຄະນະໜ່ວຍພັກ, ປະທານກວດກາໜ່ວຍພັກ ກົມຄຸ້ມຄອງບໍ່ແຮ່; ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ, ເລຂາ-ຮອງເລຂາ ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານອ້ອມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ (ກຳມະບານ, ແມ່ຍິງ) ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 63 ສະຫາຍ, ໃນນີ້ເປັນຜູ້ແທນກອງປະຊຸມໃຫຍ່ ຈຳນວນ 46 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຕົກລົງເຫັນດີ ແລະ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ, ຊຶ່ງເປັນພື້ນຖານໃຫ້ແກ່ການ ຊີ້ນຳ-ນຳພາວຽກງານຊາວໜຸ່ມຢູ່ ກົມຄຸ້ມຄອງບໍ່ແຮ່ ຄື:
1. ໄດ້ຮັບຟັງ ແລະ ຮັບຮອງເອົາ ບົດລາຍງານການເມືອງ ທັງສອງພາກ ທີ່ສະເໜີໂດຍ ສະຫາຍ ແກ້ວປະເສີດ ເກຕຸມາລາ, ເລຂາໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ກົມຄຸ້ມຄອງບໍ່ແຮ່. ໃນບົດລາຍງານດັ່ງ ກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານຊາວ ໜຸ່ມຢູ່ພາຍໃນ ກົມຄຸ້ມຄອງບໍ່ແຮ່ ຕະຫຼອດໄລຍະ 5 ປີທີ່ຜ່ານມາ. ພ້ອມກັນນີ້, ກໍໄດ້ສະເໜີທິດທາງແຜນການການນຳພາ-ຊີ້ນຳວຽກງານຊາວໜຸ່ມ ກົມຄຸ້ມຄອງບໍ່ແຮ່ ໃນໄລຍະ 5 ປີຕໍ່ໜ້າ (2023-2027) ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍໄດ້ພ້ອມກັນ ຮັບຮອງເອົາຢ່າງເປັນເອກະສັນ;

2. ກອງປະຊຸມ ໄດ້ຮັບການໂອ້ລົມຂອງ ສະຫາຍ ສະຖາພອນ ດວງຕາວັນ ຄະນະປະຈຳ, ຄະນະໜ່ວຍພັກ, ປະທານກວດກາໜ່ວຍພັກ ກົມຄຸ້ມຄອງບໍ່ແຮ່ ໂດຍຍົກໃຫ້ເຫັນການປະຕິບັດວຽກງານຂອງແຕ່ລະສະຫາຍ ຂອງໜ່ວຍຮາກຖານ ຊປປລ ກົມຄຸ້ມຄອງບໍ່ແຮ່, ຊຶ່ງສະແດງອອກຜົນສຳເລັດ ຊປປລ ໃນວຽກງານ 4 ບຸກ 4 ສະໄໝ ຊ້ອນ, ຕົວຊີ້ວັດທີ່ຊັດເຈນ, ປະກອບສ່ວນສະຕິປັນຍາ, ເຫື່ອແຮງ, ມີສະຕິຕໍ່ການຈັດຕັ້ງ ແລະ ມີຄວາມຮັບຜິດຊອບທາງດ້ານໜ້າທີ່ການເມືອງ;
3. ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍຊຸດທີ III, ພ້ອມກັນນີ້ ຄະນະໜ່ວຍຊຸດທີ III ກໍໄດ້ພ້ອມກັນກ່າວອຳລາໜ້າທີ່ ທີ່ໄດ້ຮັບການມອບໝາຍຕະຫຼອດໄລຍະ 5 ປີທີ່ຜ່ານມາ;
4. ກອງປະຊຸມໄດ້ຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີເດັ່ນ
I. ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມຕະຫຼອດໄລຍະ 5 ປີທີ່ ຜ່ານມາ ໂດຍມີສະມາຊິກຊາວໜຸ່ມພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 68 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ I ຈຳນວນ 59 ສະຫາຍ (ຍີງ 17 ສະຫາຍ) ແລະ ປະເພດ II ຈໍານວນ 9 ສະຫາຍ (ຍີງ 2 ສະຫາຍ);

5. ຜູ້ແທນກອງປະຊຸມໃຫຍ່ ໄດ້ດຳເນີນການໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງຈຳນວນ 5 ສະຫາຍ ເລືອກເອົາ 3 ສະຫາຍ. ຜ່ານການໃຊ້ສິດປະຊາທິປະໄຕ ຂອງຜູ້ແທນກອງປະຊຸມ ສາມາດເລືອກໄດ້ດັ່ງນີ້:
1) ສະຫາຍ ວອນນະເດດ ມະນີລາ ເປັນເລຂາ;
2) ສະຫາຍ ນາງ ສີໄພວອນ ສຸວົງທາ ເປັນຮອງເລຂາ;
3) ສະຫາຍ ທັດທະວີ ອິນທະວົງ ເປັນກຳມະການ ແລະ ປະທານກວດກາ.
6. ກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ມ້ອນ ເພັດພູໄທ ຄະນະປະຈຳ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ກົມຄຸ້ມຄອງບໍ່ແຮ່ ທີ່ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍ ມີທັດສະນະຫຼັກໝັ້ນ, ມີຄຸນ ສົມບັດ, ສິນທຳປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານຊາວໜຸ່ມຂອງກົມຄຸ້ມຄອງບໍ່ແຮ່ ໃນຕໍ່ໜ້າເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອເປັນຊາວໜຸ່ມ 4 ບຸກຂອງຕົນ ໃຫ້ໜັກແໜ້ນ; ນຳພາຊາວໜຸ່ມກົມຄຸ້ມຄອງບໍ່ແຮ່ ກາຍເປັນຊາວໜຸ່ມແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານ ອື່ນໆ;

7. ກອງປະຊຸມໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ກົມຄຸ້ມຄອງບໍ່ແຮ່ ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການນຳກະຊວງ, ຄະນະກົມຄຸ້ມຄອງບໍ່ແຮ່ ແລະ ຄະນະ ບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນເວລາ 17:25 ໂມງ ຂອງວັນດຽວກັນ.

ພາບ: ວຽງສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ມິລູ່ ຄຳປະເສີດ
Website: mem.gov.la
ສາຍ: 1506


