ຄຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ປະກອບສ່ວນຊຸກຍູ້ ຊື້ວາລະສານໄວໜຸ່ມລາວຂອງ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ

          ເພື່ອຊຸກຍູ້ສະໜັບສະໜູນໂຄງການຈັດພິມ ວາລະສານໄວໜຸ່ມລາວ ໃຫ້ເຕີບໃຫຍ່ ແລະ ຂະຫຍາຍຕົວ ທັງໃນດ້ານປະລິມານ ແລະ ຄຸນນະພາບ. ພ້ອມກັນນີ້, ຍັງເປັນການເຜີຍແຜ່ການເຄື່ອນໄຫວວຽກງານຂອງຊາວໜຸ່ມລາວໃຫ້ກວ້າງຂວາງ. ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີມອບ-ຮັບ ການສະໜັບສະໜູນຊຸກຍູ້ຊື້ ວາລະສານໄວໜຸ່ມລາວ ຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຜະລິດຂຶ້ນ ລະຫວ່າງ ກົມສື່ມວນຊົນ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ກັບ ຄະນະບໍລິຫານງານສູນກາງ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍແມ່ນ ສະຫາຍ ປອ ອາຄົມເດດ ວົງໄຊ ຄະນະພັກກະຊວງ, ຮອງເລຂາຄະນະບໍລິຫານງານ ຊປປລ ກະຊວງ ເປັນຜູ້ຮັບ ແລະ ກ່າວມອບຂອງ ສະຫາຍ ນາງ ບົວພາ ຕາງໜ້າກົມສືມວນຊົນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເຊິ່ງລວມມີທັງໝົດ 100 ຫົວ, ຄິດເປັນເງິນທັງໝົດ 2.000.000 ກີບ. ການປະກອບສ່ວນຊ່ື້ວາລະສານໄວໜຸ່ມລາວ ຄັ້ງນີ້ ກໍ່ເພື່ອເປັນການຕອບສະໜອງຂໍ້ມູນຂ່າວສານ, ຄວາມຮູ້ທາງດ້ານຕ່າງໆ ແລະ ທັງເປັນການປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າຫັນມາຮັກຕໍ່ການອ່ານ, ການຂຽນໃຫ້ຫຼາຍຂຶ້ນ. .
         ປະຈຸບັນກົມສື່ມວນຊົນໜຸ່ມລາວ ສູນກາງ ຊປລ ໄດ້ຜະລິດວາລະສານໄວໜຸ່ມລາວ ອອກເປັນລາຍເດືອນ ລາຄາ ຂາຍທົ່ວປະເທດແບບເອກະພາບໃນລາຄາ 20.000 ກີບ/ຕໍ່ສະບັບ, ສາເຫດທີ່ໄດ້ຂຶ້ນຂາຍແມ່ນອີງຕາມລາຄາຄ່າພິມເພີ່ມ ຂຶ້ນເກືອບເທົ່າໂຕ, ຄ່າການບໍລິຫານການແຈກຢາຍເພີ່ມຂຶ້ນຍ້ອນສາເຫດນໍ້າມັນຂຶ້ນສູງ ແລະ ໄດ້ປັບປຸງຫນ້າວາລະສານ ເພີ່ມຂຶ້ນ ຈາກສາເຫດດັ່ງກ່າວຈຶ່ງບໍ່ສາມາດຂາຍໃນລາຄາເກົ່າໄດ້.

ພາບ ແລະ ຂໍ້ມູນ: ຫ້ອງການ ຄຊປປລ ກະຊວງ
ຂ່າວ: ຄຳແສງ ແກ້ວປະເສີດ